ພິທີເປີດນໍາໃຊ້ຂົວຫ້ວຍໂມງ ບ້ານນາໂມງ ເມືອງໄຊພູູທອງ ແຂວງສະຫວັນນະເຂດ ໄດ້ເປີດຂຶ້ນຢ່າງເປັນທາງການໃນທ້າຍເດືອນພຶດສະ ພານີ້, ໂດຍການເຂົ້າຮ່ວມ ຂອງທ່ານ ຄໍາວິໃສຜຸຍ ຍະວົງ ເຈົ້າເມືອງໆໄຊພູທອງ ມີບັນດາຫົວໜ້າຫ້ອງການ-ຄະນະຫ້ອງການຂອງເມືອງ ພ້ອມດ້ວຍ ບັນດານັກທຸລະກິດ, ອໍານາດການປົກຄອງພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ບຸນປັນ ສວງສະຫວັນ ຮອງນາຍບ້ານໆນາໂມງ ຂຶ້ນຜ່ານການກໍ່ສ້າງວ່າ: ໂຄງການກໍ່ສ້າງຂົວຫ້ວຍໂມງ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 16 ທັນວາ 2019 ເຊິ່ງໃຊ້ເວລາໃນການກໍ່ສ້າງເປັນເວລາ 3 ເດືອນ ກັບ 5 ວັນ ຈຶ່ງສໍາເລັດ. ຂົວຂ້າມຫ້ວຍໂມງ ເປັນຂົວເຫຼັກຍາວ 24 ແມັດ, ກວ້າງ 6 ແມັດ,ໂຄງສ້າງຂອງຂົວສ່ວນດ້ານລຸ່ມແມ່ນເທດ້ວຍເສົາເບຕົງເສີມເຫຼັກ, ສ່ວນດ້ານເທິງຂົວແມ່ນໃຊ້ໂຄງເຫຼັກ,ໂດຍແມ່ນບໍລິສັດ ໄຊກະມົນ ເປັນຜູ້ຮັບເໝົາກໍ່ສ້າງລວມມູນຄ່າກໍ່ສ້າງທັງໝົດ 72 ລ້ານກວ່າກີບ. ສ່ວນທຶນດັ່ງກ່າວແມ່ນໄດ້ມາຈາກການລະດົມທຶນຈາກພໍ່-ແມ່ປະຊາຊົນ, ນັກທຸລະກິດ ແລະ ພະສົງພາຍໃນເມືອງ ທັງນີ້ກໍເພື່ອເປັນການຍົກລະດັບ ແລະ ຄວາມສາມາດໃນການບັນທຸກສິນຄ້າຂອງພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ເຮັດໃຫ້ ການສັນຈອນມີຄວາມສະດວກສະບາຍວ່ອງໄວຂຶ້ນ ເປັນການທົດແທນຂົວເກົ່າທີ່ຊຸດໂຊມ, ໂຄງການກໍ່ສ້າງຂົວຫ້ວຍໂມງແຫ່ງນີ້ແມ່ນ ເປັນເສັ້ນທາງທີ່ມີການເຊື່ອມຕໍ່ໄປຫາລະຫວ່າງບ້ານຕໍ່ບ້ານເຊິ່ງຕິດພັນກັບທິດທາງການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກ ຍາກຂອງພໍ່ແມ່ປະຊາຊົນໃນເຂດຫ່າງໄກສອກຫຼີກ ກໍຄືເຂດບ້ານນາໂມງ ທີ່ຂຶ້ນກັບກຸ່ມບ້ານ ທີ 7 ຂອງ ເມືອງໄຊພູທອງ ແຂວງສະຫວັນນະເຂດ.

ໂອກາດດຽວກັນນີ້, ໄດ້ຜ່ານຂໍ້ຕົກລົງຂອງ ເຈົ້າເມືອງໆໄຊພູທອງ ວ່າດ້ວຍການຍ້ອງຍໍ-ສັນລະເສີນກົມກອງ ແລະ ບຸກຄົນດີທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນການນໍາພາ ແລະ ປະກອບສ່ວນທຶນຮອນໃນການສ້າງຂົວບ້ານນາໂມງ ເມືອງໄຊພູທອງ ຈໍານວນ 27 ໃບ, ກົມກອງດີເດັ່ນ ຈໍານວນ 4 ໃບ, ບຸກຄົນດີເດັ່ນ ຈໍານວນ 23 ໃບ.