ປກສ ເມືອງລອງ ຖອດຖອນບົດຮຽນ ວຽກງານກໍ່ສ້າງຮາກຖານ
ປກສ ເມືອງລອງ ຖອດຖອນບົດຮຽນ ວຽກງານກໍ່ສ້າງຮາກຖານ

ກອງບັນຊາການ ປກສ ເມືອງລອງ ແຂວງຫຼວງນຳ້ທາ ໄດ້ຈັດກອງປະຊຸມ ຖອດຖອນບົດຮຽນ ວຽກງານກໍ່ສ້າງຮາກຖານ ໃນວັນທີ 28 ພຶດສະພາ 2020; ໂດຍມີ ພັທ ຄຳຕຸ່ນ ບຸນລຽນຂັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ພັທ ຄຳທອນ ເພັດທອງສີ ຫົວໜ້າກອງບັນຊາການ ປກສ ເມືອງລອງ, ກອງກໍ່ສ້າງຮາກຖານ 914, ຕະຫຼອດຮອດຄະນະ ປກສ ກຸ່ມ ບ້ານທົ່ວເມືອງ ເຂົ້າຮ່ວມ.

ພັທ ສີບຸນເຮືອງ ໄຊຍະເພັດ ຫົວໜ້າກອງກໍ່ສ້າງຮາກຖານການເມືອງ 914 ປະຈຳກຸ່ມຊຽງກົກ ເມືອງລອງ ໄດ້ສະຫຼຸບລາຍງານສະພາບໂດຍຫຍໍ້ ເປັນຕົ້ນແມ່ນການລົງກໍ່ສ້າງຮາກຖານຕິດພັນກັບພໍ່-ແມ່ປະຊາຊົນບັນດາເຜົ່າ; ການເຂົ້າຮ່ວມປັບປຸງຍົກລະດັບຄຸນນະພາບການນຳພາຂອງອຳນາດການປົກຄອງບ້ານ; ການປັບປຸງດ້ານຊີວິດການເປັນຢູ່, ຫັນອາຊີບແບບເລື່ອນລອຍມາເປັນອາຊີບຄົງທີ່ ແລະ ປູກຝັງ-ລ້ຽງສັດໃຫ້ກາຍເປັນສິນຄ້າ.

ໂອກາດດັ່ງກ່າວ, ພັທ ຄຳຕຸ່ນ ບຸນລຽນຂັນ ໄດ້ສະແດງຄຳຊົມເຊີຍຕໍ່ບັນດາຜົນງານທີ່ຍາດມາໄດ້ ພ້ອມທັງຮຽກຮ້ອງໃຫ້ຄະນະກອງບັນ ຊາການ ປກສ ເມືອງ ສືບຕໍ່ນຳພາ ດ້ານການເມືອງ-ແນວຄິດ, ຫັນພະ ນັກງານຜູ້ທີມີຄວາມຮູ້-ຄວາມສາ ມາດ ລົງກໍ່ສ້າງຮາກຖານຕິດພັນ ກັບພໍ່-ແມ່ປະຊາຊົນ.

ພາຍຫຼັງສຳເລັດກອງປະຊຸມ, ພັທ ຄຳຕຸ່ນ ບຸນລຽນຂັນ ໄດ້ມອບອຸປະກອບປ້ອງກັນເຊື້ອພະຍາດໂຄວິດ-19 ໃຫ້ກອງບັນຊາການ ປກສ ເມືອງລອງ ແລະ ກອງກໍ່ສ້າງຮາກຖານ 914 ເພື່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ປ້ອງກັນພະຍາດດັ່ງກ່າວ.