ວິທະຍາຄານສັນຕິບານປະຊາຊົນ (ວສປ) ໄດ້ຈັດພິທີປະກາດມະຕິຕົກລົງ ວ່າດ້ວຍ ການຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019 ຂຶ້ນເມື່ອບໍ່ດົນມານີ້, ໂດຍມີສະຫາຍ ພັອ ປອ ວັນສົມ ສີສົມບັດ ເລຂາຄະນະພັກ ຮັກສາການ ຫົວໜ້າວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະວິທະຍາຄານ, ຕາງໜ້າຄະນະໜ່ວຍພັກ 6 ຫ້ອງບໍລິຫານ, 1 ຂໍ້ມູນຂ່າວສານ-ການສຶກສາ ພ້ອມດ້ວຍພະນັກງານຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັອ ປອ ວັນສົມ ສີສົມບັດ ເລຂາຄະນະພັກ ຮັກສາການ ຫົວໜ້າວິທະຍາຄານສັນຕິບານປະຊາຊົນ

ສະຫາຍ ພັອ ປອ ສີພອນ ພັນທະວົງ ຫົວໜ້າຫ້ອງການເມືອງ ວສປ ໄດ້ຜ່ານຂໍ້ຕົກລົງ ເລກທີ 92/ຄພປກສ, ລົງທີ 14 ມັງກອນ 2020 ວ່າດ້ວຍ ການຮັບຮອງໜ່ວຍພັກປອດ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019 ທົ່ວອົງຄະນະພັກ ວສປ ເຊິ່ງໄດ້ຮັບນາມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ລວມມີ 15 ໜ່ວຍພັກ ດັ່ງນີ້:

  • ໜ່ວຍພັກ 802
  • ໜ່ວຍພັກ 805
  • ໜ່ວຍພັກ 808
  • ໜ່ວຍພັກ 809
  • ໜ່ວຍພັກ 810
  • ໜ່ວຍ 817
  • ໜ່ວຍພັກ 818
  • ໜ່ວຍພັກ 813
  • ໜ່ວຍພັກ 816
  • ໜ່ວຍພັກ 815
  • ໜ່ວຍພັກ 512
  • ໜ່ວຍພັກສຶກສາຂະແໜງ 815 (ມີ 2 ໜ່ວຍພັກ)
  • ໜ່ວຍພັກນັກສຶກສາຂະແໜງ 813
  • ໜ່ວຍພັກນັກສຶກສາ 814

ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍສະຫາຍ ພັອ ປອ ວັນສົມ ສີສົມບັດ.

ໂອກາດດຽວກັນ, ວສປ ຍັງ ໄດ້ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານຂອງການເລື່ອນຊັ້ນ ເຊິ່ງໄດ້ແກ່:

  • ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 5 ສະຫາຍ ຍິງ 2 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 9 ສະຫາຍ ຍິງ 2 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 20 ສະຫາຍ ຍິງ 1 ສະຫາຍ
  • ເລື່ອນຊັ້ນ ສິບເອກ ຂຶ້ນ ວາທີ 2 ສະຫາຍ ຍິງ 2 ສະຫາຍ
  • ສິບໂທ ຂຶ້ນ ສິບເອກ 10 ສະຫາຍ ຍິງ 3 ສະຫາຍ
  • ສິບຕີ ຂຶ້ນ ສິບໂທ 1 ສະຫາຍ
  • ເລື່ອນຊັ້ນ II ຂຶ້ນຊັ້ນ I ມີ 1 ສະຫາຍ