ວັນທີ 3 ມິຖຸນາ 2020, ບໍລິສັດ ອີ້ຫຼຽນ ການຄ້າ ຂາເຂົ້າ-ຂາອອກ ຈຳກັດ ຜູ້ດຽວ ໄດ້ອຸປະຖຳເງິນຈຳນວນ 130.300.000 ກີບ ເພື່ອປະກອບສ່ວນຈັດຊື້ອຸປະກອນການແພດ ເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງ ພະຍາດໂຄວິດ-19 ໃຫ້ ກະຊວງສາທາລະນະສຸກ, ກ່າວມອບໂດຍ ທ່ານ ລີ ເວີຍ ຈົງ ປະທານບໍລິສັດ ອີ້ຫຼຽນ ການຄ້າ ຂາເຂົ້າ-ຂາອອກ ຈຳກັດ ຜູ້ດຽວ, ຕາງໜ້າກ່າວຮັບໂດຍ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

ໃນໂອກາດນີ້, ທ່ານ ຮສ. ດຣ ພູທອນ ເມືອງປາກ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ປະທານບໍລິສັດ ອີ້ຫຼຽນ ການຄ້າ ຂາເຂົ້າ-ຂາອອກ ຈຳກັດ ຜູ້ດຽວ ທີ່ໃຫ້ຄວາມເປັນຫ່ວງເປັນໃຍປະກອບສ່ວນຊຸກຍູ້ຊ່ວຍເຫຼືອວັດຖຸປັດໄຈ ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງ ຄະນະສະເພາະກິດ, ພ້ອມທັງຈະນຳເອົາເງິນຈຳນວນດັ່ງກ່າວ  ໄປໝູນໃຊ້ເຂົ້າໃນວຽກງານຕ້ານສະກັດກັ້ນ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ.