ໃນໄລຍະນີ້, ກ້າວເຂົ້າສູ່ໄລຍະຝົນ ເຮັດໃຫ້ການສັນຈອນໄປ-ມາບໍ່ມີຄວາມສະດວກສະບາຍເທົ່າທີ່ຄວນ, ຢູ່ຕາມ ເສັ້ນທາງບາງຈຸດ-ບາງບ່ອນ, ມີນໍ້າຖ້ວມຂັງ, ເສັ້ນທາງປຽກມື່ນ, ດິນເຈື່ອນ ສ້າງຄວາມຫຍຸ້ງຍາກໃນການສັນໃຫ້ຜູ້ທຽວທາງ. ສະນັ້ນ, ຖ້າມີຈຸດປະສົງທີ່ຈະເດີນທາງໄກ ຄວນກວດສອບສະພາບເສັ້ນທາງ, ກວດກາສະພາບລົດ ເພື່ອຮັບປະກັນຄວາມປອດໄພ.

ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ແນະນໍາໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນທຸກຄົນໃນສັງຄົມ ມີສະຕິລະວັງຕົວ ເພື່ອໃຫ້ມີຄວາມປອດໄພໃນການເດີນທາງ ເຊັ່ນ: ກ່ອນຈະເດີນທາງໃກ້ ຫຼື ໄກ ກ່ອນອື່ນຕ້ອງຕິດຕາມສະພາບການອາກາດທີ່ເກີດຂຶ້ນ ຕິດພັນກັບເສັ້ນທາງທີ່ເຮົາຕ້ອງການຈະເດີນທາງ ແລະ ໝັ່ນກວດກາເບິ່ງສະພາບເຕັກນິກຂອງລົດບໍ່ວ່າລົດຈັກ ຫຼື ລົດໃຫຍ່ຕ້ອງໃຫ້ຢູ່ໃນສະພາບພ້ອມໃຊ້ງານສະເໝີ ເປັນຕົ້ນ: ສະພາບເບຼກ, ຢາງລົດບໍ່ໃຫ້ຫ້ຽນເກີນໄປ ພ້ອມເລືອກລາຍເໝາະກັບເສັ້ນທາງ, ລົມຢາງຢູ່ໃນເກນມາດຕະຖານ, ຕາໄຟ, ຕາລ້ຽວ ແລະອື່ນໆ. ສໍາລັບຜູ້ຂັບຂີ່ລົດຈັກ ຕ້ອງມີເສື້ອກັນຝົນ ແຕ່ໃນເວລາສວມໃສ່ນັ້ນ ອາດຈະເຮັດໃຫ້ບໍ່ມີຄວາມສະດວກໃນການເດີນທາງ ເປັນຕົ້ນການເບິ່ງເຫັນ ແລະ ໄດ້ຍິນ, ສິ່ງສໍາຄັນຕ້ອງປະຕິ ບັດຕາມກົດລະບຽບການສັນຈອນ ຕ້ອງຄ່ອຍໄປຄ່ອຍມາບໍ່ໃຫ້ຟ້າວຟັ່ງ. ນອກນັ້ນ, ບັນດາເຂດເສັ້ນທາງທີ່ກໍາລັງມີການກໍ່ສ້າງ, ທາງເປ່ເພ, ທາງເປັນບວກເປັນຂຸມ ມີນໍ້າຂັງ ກໍຍິ່ງມີຄວາມລະມັດລະວັງ; ສິ່ງສໍາຄັນໃນການຂັບຂີ່ ຄວນໃຫ້ກຽດເຊິ່ງກັນແລະກັນ ທັງຜູ້ຂັບຂີ່ລົດນ້ອຍ ແລະ ລົດໃຫຍ່ ເພື່ອປ້ອງກັນການຢຽບນໍ້າທີ່ເປິເປື້ອນຟົ້ງໃສ່ ຫຼື ອຸບັດຕິເຫດທີ່ຈະເກີດຂຶ້ນ.

ສໍາລັບໃນການເດີນທາງໄປພາກເໜືອ ຫຼື ເສັ້ນທາງທີ່ທຸລະກັນດານດ້ວຍລົດສ່ວນຕົວ, ລົດໂດຍສານ ຫຼື ລົດບັນ ທຸກໜັກ… ຜູ້ຂັບຕ້ອງມີຄວາມພ້ອມສະເໝີທາງດ້ານຮ່າງກາຍ ແລະ ຈິດໃຈ ໂດຍສະເພາະທາງພາກເໜືອເປັນເສັ້ນທາງຄົດໂຄ້ງ, ຂຶ້ນພູລົງຄ້ອຍລຽບຕາມຮ່ອມພູ, ຮ່ອມຜາທີ່ສູງຊັນ ໃນເວລາຝົນຕົກແຮງ ອາດຈະມີໝອກໜາປົກຄຸມຕາມເສັ້ນທາງ ເປັນອຸປະສັກຂອງຜູ້ຂັບຂີ່ໃນການເບິ່ງເຫັນ. ນອກນັ້ນ, ຖ້າມີຝົນຕົກຕິດຕໍ່ກັນຫຼາຍວັນດິນຈະອຸ້ມນໍ້າ ມີຄວາມສ່ຽງສູງຕໍ່ການເກີດເຫດດິນເຈື່ອນທັບຖົມເສັ້ນທາງ, ເຊິ່ງເປັນອຸປະສັກຄວາມຫຍຸ້ງຍາກຕໍ່ການທຽວທາງ ຫຼື ອາດເກີດອຸບັດຕິ ເຫດກໍເປັນໄດ້.

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໃຫ້ຮູ້ຕື່ມວ່າ: ສິ່ງທີ່ເກີດຂຶ້ນກັບຜູ້ໃຊ້ລົດ-ໃຊ້ຖະໜົນ ໃນໄລຍະຝົນຕົກແມ່ນເສັ້ນ ທາງຈະປຽກມື່ນ, ເຮັດໃຫ້ລໍ້ລົດເກາະກັບພື້ນຖະໜົນບໍ່ໄດ້ດີ ໃນກໍລະນີໃຊ້ຄວາມໄວສູງ ລົດຈະມັກເຈືອກ, ໃນເວລາເບຼກ ເຖິງແມ່ນລໍ້ລົດຢຸດໜູນ ແຕ່ກໍຍັງຖະໄຫຼໄປຂ້າງໜ້າໄດ້; ເຊິ່ງໃນປີຜ່ານມາ, ກໍມີອຸບັດຕິເຫດເກີດຂຶ້ນເປັນຈໍານວນຫຼວງຫຼາຍ ເປັນຕົ້ນກໍແມ່ນລົດເຈືອກລົງຂ້າງທາງ, ລົດເບຼກບໍ່ຢູ່, ລົດກາຍໂຄ້ງ ແລະ ອື່ນໆ.

ຢ່າງໃດກໍຕາມ, ໃນການເດີນທາງໃນລະດູຝົນນີ້ ຕ້ອງມີຄວາມລະມັດລະວັງພິເສດ, ຖ້າເສັ້ນທາງໃດຫຍຸ້ງຍາກ ຫຼາຍກໍຄວນຫຼີກລ່ຽງ ຫຼື ຍົກເລີກ, ລໍຖ້າສະພາບອາກາດ ແລະ ເສັ້ນທາງຮັບປະກັນແລ້ວຈຶ່ງຄ່ອຍໄປ. ແຕ່ເຖິງແມ່ນວ່າສະພາບເຕັກນິກພາຫະນະດີ, ສະພາບແວດລ້ອມບໍ່ເອື້ອອໍານວຍ ພ້ອມທັງຜູ້ຂັບຂີ່ມີຄວາມປະໝາດຂາດສະຕິ ແລະ ບໍ່ປະຕິບັດກົດລະບຽບກົດລະບຽບ ທີ່ວາງອອກ ກໍບໍ່ສາມາດເດີນທາງປອດໄພໄດ້ເຊັ່ນດຽວກັນ.