ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ແຂວງບໍລິຄໍາໄຊ ໄດ້ມອບລົດຈັກເວບ 100 ສີແດງດໍາ ປ້າຍທະ ບຽນ ຈຈ 2582 ບໍລິຄໍາໄຊ ຄືນໃຫ້ເຈົ້າຂອງເດີມ ໃນວັນທີ 28 ພຶດສະພາ 2020 ພາຍຫຼັງໄດ້ເກັບກູ້ຄືນມາໄດ້ຈາກການມ້າງຄະດີຂອງ ທ້າວ ເກັ່ງ ຫຼື ໄມຄໍາ ໃນເດືອນມັງກອນ ຜ່ານມາ, ເຊິ່ງຜູ້ກ່ຽວຖືກດໍາເນີນຄະດີມາແລ້ວ 4 ຄັ້ງ ໃນຄະດີລັກຊັບພົນລະເມືອງ.

ກ່າວມອບໂດຍ ພັຕ ບຸນປະດິດ ພັນດານຸວົງ ຮອງພະແນກຕໍາຫຼວດສືບສວນ-ສອບສວນ ປກສ ແຂວງບໍລິຄໍາໄຊ, ຮັບໂດຍ ທ່ານ ສີສຸພັນ ຢູ່ບ້ານໂນນສົມບູນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ, ຍັງອີກ 2 ຄັນ ໄດ້ແຈ້ງເຖິງເຈົ້າຂອງລົດ ຈົ່ງນໍາເອກະສານທີ່ຖືກຕ້ອງມາຢັ້ງຢືນເອົານໍາເຈົ້າໜ້າທີ່ ປກສ ແຂວງບໍລິຄໍາໄຊ ໃນໂມງລັດຖະການ.

ພັຕ ບຸນປະດິດ ພັນດານຸວົງ ໃຫ້ຮູ້ວ່າ: ລົດຈັກທີ່ມອບໃຫ້ເຈົ້າຂອງເດີມໃນຄັ້ງນີ້, ແມ່ນມ້າງໄດ້ຈາກຄະດີຂອງ ທ້າວ ເກັ່ງ ຫຼື ໄມຄໍາ ອາຍຸ 33 ປີ ຢູ່ບ້ານນໍ້າງອມ ເມືອງວຽງທອງ ແຂວງບໍລິຄໍາໄຊ; ເຊິ່ງຖືກເຈົ້າໜ້າທີ່ກັກຕົວ ໃນວັນທີ 15 ມັງກອນ 2020, ເຊິ່ງຜ່ານມາຜູ້ກ່ຽວເຄີຍຖືກຈໍາຄຸກມາແລ້ວ 4 ຄັ້ງ ຄະດີລັກຊັບພົນລະເມືອງ, ພາຍຫຼັງອອກຄຸກມາ ກໍໄດ້ເຄື່ອນໄຫວລັກຊັບອີກ.

ທ້າວ ເກັ່ງ ຫຼື ໄມຄໍາ ສາລະພາບວ່າ: ໄດ້ເຄື່ອນໄຫວລັກຊັບປະເພດລົດຈັກ ດ້ວຍຮູບການຂໍຢືມ ແລ້ວນໍາເອົາໄປຂາຍມາແລ້ວ 4 ຄັ້ງ, ໄດ້ລົດຈັກ 4 ຄັນ, ເຊິ່ງຄັ້ງທີ 1 ໃນໄລຍະເດືອນພະຈິກ 2019 ໄດ້ໄປຕົວະຢືມລົດຈັກເວບໂຄລາວສີດໍາ ບໍ່ມີປ້າຍທະບຽນຂອງ ນາງ ນີ ຢູ່ບ້ານຫ້ວຍເລິກ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໂດຍຜູ້ກ່ຽວໃຊ້ຮູບການເຂົ້າໄປສ້າງຄວາມຮັກແພງ, ຫຼັງຈາກນັ້ນກໍຂໍຢືມລົດຈັກ ແລ້ວນຳໄປຂາຍໃຫ້ ທ້າວ ອົ້ນ ຢູ່ບ້ານ ທ່າສາລາ ເມືອງຄໍາເກີດ, ໃນລາຄາ 700.000 ກີບ.

ທ້າວ ເກັ່ງ ຫຼື ໄມຄໍາ ຄະດີລັກຊັບພົນລະເມືອງ

ຄັ້ງທີ 2. ໃນເດືອນທັນວາ 2019 ໄດ້ຕົວະຂໍຢືມລົດຈັກສີແດງ-ດໍາ, ບໍ່ມີປ້າຍທະບຽນຂອງ ທ້າວ ວັນ ຢູ່ບ້ານນາ ພົງ ເມືອງປາກກະດິງ ແຂວງບໍລິຄໍາໄຊ, ແລ້ວເອົາໄປຂາຍຢູ່ບ້ານຫາດຊາຍຄໍາ ເມືອງປາກກະດິງ ໃນລາຄາ 500.000 ກີບ.

ຄັ້ງທີ 3 ໃນວັນທີ 1 ມັງກອນ 2020, ໄດ້ໄປຕົວະຢືມລົດຈັກເວບຈີນ ຂອງ ທ້າວ ຄໍາພາ ຢູ່ບ້ານປ່າຄາ ເມືອງ ຄໍາເກີດ, ແລ້ວເອົາໄປຂາຍໃຫ້ ທ້າວ ເພັດ ຢູ່ບ້ານພູສາດ ເມືອງຄໍາເກີດ, ໃນລາຄາ 500.000 ກີບ.

ຄັ້ງທີ 4. ໃນໄລຍະເດືອນມັງກອນ 2020, ຜູ້ກ່ຽວໄດ້ຂີ່ລົດໂດຍສານໄປເມືອງບໍລິຄັນ ແຂວງບໍລິຄໍາໄຊ ແລ້ວໄດ້ໄປຕົວະຢືມລົດຈັກເວບ 100 ສີແດງດໍາ ປ້າຍທະບຽນ ຈຈ 2582 ບໍລິຄໍາໄຊ ທີ່ເປັນລົດຂອງແມ່ ທ້າວ ກີ້ ຢູ່ ບ້ານວັດທາດ ເມືອງບໍລິຄັນ ແລ້ວຂີ່ໄປໄປຂາຍຢູ່ບ້ານນາງອຍ ເມືອງຄໍາເກີດ ໃນລາຄາ 1.700. 000 ກີບ, ເມື່ອໄດ້ເງິນມາ ຜູ້ກ່ຽວກໍເອົາໄປໃຊ້ຈ່າຍຊື້ເບຍມາດື່ມກັບໝູ່ 5 ຄົນ ໝົດເງິນ 400.000 ກີບ. ຈາກນັ້ນ, ເມຍ ຂອງຜູ້ຊື້້ລົດໄດ້ເອົາລົດຈັກມາສົ່ງພ້ອມທັງຂໍເງິນຄືນ, ແຕ່ຜູ້ກ່ຽວໄດ້ສົ່ງເງິນຄືນ ຈໍານວນ 1.300.000 ກີບ, ຈຶ່ງເຮັດໃຫ້ ຜູ້ຍິງຄົນນັ້ນບໍພໍໃຈ ແລະ ໄດ້ໄປແຈ້ງໃຫ້ ເຈົ້າໜ້າທີ່ ປກສ ເມືອງຄໍາເກີດ ມາກັກຕົວຜູ້ກ່ຽວໄປດໍາເນີນຄະດີ.

ທ້າວ ເກັ່ງ ຫຼື ໄມຄໍາ ຍັງໄດ້ຮັບສາລະພາບຕື່ມອີກວ່າ: ນອກຈາກເຄື່ອນໄຫວຕົວະເອົາລົດຈັກໄປຂາຍແລ້ວ, ຜູ້ກ່ຽວຍັງໄດ້ໄປຕົວະເອົາໂທລະສັບຍີ່ຫໍ້ຊໍາຊຸງ ຈໍານວນ 2 ເຄື່ອງ ຂອງຄົນຜູ້ໜຶ່ງບໍ່ຮູ້ຊື່ ຢູ່ບ້ານນາຫີນ ເມືອງຄູນຄໍາ ແຂວງຄໍາມ່ວນ ແລ້ວນໍາໄປຂາຍຢູ່ບ້ານນາງອຍ ເມືອງຄໍາເກີດ ໄດ້ເງິນຈໍານວນ 150.000 ກີບ, ອີກໜຶ່ງໜ່ວຍແມ່ນເອົາໄວ້ໃຊ້ເອງ.