ປກສ ເມືອງຫຼວງນໍ້າທາ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ

0
978

ກອງບັນຊາການ ປກສ ເມືອງ-ແຂວງຫຼວງນໍ້າທາ ໄດ້ປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ໃນວັນທີ 3 ມິຖຸນາ 2020, ເຊິ່ງປະດັບຊັ້ນໂດຍ ພັທ ກອງແກ້ວ ສິງມີໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ທ່ານ ຄຳຫຼ້າ ແຫຼ່ງໄຊຍະທຳ ຮອງເຈົ້າເມືອງໆຫຼວງນ້ຳທາ, ຫົວໜ້າ-ຮອງຫົວໜ້າຫ້ອງ, ຫົວໜ້າ-ຮອງຫົວໜ້າກອງບັນຊາການ ປກສ ເມືອງ, ຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງກຸ່ມ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ທ່ານ ຄຳຫຼ້າ ແຫຼ່ງໄຊຍະທຳ ຮອງເຈົ້າເມືອງໆຫຼວງນ້ຳທາ – ພັທ ກອງແກ້ວ ສິງມີໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງ

ພັທ ພູນເພັດ ເຫຼົ່າອິນ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເລກທີ 931/ປກສ, ລົງວັນທີ 6 ພຶດສະພາ 2020, ຂໍ້ຕົກລົງຂອງ ກົມໃຫຍ່ການເມືອງປ້ອງກັນຄວາມສະຫົງບ ສະບັບເລກທີ 1058/ກມປສ ແລະ ຂໍ້ຕົກລົງຂອງ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ປກສ ເມືອງຫຼວງນ້ຳທາ ເຊິ່ງມີຜູ້ໄດ້ຮັບການເລື່ອນຊັ້ນ ດັ່ງນີ້:

  • ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 1 ສະຫາຍ
  • ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 4 ສະຫາຍ
  • ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍ ໂທ 2 ສະຫາຍ
  • ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 1 ສະຫາຍ
  • ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ 1 ສະຫາຍ
  • ເລື່ອນຊັ້ນ ສິບໂທ ຂຶ້ນ ສິບເອກ 3 ສະຫາຍ

ພ້ອມດຽວກັນນີ້, ໃນພິທີ່ຍັງໄດ້ຜ່ານຂໍ້ຕົກລົງຂອງ ເຈົ້າເມືອງໆຫຼວງນໍ້າທາ ວ່າດ້ວຍ ການຍ້ອງຍໍຜົນງານປະຈຳປີ 2019 ໃຫ້ພະນັກງານຜູ້ທີມີຜົນງານດີເດັ່ນ ຈຳນວນ 74 ສະຫາຍ ຍິງ 12 ສະຫາຍ.

ທ່ານເຈົ້າເມືອງໆຫຼວງນໍ້າທາ ມອບໃບຍ້ອງຍໍປະຈຳປີ 2019

ພາຍຫຼັງປະດັບຊັ້ນສຳເລັດແລ້ວ ພັທ ກອງແກ້ວ ສິງມີໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ມີຜົນງານອັນດີເດັ່ນ ເຊິ່ງມັນສະແດງອອກໄດ້ຮັບການເລື່ອນຊັ້ນ ແລະ ໄດ້ຮັບໃບຍ້ອງຍໍໃນຄັ້ງນີ້ ພ້ອມທັງຊີ້ນຳໃຫ້ແຕ່ລະສະຫາຍ ຈົ່ງພ້ອມກັນສືບຕໍ່ສ້າງຜົນງານ, ສ້າງຂະບວນການເປັນແບບຢ່າງທີ່ດີໃຫ້ແກ່ພໍ່-ແມ່ປະຊາຊົນ ໃນການປະຕິບັດລະບຽບກົດໝາຍຂອງບ້ານເມືອງ.