ກະຊວງ ປກສ ຮັບອຸປະກອນປ້ອງກັນໂຄວິດ-19

0
1348

ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ໄດ້ນໍາເອົາເຄື່ອງອຸປະກອນປ້ອງກັນພະຍາດໂຄວິດ-19 ມາມອບໃຫ້ ກະຊວງ ປກສ ໃນວັນທີ 4 ມິຖຸນາ 2020, ກ່າວມອບໂດຍ ທ່ານ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ກ່າວຮັບໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ ແຫ່ງ ສປປ ລາວ ໂດຍມີ ຄະນະທັງສອງຝ່າຍ ເຂົ້າຮ່ວມ.

ທ່ານ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ – ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ

ທ່ານ ຈຽງ ຈ້າຍຕົງ ກ່າວວ່າ:

ເຄື່ອງອຸປະກອນປ້ອງກັນພະຍາດໂຄວິດ-19 ທີ່ນໍາມາມອບໃຫ້ ກະຊວງ ປກສ ໃນຄັ້ງນີ້ ປະກອບມີ: ຜ້າອັດປາກ-ດັງ ຈໍານວນ 20.000 ແຜນ ແລະ ເຄື່ອງກວດວັດແທກອຸນຫະພູນ ຈໍານວນ 30 ອັນ ເພື່ອປະກອບຊຸກຍູ້ເຂົ້າໃນຂົງເຂດວຽກງານກະຊວງ ປກສ ເວົ້າລວມ, ເວົ້າສະເພາະ ກໍຄື ປະກອບສ່ວນເຂົ້າໃນຂົງເຂດວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນເຊື້ອພະຍາດໂຄວິດ-19 ຢູ່ພາຍໃນກະຊວງ ປກສ ໃຫ້ມີຄຸນນະພາບສູງຂຶ້ນ.

ໂອກາດດຽວກັນນີ້, ພົທ ວິໄລ ຫຼ້າຄໍາຟອງ ກໍໄດ້ຕີລາຄາສູງ ແລະ ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ຈຽງ ຈ້າຍຕົງ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາເຄື່ອງອຸປະກອນປ້ອງກັນພະຍາດໂຄວິດ-19 ມາມອບໃຫ້ ກະຊວງ ປກສ ໃນຄັ້ງນີ້ ແລະ ອວຍພອນໄຊໃຫ້ ທ່ານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມຄະນະ ຈົ່ງມີພາລະນາໄມທີ່ສົມບູນ, ປະສົບຜົນສໍາເລັດໃນທຸກໜ້າທີ່ວຽກງານ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ໜ້າທີ່ວຽກງານໃຫ້ເຕີບໃຫຍ່ຍິ່ງໆຂຶ້ນ.