ພິທີປະກາດການຈັດຕັ້ງຄະນະຄຸ້ມຄອງ ດ່ານສາກົນຂົວມິດຕະພາບ III ແລະ ດ່ານສາກົນນາເພົ້າ
ພິທີປະກາດການຈັດຕັ້ງຄະນະຄຸ້ມຄອງ ດ່ານສາກົນຂົວມິດຕະພາບ III ແລະ ດ່ານສາກົນນາເພົ້າ

ພິທີປະກາດການຈັດຕັ້ງຄະນະຄຸ້ມຄອງ ດ່ານສາກົນຂົວມິດຕະພາບ III ແລະ ດ່ານສາກົນນາເພົ້າ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2020 ແຂວງຄຳມ່ວນ; ໂດຍການເຂົ້າຮ່ວມຂອງ ທ່ານ ຄຳມຸນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆຄຳມ່ວນ, ມີບັນດາຫົວໜ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ມຸນທາ ລັດຖະຈັກ ຮອງຫົວໜ້າຄະນະຈັດຕັ້ງແຂວງ ຄໍາມ່ວນ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 2879/ປກສ ລົງວັນທີ 31 ທັນວາ 2019 ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຄຳມ່ວນ; ອີງຕາມກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບ ປະຊາຊົນເລກທີ 20/ສພຊ ລົງວັນທີ 9 ພຶດສະພາ 2017, ອີງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ສະບັບເລກທີ 558/ລບ, ລົງວັນທີ 31 ທັນວ່າ 2018 ແລະ ອີງໃສຂໍ້ຕົກລົງໜັງສືສະເໜີຂອງເຈົ້າແຂວງໆຄຳມ່ວນ ສະບັບເລກທີ 128/ຈຂ.ຄມ, ລົງວັນທີ 09 ກັນຍາ 2019; ເຊິ່ງໄດ້ແຕ່ງຕັ້ງ ພັອ ພົມມາ ເດດຂຸນຟອງ ຮອງຫົວໜ້າກອງບັນຊາກນ ປກສ ແຂວງຄຳມ່ວນ ເປັນຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນຂົວມິດຕະພາບ III ແລະ ພັທ ພົມມະນີ ໄຊຍະລາດ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງຄຳມ່ວນ ເປັນຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນນາເພົ້າ.

ນອກນັ້ນ, ຍັງໄດ້ອ່ານຂໍ້ຕົກລົງ ສະບັບເລກ ທີ 2872/ປກສ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບກົມໃຫຍ່ສັນຕິບານ ເຊິ່ງໄດ້ແຕ່ງຕັ້ງ ພັທ ແກ່ນຄຳ ແກ່ນທະວົງ ເປັນຫົວໜ້າດ່ານ ຕມ ຂົວມິດຕະພາບລາວ-ໄທ ແຫ່ງທີ 3 ຄຳມ່ວນ-ນະ ຄອນພະນົມ ໃນຕອນທ້າຍພິທີຍັງ ໄດ້ຮັບຟັງ ການໂອ້ລົມຂອງທ່ານ ຄຳມຸນ ວິພົງໄຊ ຮອງລັດ ຖະມົນຕີກະຊວງພາຍໃນ ກ່ອນອື່ນທ່ານໄດ້ສະ ແດງຄວາມຍິນດີນຳຄະນະຄຸ້ມຄອງດ່ານສາກົນ ຊຸດໃໝ່ ພ້ອມທັ້ງໄດ້ເນັ້ນໜັກໃນການເຮັດໜ້າ ທີ່ວຽກງານທີ່ຖືກມອບໝາຍ; ໃນການແຕ່ງຕັ້ງ ໃນຄັ້ງນີ້ກໍ່ແມ່ນເພື່ອປັບປຸງກົງຈັກການຈັດຕັ້ງຂອງ ດ່ານສາກົນຢູ່ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ ເຂັ້ມແຂງທາງດ້ານ ການຈັດຕັ້ງ ສາມາດຕອບສະໜອງກັບຄວາມຮຽກ ຮ້ອງຕ້ອງການທາງດ້ານໜ້າທີ່ການເມືອງໃນໄລ ຍະໃໝ່ໃຫ້ມີຜົນສຳເລັດເປັນກ້າວໆ