ອົງການຈັດຕັ້ງ ຊາວໜຸ່ມ-ແມ່ຍິງ ວິທະຍາຄານກົມມະດຳ ຈັດຕັ້ງອອກແຮງງານລວມ

0
943

ວັນທີ 5 ມິຖຸນາ 2020, ອົງການຈັດຕັ້ງ ຊາວໜຸ່ມ-ແມ່ຍິງ ວິທະຍາຄານກົມມະດຳ ໄດ້ຈັດຕັ້ງຂະບວນການອອກແຮງງານລວມ ເພື່ອກະກຽມຮັບຕ້ອນພິທີປີດຊຸດຮຽນຂອງນັກສຶກສາກໍ່ສ້າງ ມະຫາວິທະຍາໄລການທະ ຫານ ປີ4 ຊຸດທີ 15 ໃຫ້ສຳເລັດຢ່າງຈົບງາມ ພາຍໃຕ້ການຊີ້ນຳ ຂອງສະຫາຍ ພັນໂທ ບົວໄລ ພັນທະວົງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດຳ, ມີຊາວໜຸ່ມ-ແມ່ຍິງ ທົ່ວວິທະຍາຄານກົມມະດຳ ເຂົ້າຮ່ວມອອກແຮງງານຢ່າງພ້ອມພຽງ.

ການອອກແຮງງານຄັ້ງນີ້ ໄດ້ພ້ອມກັນຖາກຖາງປ່າ, ເກັບຂີ້ເຫຍື້ອຕາມແຄມທາງ ນັບແຕ່ປະຕູໂຂງໃຫ່ຍ ຫາ ເສັ້ນ ທາງເລກ 13 ເໜືອ ມີຄວາມຍາວ 3 ກິໂລແມັດ; ແຕ່ປະຕູໂຂງໃຫ່ຍ ຫາ ປະຕູໂຂງນ້ອຍຫົວສະໜາມ ມີຄວາມຍາມ 2 ກິໂລແມັດ; ແຕ່ປະຕູໂຂງໃຫ່ຍຫາປະຕູໂຂງນ້ອຍທາງຕະຫຼາດນ້ອຍມີຄວາມຍາວ 2 ກິໂລແມັດ; ໂດຍໃຊ້ເວລາເຄິ່ງມື້.

ການອອກແຮງງານຄັ້ງນີ້ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມສໍາຄັນຢ່າງເລິກເຊີ່ງ; ເຫັນວ່າ ອ້າຍເອື້ອຍນ້ອງພວກເຮົາ ມີຄວາມສາມັກຄີ ແລະ ແຂ່ງຂັນກັນສ້າງຜົນງານ; ຫ້າວຫັນ ມີຄວາມດຸໝັ່ນ ເຮັດໜ້າ ທີ່ທີ່ຂັ້ນເທິງມອບໝາຍໃຫ້ ມີຜົນສໍາເລັດເປັນຢ່າງດີ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ, ໃນມື້ດຽວກັນ, ພະແນກຜະລິດ ຫ້ອງພະລາທິການ ວິທະຍາຄານກົມມະດໍາ ຍັງໄດ້ຈັດ ຕັ້ງພິທີປ່ອຍປາ ຈຳນວນ 34 ພັນໂຕ ທີ່ໜອງລວມຂອງກອງຜະລິດ; ເຊິ່ງມີປາປະສົມ ແລະ ອື່ນໆ ລວມມູນຄ່າທັງໝົດ 15 ລ້ານກີບ; ນຳພາໂດຍ ພັນໂທ ຄຳອຸດ ໄຊຍະວົງ ຫົວໜ້າພະແນກຜະລິດ ຫ້ອງພະລາການ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.

ຂ່າວ: ດວງມະລາ ວັນທານຸວົງ / ພາບ: ຕ່ວນບຸບຜາ ທິບທິດາ