ປູກຕົ້ນໄມ້ສະຫຼອງ ວັນທີ 1 ມິຖຸນາ 2020
ປູກຕົ້ນໄມ້ສະຫຼອງ ວັນທີ 1 ມິຖຸນາ 2020

ໃນທ້າຍອາທິດທີ່ຜ່ານມານີ້, ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຈັດພິທີ ປູກຕົ້ນໄມ້ສະຫຼອງ ວັນທີ 1 ມິຖຸນາ 2020 ໄມ້ຂື້ນຢູ່ທີ່ດ່ານຫຼັກ 84 ເມືອງໂຂງ ແຂວງຈຳປາສັກ; ນຳພາໂດຍ ພັອ ຖາວອນ ບຸນກອງພິມ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ, ມີບັນດາຄະນະພັກ-ຄະນະນໍາຈາກຫ້ອງອ້ອມຂ້າງ, ຫົວໜ້າພະແນກ, ຮອງພະແນກ, ໂຮງຮຽນ ປກສ ຊັ້ນສູງ ເລກ 4, ຄ້າຍຄຸມຂັງ-ດັດສ້າງ, ກອງພັນປ້ອງກັນເຄື່ອນທີ່ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດພາຍໃນກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ປູກຕົ້ນໄມ້ສະຫຼອງວັນທີ 1 ມິຖຸນາ 2020

ພັອ ຖາວອນ ບຸນກອງພິມ ກ່າວວ່າ: ການສ້າງຂະບວນການ ເພື່ອຄວາມສາມັກຄີ, ຮັກແພງເຊີ່ງກັນແລະກັນພາຍໃນກຳລັງປ້ອງກັນຄວາມສະຫົງບແຂວງຈຳປາສັກ ແລະ ສ້າງບັນຍາກາດເຮັດໃຫ້ວັນດັ່ງກ່າວມີຄວາມໝາຍ-ຄວາມສຳຄັນຢ່າງເລິກເຊິ່ງ ແລະ ມີບັນຍາກາດຟົດຟື້ນ; ໂດຍໄດ້ນຳເອົາຕົ້ນໝາກມ່ວງຫິມະພານ ຈຳນວນ 1.215 ຕົ້ນ ໃນເນື້ອທີ່ 5,1 ເຮັກຕາ ຢູ່ເຂດຫຼັກ 84 ເມືອງໂຂງ ແຂວງຈຳປາສັກ; ທັງນີ້, ຍັງເປັນການເພີ່ມພື້ນທີ່ຂອງປ່າ, ອະນຸລັກຮັກສາ ແລະ ປັບປຸງເຂດພື້ນທີ່ດັ່ງກ່າວໃຫ້ມີຄວາມສົມບູນ, ຂຽວງາມ ທາງທຳມະຊາດ ແລະ ເພື່ອຕອບສະໜອງໃຫ້ກັບການຟື້ນຟູປ່າໄມ້ຂອງລັດຖະບານ ເພື່ອຍົກລະດັບການປົກຫຸ້ມປ່າໃຫ້ໄດ້ 70% ໃນປີ 2020 ເພື່ອສ້າງ ຄວາມສົມດູນຂອງທຳມະຊາດໃນບາງສ່ວນ ແລະ ສິ່ງແວດລ້ອມ ອ້ອມຂ້າງອີກດ້ວຍ.

ປູກຕົ້ນໄມ້ສະຫຼອງວັນທີ 1 ມິຖຸນາ 2020

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 1 ມິຖຸນາ 2020, ຄ້າຍຄຸມ ຂັງດັດ-ສ້າງ ປກສ ແຂວງຈຳປາສັກ ຍັງໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ທີ່ສູນຜະລິດຫຼັກ 21 ເມືອງປະທຸມພອນ ແຂວງຈຳປາສັກ, ເຂົ້າຮ່ວມໂດຍ ພັທ ສຸກພະຈັນ ສີລາເພັດ ຮອງ ກອງບັນຊາການ ປກສ ແຂວງຈຳ ປາສັກ ແລະ ພັທ ສີວອນ ວົງຫາຈັກ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ເຂົ້າຮ່ວມ, ຕົ້ນໄມ້ທີ່ນຳມາປູກຄັ້ງນີ້, ມີທັງຕົ້ນໄມ້ປະເພດກິນໝາກ ແລະ ຕົ້ນໄມ້ປະດັບ ຈຳນວນ 100 ກວ່າຕົ້ນ.

ໃນມື້ດຽວກັນ, ສະມາຄົມຮັກສາສຸຂະພາບພູສະເຫຼົ້າ ໄດ້ຈັດພິທີປູກຕົ້ນໄມ້ເຊັ່ນດຽວກັນ, ຕົ້ນໄມ້ທີ່ນໍາມາປູກທັງໝົດມີ 300 ກວ່າຕົ້ນ.