ພິທີ ເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຄັ້ງທີ III
ພິທີ ເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຄັ້ງທີ III

ໃນລະຫວ່າງວັນທີ 2-3 ມິຖຸນາ 2020 ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ລົງ ເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຄັ້ງທີ III ຢູ່ກອງບັນຊາການ ປກສ ເມືອງທ່າພະບາດ ແລະ ກອງບັນຊາການ ປກສ ເມືອງບໍລິຄັນ; ໂດຍການເປັນປະທານຂອງ ສະຫາຍ ພັທ ຜາຂົງ ດອກມະນີຈັນ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະຫ້ອງ ປກສ ແຂວງ, ຄະນະກອງບັນຊາການ ປກສ ເມືອງ, ກອງບັນຊາການ ທະຫານເມືອງ, ຕະຫຼອດຮອດສະມາຊິກພັກ ສໍາຮອງ-ສົມບູນ ເຂົ້າຮ່ວມ.

ໃນພິທີ, ບັນດາຄະນະຮັບຜິດຊອບໄດ້ຜັດປ່ຽນກັນຂຶ້ນຜ່ານບັນດາເອກະສານສຳຄັນເຊັ່ນ: ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ, ເອກະສານວ່າດ້ວຍຄຸນສົມບັດສິນທໍາຂອງການປະຕິວັດ, ເອກະສານວ່າດ້ວຍລະບອບຫົວໜ້າດຽວ, ເອກະສານແບບແຜນວິທີເຮັດວຽກຂອງກະຊວງປ້ອງກັນຄວາມສະຫງົບວາງອອກ ເພື່ອແນໃສ່ເຮັດໃຫ້ສະມາຊິກ ພັກ, ພະນັກງານ-ນັກຮົບມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄຸນສົມບັດສີນທໍາປະຕິວັດ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ມີການແບ່ງວຽກແບ່ງຄວາມຮັບຜິດຊອບ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ໄດ້ຮັບຜົນສໍາເລັດຕາມການມອບໝາຍ ຄຽງຄູ່ກັບການປະຕິບັດບັນດາມະຕິຄໍາສັ່ງ, ລະບຽບ, ກົດໝາຍ ກໍຄືລະບຽບຂອງກໍາລັງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ.

ຈາກນັ້ນ, ສະຫາຍ ພັທ ຜາຂົງ ດອກມະນີ ຈັນ ກໍໄດ້ຜ່ານບົດລາຍງານຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ເຊິ່ງກອງປະຊຸມໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 10-11 ມີນາ 2020 ດ້ວຍຜົນສໍາເລັດອັນສະຫງ່າງາມ, ມີຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມ ຈໍານວນ 81 ສະຫາຍ ຍິງ 3 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດທົ່ວກຳລັງປ້ອງກັນຄວາມສະຫງົບແຂວງບໍລິຄຳໄຊ. ກອງປະຊຸມໄດ້ຕີລາຄາຄືນຜົນງານ, ຜົນສໍາເລັດ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະ 5 ປີຜ່ານມາ, ທີ່ຄະນະພັກ, ສະມາຊິກພັກ, ພະນັກງານ-ນັກຮົບໃນທົ່ວພັກ-ທົ່ວກຳລັງປ້ອງກັນຄວາມສະຫງົບແຂວງບໍລິຄຳໄຊ ທີ່ໄດ້ເຊີດຊູນໍ້າໃຈຮັກຊາດ, ເປັນເຈົ້າການໃນການປະຕິບັດສອງໜ້າທີ່ຍຸດທະສາດ ແລະ ຄຽງຄູ່ກັບການກໍ່ສ້າງພັດທະນາກໍາລັງ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ພຽງພໍທາງດ້ານປະລິມານ ແລະ ມີຄຸນນະພາບສົມຄູ່ກັບໜ້າທີ່ການເມືອງໃນໄລຍະໃໝ່ທີ່ພັກ ແລະ ລັດ ມອບໝາຍໃຫ້; ນອກນັ້ນ, ຍັງໄດ້ເອກະພາບກັນກໍານົດເອົາທິດທາງແຜນການທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃນໄລຍະ 5 ປີຕໍ່ໜ້າ, ກອງປະຊຸມບັນດາຜູ້ແທນສົມບູນ ຍັງໄດ້ໃຊ້ສິດຂອງຕົນເລືອກເອົາຄະນະພັກຊຸດໃໝ່ ເພື່ອຊີ້ນໍາ-ນໍາພາວຽກງານວິຊາສະເພາະ, ວຽກງານການເມືອງໃນຕໍ່ໜ້າຕື່ມອີກ.