ມອບໃບຍ້ອງຍໍໃຫ້ໜ່ວຍພັກ ທີ່ຂຶ້ນກັບ ກົມໃຫຍ່ສັນຕິບານ

0
2005

ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2019 ໃຫ້ບັນດາໜ່ວຍພັກ ທີ່ຂຶ້ນກັບ ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2020, ມອບໂດຍ ພົຈວ ປອ ບົວວັນ ວົງສາວັນທອງ ເລຂາຄະນະພັກ ຮັກສາການ ຫົວໜ້າກົມໃຫຍ່ສັນຕິບານ ເຊິ່ງມີຄະນະພັກ, ເລຂາໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.

ໃນພິທີ, ພັທ ສີທັນ ຄໍາຊົມພູ ປະທານກວດກາໜ່ວຍພັກ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ສັນຕິບານ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍ ການຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2019 ເລກທີ 92/ຄພປກສ, ລົງວັນທີ 14 ມັງກອນ 2020 ຄະນະພັກ ກະຊວງ ປກສ ຕົກລົງຮັບຮອງເອົາໜ່ວຍພັກ ດັ່ງນີ້:

  • ໜ່ວຍພັກຮາກຖານ ກົມ 201
  • ໜ່ວຍພັກສໍານັກກົມ 202
  • ໜ່ວຍພັກໄຂກົດ ກົມ 202
  • ໜ່ວຍພັກໄອທີ ກົມ 202
  • ໜ່ວຍພັກຮາກຖານ ກົມ 203
  • ໜ່ວຍພັກຮາກຖານ ກົມ 204
  • ໜ່ວຍພັກຮາກຖານ ກົມ 205
  • ໜ່ວຍພັກຮາກຖານ ກົມ 207
  • ໜ່ວຍພັກຮາກຖານ ກົມ 209
  • ໜ່ວຍພັກຮາກຖານ ຫ້ອງການ
  • ໜ່ວຍພັກຮາກຖານ ຫ້ອງການເມືອງ
  • ໜ່ວຍພັກຮາກຖານ ຫ້ອງພະລາທິການ

ພ້ອມນັ້ນ, ກໍຍັງໄດ້ຜ່ານມະຕິຕົກລົງ ວ່າດ້ວຍ ການມອບທຸງໄຊໃຫ້ບັນດາໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ 5 ປີຊ້ອນຕິດຕໍ່ກັນ ເຊິ່ງຄະນະພັກ ກະຊວງ ປກສ ຕົກລົງມອບທຸງໄຊໃຫ້ແກ່ ໜ່ວຍພັກຮາກຖານ ກົມ 205 ກົມໃຫຍ່ສັນຕິບານ ກະຊວງ ປກສ.

ໃນຕອນທ້າຍ, ພົຈວ ປອ ບົວວັນ ວົງສາວັນທອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາໜ່ວຍພັກ ທີ່ໄດ້ຮັບ ນາມມະຍົດທຸງໄຊ ແລະ ໜ່ວຍພັກ ທີ່ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ພ້ອມທັງເນັ້ນໃຫ້ສືບຕໍ່ຮັກສາມູນເຊື້ອ ແລະ ເສີມຂະຫຍາຍໃຫ້ດີຂຶ້ນກວ່າເກົ່າ ໂດຍໄປຄຽງຄູ່ກັບ ການທອດຖອນບົດຮຽນໃຫ້ໜ່ວຍພັກອື່ນທີ່ຍັງບໍ່ໄດ້ນາມມະຍົດ ໃຫ້ໄດ້ຮັບນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃນປີຕໍ່ໄປ.