ໜ່ວຍງານຕຳຫຼວດສືບຂ່າວຄະດີອາຍາ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ກັກຕົວເປົ້າໝາຍຄ້າ ຂາຍຢາເສບຕິດໄດ້ 1 ຄົນ ພ້ອມຂອງກາງຢາບ້າ 42.000 ເມັດ ຢູ່ເຂດບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ກ່ອນຂະຫຍາຍຜົນຕິດຕາມຈັບຕົວກຸ່ມເກ້ງດຽວກັນອີກ 3 ຄົນ ພ້ອມຂອງກາງຢາບ້າ ຈໍານວນ 84.181 ເມັດ ໃນຕົ້ນເດືອນພຶດສະພາ 2020 ລວມຢາບ້າທັງໝົດ 100.000 ກວ່າເມັດ.

ໜ່ວຍງານຕໍາຫຼວດສືບຂ່າວຄະດີອາຍາ ປກສ ເມືອງໄຊທານີ ເປີດເຜີຍ ໃນວັນທີ 2 ມິຖຸນາ 2020 ວ່າ: ໃນວັນທີ 6 ພຶດສະພາ 2020 ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະໄດ້ມ້າງເປົ້າໝາຍໄດ້ 1 ຄົນ ຊື່ ທ້າວ ວີລີ ອາຍຸ 26 ປີ ຢູ່ບ້ານນາສາລາ ເມືອງໄຊທານີ, ພ້ອມຂອງກາງຢາບ້າ 21 ມັດ ລວມມີ 42.000 ເມັດ ໃນຂະນະກໍາລັງເອົາຢາບ້າໄປຂາຍຢູ່ເຂດບ້ານໄຊສະຫວ່າງ ເມືອງໄຊທານີ. ຈາກນັ້ນ, ຈຶ່ງນໍາຕົວໄປສອບສວນຈະຫຍາຍຜົນ ສາມາດຕິດຕາມຈັບຕົວຜູ້ຊັດຖອດໄດ້ 3 ຄົນ ໃນວັນຕໍ່ມາ ຢູ່ຫ້ອງແຖວບ້ານນາທົ່ມ ເມືອງໄຊທານີ ມີ: ທ້າວ ໄຊພອນ ອາຍຸ 32 ປີ, ທ້າວ ສີວ້າ ອາຍຸ 19 ປີ ທັງ 2 ຄົນ ຢູ່ບ້ານນາທົ່ມ ເມືອງໄຊທານີ ແລະ ທ້າວ ວິກິດ ມາລາວັນ ອາຍຸ 21ປີ ຢູ່ບ້ານໜອງພະຍາ ເມືອງໄຊທານີ ພ້ອມຂອງກາງຢາບ້າຈໍານວນ 42 ມັດ, 1 ຖົງ ເທົ່າ 84.181 ເມັດ ແລະ ເງິນ 2 ລ້ານ ກີບ ລວມຢາບ້າທັງໝົດ126.181 ເມັດ.

ຜ່ານການສອບສວນ, ພວກກ່ຽວສາລະພາບວ່າ: ໄດ້ຕິດຕໍ່ພົວພັນກັນຄ້າ-ຂາຍຢາບ້າ ມາແຕ່ປີ 2019, ເບື້ອງຕົ້ນ ໄດ້ຊື້ມາຈາກຊາຍຄົນໜຶ່ງ ໂດຍຕິດຕໍ່ທາງໂທລະສັບຊື້ຄັ້ງລະ 2.000 ເມັດ ເມື່ອໄດ້ຢາບ້າມາແລ້ວ ແມ່ນໄດ້ຂາຍຕໍ່ໃຫ້ລູກຄ້າທີ່ຕິດຕໍ່ຊື້ທາງໂທລະສັບ ແລະ ເວລາປະມານ 12:00 ໂມງ ຂອງວັນທີ 6 ພຶດສະພາ 2020, ທ້າວ ໄຊພອນ ໄດ້ໂທຕິດຕໍ່ຂາຍຢາບ້ານໍາ ທ້າວ ວີລີ. ຕໍ່ມາ, ທ້າວ ວີລີ ໄດ້ຂັບລົດເກ໊ງ ເລກທະບຽນ ກມ 7069 ກໍາແພງນະຄອນ ເພື່ອໄປຫາ ທ້າວ ໄຊພອນ ຢູ່ຫ້ອງແຖວບ້ານນາທົ່ມ ເມື່ອຜູ້ກ່ຽວມາຮອດຫ້ອງແຖວກໍພົບເຫັນ ທ້າວ ໄຊພອນ ພ້ອມດ້ວຍເມຍ ແລະ ລູກນ້ອຍຢູ່ນຳກັນ. ຈາກນັ້ນ, ແມ່ນໄດ້ລົມກັນເລື່ອງຊື້-ຂາຍຢາບ້າ ປະມານ 10 ນາທີ ທ້າວ ໄຊພອນ ກໍເອົາຢາບ້າອອກຈາກຫ້ອງນອນມາໃຫ້ຜູ້ກ່ຽວຈຳນວນ 21 ມັດ ມີ 42.000 ເມັດ, ແຕ່ບໍ່ທັນໄດ້ຈ່າຍເງິນໃຫ້ກັນເທື່ອ ສ່ວນຢາບ້າທີ່ໄດ້ແມ່ນເອົາເຊື່ອງໄວ້ຢູ່ທ້າຍລົດເກ໊ງ; ຮອດເວລາປະມານ 20:00 ໂມງ ຂອງວັນດຽວກັນ ຜູ້ກ່ຽວໄດ້ໂທລະສັບຕິດຕໍ່ນັດຂາຍຢາບ້າໃຫ້ກັບລູກຄ້າຢູ່ເຂດບ້ານດອນໜູນ-ໄຊສະຫວ່າງ. ຫຼັງຈາກນັ້ນ, ກໍນໍາຢາບ້າໄປສົ່ງຢູ່ຈຸດນັດໝາຍ ຈຶ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວພ້ອມດ້ວຍຂອງກາງ.