ອົງການໄອຍະການ ປະຊາຊົນແຂວງອຸດົມໄຊ ສັ່ງຟ້ອງຈຳເລີຍ ທ້າວ ໃຈ (ຈຳເລີຍ) ອາຍຸ 21 ປີ ຢູ່ບ້ານຫ້ວຍຕາ ເມືອງໄຊ ແຂວງອຸດົມໄຊ ໃນສະຖານການລັກຊັບພົນລະເມືອງ ຂຶ້ນສານຂັ້ນຕົ້ນໃນເດືອນທີ່ຜ່ານມາ ແລະ ສານໄດ້ຄົ້ນຄວ້າພ້ອມຕັດສິນຈຳຄຸກ 3 ປີ 6 ເດືອນ ປັບໃໝ 5.500.000 ກີບ.

ທ້າວ ໃຈ (ຈຳເລີຍ) ຮັບສາລະພາບໃນຫ້ອງປະຊຸມສານວ່າ: ໃນວັນທີ 11 ກໍລະກົດ 2019, ທ້າວ ນູ ຢູ່ບ້ານຫ້ວຍຕອງ ໄດ້ຂັບຂີ່ລົດຈັກມາຈຳນຳເອົາເງິນ ນາງ ເປືອງ (ແມ່ຂອງຈຳເລີຍ) ຈຳນວນ 100.000 ກີບ ເມື່ອໄດ້ເງິນແລ້ວ ທ້າວ ນູ ໄດ້ບອກໃຫ້ຈຳເລີຍໄປສົ່ງຜູ້ກ່ຽວຢູ່ບ້ານ ເມື່ອໄປຮອດເຮືອນ ທ້າວ ນູ ໄດ້ໄປຊັກເຄື່ອງຢູ່ຫ້ວຍ ນໍ້າ. ຈາກນັ້ນ, ຈຳເລີຍໄດ້ໄປລັກຊັບຂອງທ້າວ ອາ ເຊີ ອາຍຸ 39 ຢູ່ ຢູ່ບ້ານລ້ອງກໍເດື່ອ ເມື່ອໄປຮອດສວນເຫັນວ່າປະຕູຮົ່ວຖືກລ໋ອກຈຳເລີຍໄດ້ເອົາໄມ້ມາງັດອອກ ແລ້ວເຂົ້າໄປລັກເອົາຕົ້ນໝາກມ່ວງຈຳນວນ 10 ເບ້ຍ ໃສ່ເປົາ ແລ້ວຍ່າງອອກມາ ຈຶ່ງຖືກ ທ້າວ ອາເຊີ ມາພົບເຫັນ ແລະ ກັກຕົວ.

ຈຳເລີຍຍັງໃຫ້ຮູ້ອີກວ່າ ຜ່ານມາເຄີຍກໍເຫດລັກຊັບມາແລ້ວ 2 ຄັ້ງ ຄືເດືອນພະຈິກ 2018 ຈຳເລີຍໄດ້ຂັບລົດຈັກໄປບ້ານຫຼັກ 22 ເມືອງໄຊ ເຫັນເລົ້າເຂົ້າຂອງປະຊາຊົນທີ່ບໍ່ໃສ່ກະແຈ ຈຳເລີຍໄດ້ເຂົ້າໄປລັກເອົາເຂົ້າເປືອກ 2 ເປົາໃສ່ລົດຈັກຕ່າງໄປຂາຍໃຫ້ກັບຊາຍບໍ່ຊາບຊື້ຢູ່ບ້ານຫຼັກ 22 ເມືອງໄຊ ໃນລາຄາເປົາລະ 70.000 ກີບ ໄດ້ເງິນ 140.000 ກີບ.

ຕໍ່ມາໃນເດືອນເມສາ 2019, ໄດ້ໄປລັກທໍ່ຢາງສີດຳຂະໜາດ 50 ຊັງຕີແມັດ ຍາວ 50 ແມັດ ຢູ່ສ່ວນຢາງພາລາຂອງ ທ້າວ ອາເຊີ ເຂດບ້ານຫ້ວຍຕາ ເມື່ອລັກໄດ້ແລ້ວກໍນຳໄປຂາຍໃຫ້ ທ້າວ ລາວດາ ຢູ່ບ້ານຫຼັກ 22 ເມືອງໄຊ ໃນລາຄາ 80.000 ກີບ ເງິນທີ່ໄດ້ຈາກການລັກຊັບໄປຂາຍນັ້ນ ຈຳເລີຍເເມ່ນໄດ້ຊື້ຢາບ້າມາເສບໝົດ.

ຜ່ານການຮັບຟັງຄຳສາລະພາບຂອງຈຳເລີຍແລ້ວ ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ຄົ້ນຄວ້າກວດກາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສຳນວນຄະດີຢ່າງລະອຽດຄົບຖ້ວນ, ຮອບດ້ານພາວະວິໄສແລ້ວເຫັນວ່າ: ໄດ້ກະທຳຜິດຕາມຂໍກ່າວຫາແທ້, ເຊິ່ງສະແດງອອກຕາມບົດບັນທຶກຄຳໃຫ້ການຂອງຈຳເລີຍ ທີ່ໄດ້ເຄື່ອນໄຫວລັກຊັບພົນລະເມືອງ ຈຳນວນ 3 ຄັ້ງ ລັກເຂົ້າເປືອກ 2 ເປົາ, ລັກທໍ່ຢາງຂະໜາດ 50 ຊັງຕີແມັດ ຍາວ 50 ແມັດ ແລະ ລັກເບ້ຍໄມ້ປະເພດໝາກມ່ວງ 10 ເບ້ຍ ເງິນທີ່ໄດ້ຈາກການເອົາຊັບທີ່ລັກມາໄປຂາຍຈຳນວນ 220.000 ກີບ.

ເຫັນວ່າ: ຕໍ່ກັບການກະທຳຂອງຈຳເລີຍໃນຄັ້ງນີ້ ໄດ້ກະທຳຜິດຕໍ່ປະມວນກົດໝາຍອາຍາ ພາກສະເພາະໃນໝວດທີ 5 ວ່າດ້ວຍການກະ ທຳຜິດຕໍ່ກຳມະສິດ ເພາະຈຳເລີຍເປັນບຸກຄົນທີ່ມີສະຕິສຳປະຊັນຍະ ແລະ ເຖິງກະສຽນອາຍຸທາງອາຍາຄົບຖ້ວນ, ເຊິ່ງຈຳເລີຍກໍຮູ້ວ່າ ການກະທຳຂອງຈຳເລີຍເປັນການກະທຳທີ່ຜິດຕໍ່ກົດໝາຍ ແຕ່ຈຳເລີຍຍັງກະທຳເປັນອາຈີນ ໂດຍກົດໝາຍ ໄດ້ລະບຸໄວ້ວ່າ: ບຸກຄົນຜູ້ໃດຫາກໄດ້ເອົາຊັບຂອງລັດ ຫຼື ລວມໝູ່ມາເປັນຂອງຕົນໂດຍລັບ ຫຼັຈະຖືກລົງໂທດຕັດອິດສະລະພາບແຕ່ 6 ເດືອນ ຫາ 3 ປີ ແລະ ຈະຖືກປັບໃໝແຕ່ 100.000-5.000.000 ກີບ; ບຸກຄົນຜູ້ໃດຫາກໄດ້ ເອົາຊັບຂອງລັດ ຫຼື ລວມໝູ່ມາເປັນຂອງຕົນ ດ້ວຍວິທີຍາດຊີງເອົາຈະຖືກລົງໂທດຕັດອິດສະລະພາບ ແຕ່ 1 ປີ ຫາ 3 ປີ ແລະ ຈະຖືກປັບໃໝ ແຕ່ 200.000 -7.000.000 ກີບ; ໃນກໍລະນີ ທີ່ຜູ້ກະທໍາຜິດຫາກໄດ້ລັກດ້ວຍການງັດແງະ, ມ້າງເພຮົ້ວຮາວ, ປະຕູ, ຫີບ, ຕູ້ ແລະອື່ນໆ ຈະຖືກລົງໂທດຕັດອິດສະລະພາບແຕ່ 1-3 ປີ ແລະ ຈະຖືກປັບໃໝແຕ່ 200.000-7.000.000 ກີບ; ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເອົາການລັກ, ການຍາດຊີງຊັບເປັນອາຈີນ, ມີການຈັດຕັ້ງເປັນກຸ່ມ ຫຼື ໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບ ແຕ່ 3-7 ປີ ແລະ ຈະຖືກປັບໃໝແຕ່ 1.000.000-10.000.000 ກີບ (ຄວາມພະຍາຍາມກໍ່ການກະທໍາຜິດກໍຈະຖືກລົງໂທດ).