ປະກາດແຕ່ງຕັ້ງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ແຂວງສະຫວັນນະເຂດ

0
994

ທ້າຍອາທິດຜ່ານມາ, ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການຈັດຕັ້ງ ຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ 2 ສະຫວັນນະເຂດ-ມຸກດາຫານ, ດ່ານສາກົນ ແດນສະຫວັນ-ລາວບາວ ແລະ ດ່ານສາກົນ ສະໜາມບິນ ສະຫວັນນະເຂດ, ເຂົ້າຮ່ວມໂດຍ ທ່ານ ຄຳມູນ ວິພົງໄຊ ຮອງລັດຖະມົນຕີ ກະຊວງພາຍໃນ ທັງເປັນ ຫົວໜ້າຄະນະປັບປຸງດ່ານຊາຍແດນ ແລະ ສະໜາມບິນສາກົນ, ທ່ານ ປອ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງໆສະຫວັນນະເຂດ ທັງເປັນ ຫົວໜ້າຄະນະປັບປຸງກົງຈັກການຈັດຕັ້ງລັດຂັ້ນແຂວງ ແລະ ມີຄະນະປັບປຸງກົງຈັກລັດຂັ້ນແຂວງ, ຫົວໜ້າພະແນກ, ອົງການຈັດຕັ້ງທຽບເທົ່າ ເຂົ້າຮ່ວມ.

ໃນພິທີ, ທ່ານ ສຸດໃຈ ໄຊຍະວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 245/ປກສ, ລົງວັນທີ 31 ມັງກອນ 2020 ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ກ່ຽວກັບ ການສະເໜີແຕ່ງຕັ້ງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ເພື່ອເປັນການປັບປຸງກົງຈັກການຈັດຕັ້ງຂອງດ່ານຊາຍແດນສາກົນ ຢູ່ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ເຊິ່ງໄດ້ຕົກລົງແຕ່ງຕັ້ງດັ່ງນີ້:

  • ແຕ່ງຕັ້ງ ພັທ ສີວານ ສີດາວົງ ເປັນ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ 2 ສະຫວັນນະເຂດ-ມຸກດາຫານ
  • ແຕ່ງຕັ້ງ ພັທ ກອງມະນີ ຊົມມີໄຊ ເປັນ ຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນ ແດນສະຫວັນ-ລາວບາວ
  • ແຕ່ງຕັ້ງ ພັທ ພູມີ ຈຳປາແດນສະຫວັນ ເປັນ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ສະໜາມບິນ ແຂວງສະຫວັນນະເຂດ

ໂອກາດດຽວກັນນີ້, ທ່ານ ຄຳມູນ ວິພົງໄຊ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ສືບຕໍ່ປັບປຸງປະຕິບັດໜ້າທີ່ໃຫ້ໄດ້ຕາມຈິດໃຈຂອງລັດຖະບານທີ່ວາງອອກ, ໃຫ້ສືບຕໍ່ແຕ່ງຕັ້ງ ຄະນະບໍລິຫານດ່ານສາກົນສະໜາມບິນ ແລະ ປະຕິບັດວຽກງານເອົາໃຈໃສ່ໃນການຄຸ້ມຄອງດ່ານສາກົນ ໃຫ້ມີປະສິດທິຜົນສູງ ຕາມແນວທາງທີ່ພັກ-ລັດໄດ້ວາງອອກ.