ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ສຶກສາອົບຮົມນັກໂທດ, ຜູ້ຖືກກັກຂັງ-ດັດສ້າງໃນວັນທີ 4 ມິຖຸນາ ຜ່ານມາ, ເພື່ອໃຫ້ເຂົາເຈົ້າຮູ້ເຖິງລະບຽບກົດໝາຍ, ແນວທາງນະໂຍບາຍຕ່າງໆ ພ້ອມທັງສ້າງໃຫ້ເຂົາເຈົ້າມີການປ່ຽນແປງທາງດ້ານທັດສະນະແນວຄິດ, ມີຄວາມຮູ້ສຶກກິນ ແໜງແຄງໃຈຕໍ່ການກະທຳ ຜິດຂອງຕົນ, ກໍ່ສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຄອບຄົວ ກໍຄືສັງຄົມ ແລະ ປະເທດຊາດຕໍ່ໄປ.

ຄະນະທີມງານສຶກສາອົບຮົມ ໄດ້ນຳເອົາເອກະສານຕ່າງໆມາເຜີຍແຜ່ປະກອບມີ: ເອກະສານປະມວນກົດໝາຍ ອາຍາ ພາກທີ 1, ໝວດທີ 10, ເຊິ່ງໄດ້ລະບຸເຖິງສາເຫດທີ່ພາໃຫ້ການປະຕິບັດໂທດຕົກໄປ, ການໂຈະການປະຕິບັດໂທດຕັດອິດສາລະພາບ ແລະ ການປ່ອຍຕົວກ່ອນກຳນົດ ໂດຍມີເງື່ອນໄຂປະກອບມີ 4 ມາດຕາ; ພາກທີ 2 ໝວດທີ 12 ການກະທໍາຜິດຕໍ່ລະບຽບການບໍລິຫານ ແລະ ການຍຸຕິທໍາ, ເຊິ່ງມີ 3 ມາດຕາ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີທາງແພ່ງ (ສະບັບປັບປຸງ). ທັງນີ້, ກໍເປັນການກ່າວເຕືອນເພີ່ມເຕີມຕໍ່ບຸກຄົນ ( ນັກ ໂທດ, ຜູ້ຖືກກັກຂັງ-ດັດສ້າງ ) ທີ່ໄດ້ກະທຳຜິດຜ່ານມາໃຫ້ຕື່ນຕົວສະໝັກໃຈ ແລະ ຫັນປ່ຽນແນວຄິດ ເພື່ອກັບກາຍມາເປັນຄົນດີຂອງຄອບຄົວ ແລະ ສັງຄົມ.

ການເຜີຍແຜ່ສຶກສາອົບຮົມໃນຄັ້ງນີ້ ເພື່ອໃຫ້ນັກໂທດ-ຜູ້ຖືກດັດສ້າງເຂົ້າໃຈຕໍ່ລະບຽບກົດໝາຍ ແນວທາງແຜນນະໂຍບາຍຂອງພັກ-ລັດ ທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດຕໍ່ຜູ້ກະທໍາຜິດຕາມສະຖານໜັກຫຼືເບົາ, ເມື່ອຖືກປະຕິບັດໂທດ ຫຼື ສຳເລັດການປະຕິບັດໂທດ, ຕ້ອງໃຫ້ມີການປ່ຽນແປງທາງດ້ານທັດສະນະແນວຄິດ, ມີຄວາມຮູ້ສຶກກິນແໜງແຄງໃຈຕໍ່ການກະທຳຜິດຂອງຕົນ, ກໍ່ສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຄອບຄົວ ກໍຄືສັງຄົມ ແລະ ປະເທດຊາດຕໍ່ໄປ.