ສໍາມະນາກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງອົງຄະນະພັກ ແຂວງໄຊຍະບູລີ

0
1174

ໃນວັນທີ 3 ມິຖຸນາ 2020, ຫ້ອງວ່າການ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບ ການປະກອບຄໍາເຫັນຕໍ່ເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ເນື້ອໃນ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງອົງຄະນະພັກ ແຂວງໄຊຍະບູລີ, ເປັນປະທານໂດຍ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆໄຊຍະບູລີ, ມີບັນດາກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ເລຂາພັກເມືອງ, ເຈົ້າເມືອງ 11 ເມືອງ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ ເຂົ້າຮ່ວມ.

ກອງປະຊຸມມີຈຸດປະສົງ ເພື່ອລະດົມຄໍາຄິດຄໍາເຫັນຂອງຄະນະພັກ, ພະນັກງານຫຼັກແຫຼ່ງ, ນັກຄົ້ນຄວ້າ, ນັກວິຊາການທີ່ກ່ຽວຂ້ອງ ຕໍ່ບັນຫາສະເພາະຈໍານວນໜຶ່ງ ເພື່ອຮັບໃຊ້ການປັບປຸງເນື້ອໃນເອກະສານ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ເພື່ອເສີມຂະຫຍາຍຫົວຄິດປະດິດສ້າງ, ຄວາມຮັບຜິດຊອບທາງການເມືອງຂອງຄະນະນໍາ ແລະ ການຈັດຕັ້ງແຕ່ລະຂັ້ນຕາມແຜນນະໂຍບາຍຂອງພັກ ຢ່າງທົ່ວເຖິງ ແລະ ເລິກເຊິ່ງ.

ໃນກອງປະຊຸມ, ສະຫາຍ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ໄດ້ຜ່ານບົດແນະນໍາກ່ຽວກັບ ການປະກອບຄໍາເຫັນຕໍ່ເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ເນື້ອໃນ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງອົງຄະນະພັກ ແຂວງໄຊຍະບູລີ, ເຊິ່ງເນື້ອໃນທີ່ຄົ້ນຄວ້າ ມີ 3 ບັນຫາ ຄື:

ຫ້ອງວ່າການ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ
  • ບັນຫາການປັບປຸງລະບົບການເມືອງ-ການປົກຄອງຂັ້ນທ້ອງຖິ່ນ ແລະ ຮາກຖານ
  • ບັນຫາການປະຕິຮູບຂອດບໍລິຫານລັດ ທີ່ກົດໜ່ວງຖ່ວງດຶງການດໍາເນີນທຸລະກິດ ແລະ ບໍລິການປະຊາຊົນ
  • ບັນຫາຈຸດພິເສດດ້ານທີ່ຕັ້ງ ແລະ ນະໂຍບາຍເຊື່ອມຈອດ-ເຊື່ອມໂຍງເສດຖະກິດຂອງ ສປປ ລາວ

ຈາກນັ້ນ, ກອງປະຊຸມກໍໄດ້ແບ່ງອອກເປັນ 3 ກຸ່ມ ເພື່ອຄົ້ນຄວ້າປະກອບຄໍາເຫັນຕາມ 3 ເນື້ອໃນດັ່ງກ່າວ ແລະ ຈະໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງ, ຮ່າງເສດຖະກິດ-ສັງຄົມ ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງອົງຄະນະພັກ ແຂວງໄຊຍະບູລີ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມມີຄໍາຄິດຄໍາເຫັນປະກອບໃສ່ 2 ຮ່າງບົດລາຍງານດັ່ງກ່າວ ໃຫ້ມີເນື້ອໃນສົມບູນ ແລະ ຄົບຖ້ວນ. ທັງນີ້, ກໍເພື່ອເປັນການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງອົງຄະນະພັກແຂວງ ທີ່ຈະໄດ້ໄຂຂຶ້ນໃນມໍ່ໆນີ້.