ໃນອາທິດຜ່ານມາ, ຫ້ອງຕໍາຫຼວດ ແລະ ບັນດາກອງບັນຊາການ ປກສ ເມືອງ ອ້ອມຂ້າງແຂວງໄຊສົມບູນ ໄດ້ມອບອາວຸດປືນແກັບ-ປືນດັດແປງ ແລະ ໝໍ້ຊ໋ອດ ໄຟຟ້າ ເກືອບ 200 ກະບອກ ທີ່ເກັບກູ້ໄດ້ຈາກປະຊາຊົນທີ່ນໍາໃຊ້ເຂົ້າໃນການລ່າສັດ (ລ່າເນື້ອ) ທີ່ບໍ່ຖືກກັບລະບຽບກົດໝາຍໃຫ້ຫ້ອງພະລາ ປກສ ແຂວງ ເພື່ອເກັບຮັກສາໄວ້ຢູ່ໃນສ້າງອາວຸດຂອງກອງບັນຊາການ ປກສ ແຂວງ ເພື່ອລໍຖ້າການທຳລາຍ.

ພາກສ່ວນທີ່ນໍາເອົາອາວຸດ ແລະ ໜໍ້ຊ໋ອດໄຟຟ້າມາມອບໃນຄັ້ງນີ້, ຫ້ອງຕໍາຫຼວດ ມີປືນແກັບ 24 ກະບອກ, ໝໍ້ຊ໋ອດປາ 2 ເຄື່ອງ ແລະ ລູກປືນຕະປູ ຈໍານວນ 9 ລູກ; ກອງບັນຊາການ ປກສ ເມືອງລ້ອງ ແຈ້ງ ປືນແກັບຈໍານວນ 113 ກະບອກ, ປືນສັ້ນດັດແປງ ຈໍານວນ 3 ກະບອກ, ເສດປືນກະບິ່ນ 1 ກະບອກ ພ້ອມລູກກະ ສູນ 76 ລູກ, ໝາກແຕກ 1 ໜ່ວຍ ແລະ ໝໍ້ຊ໋ອດປາ 1 ເຄື່ອງ; ເມືອງອານຸວົງ ມີປືນແກັບ-ປືນດັດແປງ 26 ກະບອກ ແລະ ໝໍ້ຊ໋ອດປາ-ໝໍ້ໄຟ 3 ເຄື່ອງ; ເມືອງລ້ອງຊານ ມີປືນແກັບ 17 ກະບອກ, ປືນລູກຊອງ 2 ກະບອກ, ປືນຍິງລູກຕະປູຄອນກຼີດ 2 ກະບອກ ແລະ ປືນດັດແປງລູກແວ່ງ 1 ກະບອກ.