ຫສນຍ ສະຫຼຸບວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

0
1200

ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ສະຫຼຸບວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2019 ໃນວັນທີ 5 ມິຖຸນາ 2020, ເປັນປະທານໂດຍ ສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ ເລຂາຄະນະພັກ ຫສນຍ ພ້ອມທັງມີບັນດາຄະນະພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ ເລຂາຄະນະພັກ ຫສນຍ

ຜ່ານການສະຫຼຸບວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2019 ເຫັນວ່າ:

ອົງຄະນະພັກ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ປະກອບມີ 2 ຄະນະພັກຮາກຖານ ແລະ 6 ໜ່ວຍພັກຂຶ້ນກັບ; ຜ່ານການກວດກາ, ປະເມີນຜົນ ບັນດາຄະນະພັກຮາກຖານ ແລະ ບັນດາໜ່ວຍພັກ ໃນການຈັດຕັ້ງ ປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໂດຍສະເພາະບັນດາຂໍ້ແຂ່ງຂັນຂອງແຕ່ລະພາກສ່ວນ ໂດຍອີງໃສ່ຄຳສັ່ງຂອງ ກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ຄໍາແນະນໍາຂອງ ຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 291/ຄຈສພ ແລະ ອີງໃສ່ສະພາບການຕົວຈິງ ໃນການນຳພາ-ຊີ້ນຳຂອງ ບັນດາຄະນະພັກຮາກຖານ ແລະ ບັນດາໜ່ວຍພັກ ໃນໄລຍະ 1 ປີຜ່ານມາ, ດັ່ງນັ້ນ ຈຶ່ງສາມາດຢັ້ງຢືນປະເພດແຂງ ໄດ້ຈຳນວນ 2 ຄະນະພັກຮາກຖານ ແລະ 4 ໜ່ວຍ.

ໃນກອງປະຊຸມຍັງມີການປະກາດການຈັດຕັ້ງ ໂດຍ ສະຫາຍ ຄົມສັນ ໄຊຍະສານ ກຳມະການຄະນະພັກ ຫສນຍ ໄດ້ຂຶ້ນຜ່ານມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ ຮອງເລຂາ ແລະ ກຳມະການຄະນະພັກ ຫສນຍ ປະກອບມີ:

  • ບົ່ງຕົວແຕ່ງຕັ້ງ ສະຫາຍ ຄຳລາວັນ ຈັນທະລາວັນ ຮອງລັດຖະມັນຕີ ຮອງຫົວໜ້າຫ້ອງວ່າການ ເປັນ ຮອງເລຂາຄະນະພັກ ຫສນຍ
  • ສະຫາຍ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ເປັນ ກຳມະການ ຄະນະພັກ ຫສນຍ

ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ແລະ ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ຄື:

  • ສັບຊ້ອນພະນັກງານຂັ້ນຮອງກົມ ຈຳນວນ 2 ທ່ານ
  • ແຕ່ງຕັ້ງ ຮັກສາການ ຫົວໜ້າພະແນກ ເປັນ ຫົວໜ້າພະແນກ ຈຳນວນ 2 ທ່ານ
  • ແຕ່ງຕັ້ງ ຮອງຫົວໜ້າພະແນກ ເປັນ ຫົວໜ້າພະແນກ ຈຳນວນ 1 ທ່ານ
  • ແຕ່ງຕັ້ງ ຮອງຫົວໜ້າພະແນກ ເປັນ ຮັກສາການ ຫົວໜ້າພະແນກ ຈຳນວນ 2 ທ່ານ
  • ແຕ່ງຕັ້ງ ວິຊາການ ເປັນ ຮອງຫົວໜ້າພະແນກ ຈຳນວນ 11 ທ່ານ

ໃນຕອນທ້າຍ, ສະຫາຍ ເພັດ ພົມພິພັກ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ບັນດາຄະນະພັກຮາກຖານ, ບັນດາໜ່ວຍພັກ ແລະ ບຸກຄົນ ສາມາດປະຕິບັດໄດ້ ພ້ອມທັງຊີ້ນຳຕໍ່ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ແລະ ສັບຊ້ອນ ກໍຄື ສະມາຊິກ, ພະນັກງານ-ລັດຖະກອນ ຂອງ ຫສນຍ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ-ໜ້າທີ່ວຽກງານ, ສຸມສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ປະຕິບັດໜ້າທີ່ທີ່ການຈັດຕັ້ງມອບໝາຍ ໃຫ້ມີຜົນສຳເລັດເປັນຢ່າງດີ. ພ້ອມນັ້ນ, ກໍໃຫ້ສືບຕໍ່ບຸກບືນ, ຖອດຖອນບົດຮຽນ ແລະ ຝຶກຝົນຫຼ່ໍຫຼອມຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມກ້າວໜ້າຢູ່ສະເໝີ.

ສຳລັບວຽກງານກໍ່ສ້າງໜ່ວຍພັກ ເນັ້ນໃຫ້ບັນດາຄະນະພັກຮາກຖານ ແລະ ບັນດາໜ່ວຍພັກ ສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນດຳເນີນງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຂອງຕົນໃຫ້ເປັນກິດຈະກຳ ຫຼື ໂຄງການລະອຽດ, ຈັດວາງບຸລິມະສິດໃນການດຳເນີນງານແຕ່ລະວຽກ ແລະ ແຕ່ລະໄລຍະຢ່າງຄັກແນ່ ໂດຍຕິດພັນ ແລະ ກົມກຽວກັບ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ກໍຄື ຄຳຂວັນທີ່ແຕ່ລະຄະນະພັກຮາກຖານ ແລະ ໜ່ວຍພັກ ໄດ້ປະກາດຂໍ້ແຂ່ງຂັນຮ່ວມກັນ, ສຳຄັນແມ່ນໃຫ້ກາຍເປັນຂະບວນການທີ່ພົ້ນເດັ່ນ ເກີດຂຶ້ນຢ່າງຈະແຈ້ງ ແລະ ສາມາດປະເມີນຕີລາຄາຜົນສຳເລັດໄດ້ງ່າຍ.