ໃນປັດຈຸບັນ, ບັນຫາອາຊະຍາກໍາສິ່ງແວດລ້ອມ ໄດ້ກາຍເປັນບັນຫາທີ່ພົ້ນເດັ່ນຢູ່ໃນສັງຄົມ ອາຊະຍາກຳດັ່ງກ່າວຍັງມີລັກສະນະເປັນອາຊະຍາກໍາຂ້າມຊາດ ທີ່ມີການຈັດຕັ້ງເງິນໝູນວຽນ ກະທົບເປັນວົງກວ້າງທັງທາງກົງ ແລະ ທາງອ້ອມຕໍ່ກັບການພັດທະນາເສດຖະກິດໝັ້ນຄົງຂອງຊາດ ແລະ ເປັນໄພຄຸກຄາມຢ່າງຕໍ່ເນື່ອງຕໍ່ກັບຊັບພະຍາກອນທໍາມະຊາດ; ອາຊະຍາກຳສິ່ງເວດລ້ອມ ມີລັກສະນະກະທຳຜິດຕັ້ງແຕ່ບຸກຄົນ, ນິຕິບຸກຄົນ, ທຸລະກິດຂະໜາດນ້ອຍໄປຈົນເຖິງເຄືອຂ່າຍເຊື່ອມໂຍງກັນຫຼາຍປະເທດທັງໃນພາກພື້ນ ແລະ ທົ່ວໂລກ; ນອກນີ້, ຍັງມີການພົວພັນກັບການກະທໍາຜິດຫຼາຍຂົງເຂດ ເຊັ່ນ: ການຟອກເງິນ, ການສໍ້ລາດບັງຫຼວງ, ການສໍ້ໂກງ, ການປອມແປງເອກະສານ ແລະ ການໃຊ້ຄວາມຮຸນແຮງ.

ພັທ ອິນປົງ ຈັນທະວົງສາ ຫົວໜ້າກົມຕໍາຫຼວດສິ່ງແວດລ້ອມ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ກ່າວວ່າ:

ຕໍ່ກັບບັນຫາດັ່ງກ່າວນີ້, ລັດຖະບານໄດ້ເພີ່ມທະວີຄວາມເອົາໃຈໃສ່ຕໍ່ກັບການພັດທະນາປະເທດໃນຫຼາຍດ້ານ  ເປັນຕົ້ນແມ່ນການພັດທະນາພື້ນຖານໂຄງລ່າງ, ການພັດທະນາເສດຖະກິດ-ສັງຄົມ ແລະ ການພັດທະນາດ້ານອື່ນໆ. ພ້ອມດຽວກັນນັ້ນ, ລັດຖະບານ ໄດ້ມີການກໍານົດນະໂຍບາຍໃໝ່ໃນຫຼາຍດ້ານ ເພື່ອ ຮອງຮັບການພັດທະນາດັ່ງກ່າວ ເຊັ່ນ: ນະໂຍບາຍດ້ານການລົງທຶນ, ນະໂຍບາຍດ້ານການທ່ອງທ່ຽວໃນປະເທດ ແລະ ນະໂຍບາຍອື່ນໆ.

ຕໍ່ກັບການພັດທະນາປະເທດໃນຫຼາຍໆດ້ານນັ້ນ, ຈຶ່ງເກີດໃຫ້ມີຊ່ອງວ່າງແກ່ກຸ່ມຄົນທີ່ບໍ່ດີ ແລະ ກຸ່ມຄົນທີ່ສວຍໃຊ້ໂອກາດໃນການ ສະແຫວງຫາຜົນປະໂຫຍດສ່ວນຕົວ ໂດຍບໍ່ຄໍານຶງ ແລະ ເຄົາລົບຕໍ່ລະບຽບກົດໝາຍ, ຈົນເຮັດໃຫ້ເກີດຜົນເສຍຫາຍ ແລະ ຜົນກະທົບໃນຫຼາຍໆດ້ານ, ເປັນຕົ້ນແມ່ນຜົນກະທົບທາງດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຊັ່ນ: ຜົນກະທົບຈາກການລັກລອບນໍາເຂົ້າ ແລະ ບໍລິໂພກສິນຄ້າລວມໄປເຖິງຜະລິດຕະພັນຜິດກົດໝາຍທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສຸຂະອະນາໄມຂອງປະຊາຊົນ ເຊັ່ນ: ທາດກໍາມັນຕະລັງສີ, ເຄມີອັນຕະລາຍ, ປຸ໋ຍເຄມີຫວງຫ້າມ, ຜະລິດຕະພັນຢາປອມ, ສິນຄ້າເຖື່ອນ, ອາຫານທີ່ເຈືອປົນສານເຄມີ ແລະອື່ນໆ.

ຜົນກະທົບຈາກໂຮງຈັກ-ໂຮງງານອຸດສາຫະກໍາ, ສະຖານທີ່ການແພດ ແລະ ໂຄງການຂຸດຄົ້ນແຮ່ທາດ, ໂຄງການກໍ່ສ້າງຂະໜາດໃຫຍ່ ແລະ ໂຄງການອື່ນໆ ເຊັ່ນ: ການລັກລອບປ່ອຍນ້ໍາເສຍອອກສູ່ທີ່ຢູ່ອາໄສ, ພື້ນທີ່ທໍາມາຫາກິນຂອງປະຊາຊົນ ແລະ ແຫຼ່ງນ້ໍາທໍາມະຊາດ, ການລັກລອບປ່ອຍຄວັນພິດເກີນຄ່າມາດຕະຖານທີ່ກໍານົດ, ການກໍ່ມົນລະພິດທາງສຽງ, ການລັກລອບຖີ້ມຂີ້ເຫຍື້ອອັນຕະລາຍຕາມສະຖານທີ່ສາທາລະນະ (ຂີ້ເຫຍື້ອຈໍາພວກເຄື່ອງອີເລັກໂຕນິກ, ແບັດເຕີຣີ, ອຸປະກອນທາງການແພດ, ຖັງເຄມີ, ສານເຄມີອັນຕະລາຍ ແລະອື່ນໆ).

ຜົນກະທົບຈາກການລັກລອບຂຸດຄົ້ນໄມ້, ພືດປ່າ ແລະ ເຄື່ອງປ່າຂອງດົງ ທີ່ຫວງຫ້າມ ແລະ ໃກ້ຈະສູນພັນ ແລະ ຜົນກະທົບຈາກການລ່າສັດນ້ໍາ-ສັດປ່າ, ການມີໄວ້ຄອບຄອງສັດປ່າແບບຜິດກົດໝາຍ, ການຊື້-ຂາຍ,  ນ້ໍາເຂົ້າ-ສົ່ງອອກ ແລະ ນໍາຜ່ານສັດນ້ໍາ-ສັດປ່າ, ຊິ້ນສ່ວນສັດນ້ໍາ-ສັດປ່າ ແລະ ຜະລິດຕະພັນທີ່ເຮັດມາຈາກສັດນ້ຳ-ສັດປ່າຫວງຫ້າມ ແລະ ໃກ້ສູນພັນ ເຊັ່ນ: ເສື້ອໂຄ່ງ, ເສືອດາວ, ເສື້ອລາຍເມກ, ຊ້າງ, ໝີຄວາຍ ຫຼື ໝີ ດໍາເອເຊຍ, ໝີໝາ, ໂຕລິ່ນ ແລະ ເຕົ່າຫຼາຍຊະນິດ ເຊັ່ນ: ເຕົ່າກ໋ອງອິນໂດຈີນ.

ພັທ ອານຸສິນ ສັກປະເສີດ ຮອງຫົວໜ້າກົມຕໍາຫຼວດສິ່ງແວດລ້ອມ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ກ່າວຕື່ມວ່າ: ໃນໄລຍະຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດສິ່ງເວດລ້ອມ ໄດ້ເອົາໃຈໃສ່ສະກັດກັ້ນບັນຫາອາຊະຍາກໍາສິ່ງແວດ ລ້ອມໃນຂອບເຂດທົ່ວປະເທດຢ່າງຕັ້ງໜ້າ ເພື່ອສະກັດກັ້ນອາຊະຍາກໍາສິ່ງແວດລ້ອມທີ່ເກີດຂຶ້ນໃນທົ່ວປະເທດໃຫ້ຫຼຸດໜ້ອຍຖອຍລົງ ແລະ ຄ່ອຍໝົດໄປຈາກສັງຄົມ, ເຊິ່ງໃນ 2-3 ປີຜ່ານມາມີຄະດີອາຊະຍາກໍາສິ່ງແວດລ້ອມເກີດຂຶ້ນຈໍານວນ 50 ກວ່າເລື່ອງ; ສ່ວນຫຼາຍແມ່ນການຄ້າ-ຂາຍປະເພດງາຊ້າງ, ໜໍ່ແຮດ, ຊິ້ນສ່ວນສັດທີ່ຫວງຫ້າມໃກ້ຈະສູນພັນ ເປັນຕົ້ນແມ່ນປາປະເພດຕ່າງໆ, ເຕົ່າ, ໂຕລິ່ນ, ໝີ ແລະ ສັດປ່າຫວງຫ້າມປະເພດອື່ນໆ. 

ຕໍ່ກັບບັນຫາອາຊະຍາກຳດັ່ງກ່າວທີ່ເກີດຂຶ້ນນັ້ນ ໃນນາມກົມຕໍາຫຼວດສິ່ງເວດລ້ອມ ຂໍເຊີນຊວນໃຫ້ພໍ່-ແມ່ປະຊາ ຊົນ, ພະນັກງານ, ອໍານາດ ການປົກຄອງທຸກຂັ້ນ ລວມໄປເຖິງນັກທຸລະກິດທຸກຂະແໜງການ ຈົ່ງຊ່ວຍກັນເປັນຫູເປັນຕາ, ເອົາໃຈໃສ່ໃນວຽກງານປົກປັກຮັກສາສິ່ງແວດ ລ້ອມ ແລະ ມີສ່ວນຮ່ວມເຂົ້າໃນວຽກງານສະກັດກັ້ນ-ຕ້ານອາຊະຍາກໍາສິ່ງແວດລ້ອມ ເພື່ອເປັນການປົກປັກຮັກສາສິ່ງແວດລ້ອມ ແລະ ມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄົມ ແລະ ອະນຸລັກຊັບພະຍາກອນທໍາມະຊາດ ໃຫ້ຢູ່ຄຽງຄູ່ກັບປະເທດຂອງພວກເຮົາຢ່າງຍືນຍົງ; ພ້ອມດຽວກັນນີ້, ພະນັກງານ-ນັກຮົບທຸກສະຫາຍ  ໂດຍສະເພາະແມ່ນກົມຕໍາຫຼວດສິ່ງ ແວດລ້ອມ ແລະ ເຈົ້າໜ້າທີ່ຕໍາຫຼວດສິ່ງແວດລ້ອມໃນຂອບເຂດທົ່ວປະເທດ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ໃນການເຮັດວຽກງານສະກັດກັນ-ຕ້ານອາຊະຍາກໍາສິ່ງແວດລ້ອມ, ແກ້ໄຂປະກົດການຫຍໍ້ທໍ້ໃຫ້ທັນຕໍ່ສະພາບການ ແລະ ມີປະສິດທິຜົນສູງ ເພື່ອຍົກສູງວຽກງານປ້ອງກັນຄວາມສະຫງົບຂອງພວກເຮົາໃຫ້ດີຂຶ້ນກວເກົ່າ ( ພັທ ອິນປົງ ຈັນທະວົງສາ ກ່າວ).