ຮອງເຈົ້າແຂວງຜົ້ງສາລີ ເຄື່ອນໄຫວຊຸກຍູ້ການປ້ອງກັນການລະບາດ COVID-19 ແລະ ພະຍາດຕາມລະດູການ ຢູ່ເມືອງສໍາພັນ

0
1255

ວັນ​ທີ 2 ມີ​ຖຸ​ນາ 2020, ທ່ານ ທອງສີ ເສົາສຸລິພົມ ຮອງເຈົ້າແຂວງໆຜົ້ງສາລີ ທັງເປັນຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂັ້ນແຂວງພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ວຽກງານການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ແລະ ການ​ເຝົ້າ​ລະ​ວັງ​ພະ​ຍາດ​ຕາມ​ລະ​ດູ​ການ ຢູ່ເມືອງ​ສຳ​ພັນ ແຂວງຜົ້ງສາລີ.

ໂອກາດດັ່ງກ່າວ, ທ່ານຮອງເຈົ້າແຂວງ ໄດ້ຮັ​ບ​ຟັງ​ການ​ລາຍ​ງານ​ສະ​ພາບການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຈາກ​ຄະ​ນະ​ສະ​ເພາະ​ກິດ​ຂັ້ນ​ເມືອງ; ເຊີ່ງ​ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ລະ​ບາດ​ພະ​ຍາດ COVID-19; ເມືອງ​ສຳ​ພັນ​ ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ປ້ອງ​ກັນ​ ໂດຍ​ຜັນຂະຫຍາຍຄຳ​ສັ່ງ​ແຈ້ງການ, ​ຄຳ​ແນະ​ນ​ຳ​ຕ່າງໆ​ຂອງ​ຂັ້ນ​ສູນ​ກາງ ແລະ ຂັ້ນ​ແຂວງ; ​ແຕ່ງ​ຕັ້ງ​ຄະ​ນະ​ສະ​ເພາະ​ຂັ້ນ​ເມືອງ ​ລົງເຄື່ອນ ໄຫວໂຄສະນາ ແລະ ແນະນໍາໃຫ້ບັນດາກຸ່ມບ້ານ, ບ້ານໃນທົ່ວເມືອງ; ໄດ້ແນະນໍາໃຫ້ນາຍບ້ານແຕ່ລະບ້ານອອກມາດຕະການ ແລະ ແຕ່ງຕັ້ງຄະນະສະເພາະກິດຂັ້ນບ້ານ ໂດຍສົມທົບກັບຄະນະສະເພາະກິດຂັ້ນເມືອງໃນການຕິດຕາມຄົນເຂົ້າ-ອອກທີ່ມາຈາກຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດຢ່າງເຂັ້ມງວດ; ພ້ອມ​ທັງຕັ້ງຈຸດກວດກາຄົນເຂົ້າ-ອອກເມືອງຈໍານວນ 4 ຈຸດຄື: ຈຸດບ້ານຫາດງາໃຕ້, ຈຸດບ້ານອາເຊີ, ຈຸດບ້ານມູຈີ່ກາງ ແລະ ຈຸດບ້ານນໍ້າຮາງ; ແຕ່ງຕັ້ງຄະນະເຄື່ອນທີ່ ເພື່ອເຄື່ອນໄຫວຕິດຕາມ ໂດຍນໍາໃຊ້ລົດຈັກມ້າຂາວ ເປີດວໍ ແຈ້ງເຕືອນພໍ່ແມ່ປະຊາຊົນ 2-3 ຄັ້ງ/ມື້; ໄດ້ກໍານົດຈຸດທີ່ແຍກປ່ຽວໃຫ້ບຸກຄົນທີ່ມາຈາກຕ່າງແຂວງ ແລະ ຕ່າງປະເທດ ພາຍໃນເມືອງ ປະກອບມີ ໂຮງໝໍ, ໂຮງຮຽນ, ຫ້ອງການບ້ານ ແລະ ກໍລະນີບ້ານທີ່ບໍ່ມີສະຖານທີ່ກັກບໍລິເວນຢູ່ພາຍໃນບ້ານ ແມ່ນກໍານົດໃຫ້ໄປແຍກປ່ຽວຢູ່ຕາມໄຮ່ນາຮົ້ວສວນ.

ຜ່ານການຈັດຕັ້ງປະຕິບັດຕິດຕາມກວດກາຕະຫຼອດໄລຍະຜ່ານມາເຫັນວ່າ: ມີຄົນເຂົ້າ-ອອກເມືອງ ມີທັງໝົດ 571 ຄົນ, ຍິງ  252 ຄົນ; ມີພົນລະເມືອງຂອງເມືອງສໍາພັນທີ່ໄປເຮັດວຽກ ແລະ ໄປສຶກສາຮໍ່າຮຽນກັບມາຈາກຕ່າງປະເທດ ມີ 32 ຄົນ, ຍິງ 26 ຄົນ; ເຫຼືອນັ້ນແມ່ນເດີນທາງກັບມາຈາກຕ່າງເມືອງ, ຕ່າງແຂວງພາຍໃນປະ ເທດ.

ສໍາລັບການເຝົ້າລະວັງ, ການປ້ອງກັນພະຍາດຕາມລະດູການ ແມ່ນໄດ້ເອົາໃຈໃສ່ລົງສັກຢາກັນພະຍາດຢູ່ແຕ່ລະຈຸດ, ແຕ່ລະບ້ານໃນຂອບເຂດທົ່ວເມືອງຢ່າງເປັນປົກກະຕິໃນແຕ່ລະໄລຍະ; ອອກແຈ້ງການໃຫ້ແຕ່ລະບ້ານ 63 ບ້ານ ໃນທົ່ວເມືອງກ່ຽວກັບການປ້ອງກັນພະຍາດຕາມລະດູການ.

ໃນ​ໂອ​ກາດນີ້, ​ທ່ານ ທອງສີ ເສົາສຸລິພົມ ໄດ້​ຮຽກ​ໃຫ້​ທຸກ​ພາກ​ສ່ວນ​ພາຍ​ໃນ​ຄະ​ນະ​ສະ​ເພາະ​ກິດຂັ້ນ​ເມືອງ, ພາກ​ສ່ວນ​ກ່ຽວ​ຂ້ອງ ຈົ່ງ​ພ້ອມ​ກັນ​ເປັນ​ເຈົ້າ​ການ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັນດບັນດາ​ແຈ້ງ​ການ, ຄຳ​ສັ່ງຕ່າງໆ​ຂອງ​ຂັ້ນ​ສູນ​ກາງ ແລະ ແຂວງວາງ​ອອກ; ເອົາ​ໃຈ​ໃສ່​ຕິດ​ຕາມກວດ​ກາ​ຈຳ​ນວນແຮງ​ງານ​ທີ່​ມາ​ຈາກ​ບ່ອນ​ອື່ນ; ​ສືບ​ຕໍ່​ຕິດ​ຕາມ​ການ​ເປີດ​ການ​ຮຽນ – ການ​ສອນ ໂດຍ​ການ​ຮັກ​ສາ​ໄລ​ຍະ​ທ່າງ 1 ເມັດ; ນອກ​ຈາກນີ້, ເອົາໃຈໃສ່ລົງສັກຢາກັນພະຍາດຢູ່ແຕ່ລະຈຸດ, ແຕ່ລະບ້ານໃນຂອບເຂດທົ່ວເມືອງຢ່າງເປັນປົກກະຕິ; ໃຫ້ພະນັກງານສຸກສາລາແຕ່ລະແຫ່ງ ເອົາໃຈໃສ່ໂຄສະນາໃຫ້ພໍ່ແມ່ປະຊາຊົນໃນຂອບເຂດຮັບຜິດຊອບຂອງຕົນ ເພື່ອປ້ອງກັນພະຍາດຕາມລະ ດູການ; ແຕ່ງຕັ້ງພະນັກງານຮັບຜິດຊອບການເຝົ້າລະວັງ, ປ້ອງກັນການແຜ່ລະບາດຂອງພະຍາດຕາມລະດູ ການ ເປັນຕົ້ນພະຍາດໄຂ້ຍຸ້ງລາຍ, ພະຍາດຖອກທ້ອງ; ພ້ອມ​ທັງກະກຽມຢາ ແລະ ອຸປະກອນການແພດ ເພື່ອຮັບໃຊ້ໃນການປິ່ນປົວພະຍາດ ຖ້າຫາກມີການລະບາດເກີດຂຶ້ນ.

ພາບ-ຂ່າວ: ແສງຄໍາ ສາລີວັນ