ກອງປະຊຸມໃຫ່ຍ ຄັ້ງທີ I ຂອງໜ່ວຍພັກສ່ວຍສາອາກອນ ແຂວງໄຊສົມບູນ

0
1390

ກອງປະຊຸມໃຫ່ຍຄັ້ງທີ I ຂອງໜ່ວຍພັກສ່ວຍສາອາກອນ ປະຈຳແຂວງໄຊສົມບູນ ໄດ້ໄຂຂື້ນໃນວັນທີ 8 ມິຖຸນາ 2020; ເປັນປະທານໂດຍສະຫາຍ ສຸກສະຫວາດ ວົງພູມເຫຼັກ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກການເງິນ ແຂວງໄຊສົມບູນ; ມີ ສະຫາຍ ວັນທອງ ທຳມະວົງ ຮອງຄະນະຈັດຕັ້ງແຂວງ ແລະ ສະຫາຍ ພັນທອງ ວັນທາວົງ ເລຂາໜ່ວຍພັກຮາກຖານສ່ວຍສາອາກອນປະຈຳແຂວງ, ຜູ້ແທນສົມບຸນສຳຮອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ເລຂາໜ່ວຍພັກຮາກຖານສ່ວຍສາອາກອນປະຈຳແຂວງໄຊສົມບູນ ໄດ້ຜ່ານບົດສະຫຼຸບການນໍາພາຂອງຄະນະພັກ ແຕ່ປີ 2016-2020; ໂດຍໄດ້ເອົາໃຈໃສ່ຕໍ່ການສຶກສາອົບຮົມການເມືອງ-ແນວຄິດໃຫ້ກັບສະມາຊິກພັກ-ພະນັກງານ ໃຫ້ຮັບຮູ້, ເຂົ້າໃຈ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ໄດ້ຊື່ອຊຶມມະຕິຄຳສັ່ງ, ຂອງຄະນະພັກຂັ້ນເທິງຢ່າງເປັນປະຈຳ ເພື່ອແນໃສ່ສ້າງຄວາມເປັນເອກະພາບທາງດ້ານແນວຄິດ, ທັດສະນະ ແລະ ການປະຕິບັດຕົວຈິງ ໃນການປະຕິວັດວຽກງານວິຊາສະເພາະໃຫ້ມີຜົນສໍາເລັດ ແລະ ໂປງໃສ່; ໂດຍໃນແຕ່ລະປີ ສາມາດຈັດເກັບລາຍຮັບ ໄດ້ຕາມແຜນການທີ່ວາງໄວ້.

ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ໂດຍເລືອກເອົາ ສະຫາຍ ພັນທອງ ວັນທາວົງເປັນເລຂາໜ່ວພັກຮາກສ່ວຍສາອາກອນ ປະຈໍາແຂວງໄຊສົມບູນ, ສະຫາຍ ຫົງຄຳ ພົມວິລາດ ເປັນຮອງເລຂາ, ສະຫາຍ ມະໂນພາບ ພອນວັນທາ ເປັນຄະນະກວດກາ.

ສະຫາຍ ສຸກສະຫວາດ ວົງພູມເຫຼັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ໜ່ວຍພັກສ່ວຍສາອາການປະ ຈຳແຂວງໄຊສົມບູນ ຍາດມາໄດ້ໃນໄລຍະຜ່ານມາ; ພ້ອມທັງຮຽກຮ້ອງຄະນະໜ່ວຍພັກຊຸດໃໝ່ ຈົ່ງເອົາໃຈໃສ່ສືບຕໍ່ເພີມທະວີການສຶກສາອົບຮົມການເມືອງແນວຄິດ, ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິບັດ, ມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ຊາດ, ມີແບບແຜນວິທີເຮັດວຽກໃນການນໍາພາລວມສູນປະຊາທິປະໄຕ ຕົກລົງເປັນໝູຄະນະ, ມີສະຕິລະວັງຕົວຕໍ່ການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ປະຕິບັດໜ້າທີວຽກງານວິຊາສະເພາະ ແລະ ມະຕິຄຳສັ່ງຂອງຂັ້ນເທິງໃຫ້ມີພົນສຳເລັດ, ມີປະສິດຕິພາບສູງ  ເພື່ອສ້າງໜ່ວຍພັກໃຫ້ເປັນໜ່ວຍພັກເຂັ້ມແຂງ ປອດໃສ ໜັກແໜ້ນ.

ຂ່າວ: ປກສ ແຂວງໄຊສົມບູນ