ປກສ ແຂວງບໍລິຄໍາໄຊ ປະກາດເລື່ອນຊັ້ນ-ປະດັບຊັ້ນໃຫ້ພະນັກງານ-ນັກຮົບ

0
1216

ໃນວັນທີ 5 ມິຖຸນາ 2020, ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທິປະກາດເລື່ອນຊັ້ນ-ປະດັບຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຜູ້ທີ່ມີຜົນງານດີເດັ່ນຮອບດ້ານ ຕາມມາດຖານເງື່ອນໄຂທີ່ໄດ້ກຳນົດໄວ້, ເປັນປະທານໂດຍ ພັທ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ມີຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ, ພະນັກງານ-ນັກຮົບ ເຂົ້າຮ່ວມ 300 ກວ່າສະຫາຍ.

ພັທ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ

ພັທ ອວດ ວົງໄຊ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແລະ ກົມໃຫຍ່ການເມືອງ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ ຈຳນວນ 13 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 12 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈຳນວນ 15 ສະຫາຍ ຍິງ 2 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈຳນວນ 10 ສະຫາຍ ຍິງ 5 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 4 ສະຫາຍ ຍິງ 1 ສະຫາຍ
  • ສິບເອກ ຂຶ້ນ ວາທີ 1 ສະຫາຍ
  • ເລື່ອນຊັ້ນ ສິບໂທ ຂຶ້ນ ສິບເອກ 11 ສະຫາຍ ຍິງ 5 ສະຫາຍ

ພ້ອມນີ້, ກອງປະຊຸມຍັງໄດ້ປະກາດນະໂຍບາຍອະນຸມັດໃຫ້ນາຍຕໍາຫຼວດ ອອກສ້າງເສດຖະກິດຄອບຄົວ ໂດຍໄດ້ຮັບເງິນອຸດໜູນຕາມລະບຽບປະກັນສັງຄົມ ຕໍ່ພະນັກງານລັດຖະກອນ ຈຳນວນ 1 ສະຫາຍ.

ໃນໂອກາດນີ້, ທ່ານຫົວໜ້າກອງບັນຊາການ ປກສ ແຂວງ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບນະໂຍບາຍ ແລະ ເລື່ອນຊັ້ນ ພ້ອມທັງເນັ້ນໃຫ້ເພີ່ມທະວີມີສະຕິລະວັງຕົວ ຕໍ່ທຸກເລ່ລ່ຽມກົນອຸບາຍຂອງພວກຄົນບໍ່ຫວັງດີ, ເອົາໃຈໃສ່ປະຕິບັດລະບຽບຂອງກຳລັງໃຫ້ເຂັ້ມງວດ ແລະ ເຮັດສຳເລັດທຸກໜ້າທີ່, ຮັກສາສະຖຽນລະພາບຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໃຫ້ມີຄວາມປອດໄພ 100%.