ປະກາດການແຕ່ງຕັ້ງຮອງເຈົ້າເມືອງ ເມືອງໃໝ່ ແຂວງຜົ້ງສາລີ

0
1195

ວັນ​ທີ 1 ມີ​ຖຸນາ 2020, ​ເມືອງ​ໃໝ່ ແຂວງຜົ້ງສາລີ ໄດ້​ຈັດ​ປະ​ກາດ​ການ​ແຕ່ງຕັ້ງຮອງ​ເຈົ້າ​ເມືອງໆ​ໃໝ່; ເຂົ້າຮ່ວມໂດຍ ທ່ານທອງ​ສີ ເສົາ​ສຸ​ລິ​ພົມ ຮອງ​ເຈົ້າ​ແຂວງໆ​ຜົ້ງ​ສາ​ລີ, ມີ​ທ່ານ ສົມ​ຈີດ​ ສິດ​ທິ​ວົງ ເລ​ຂາ​ພັກ​ເມືອງ​ເຈົ້າ​ເມືອງເມືອງ​ໃໝ່, ພະນັກງານຫຼັກແຫຼ່ງ ພ້ອມດ້ວຍພາກ​ສ່ວນ​ທີ່ກ່ຽວ​ຂ້ອງ​ເຂົ້​າ​ຮ່ວມ.

ທ່ານ ບຸນ​ສະ​ຫວັດ ເຫຼັກ​ກັນ​ຍາ ຫົວ​ໜ້າ​ຫ້ອງ​ການ​ ​ຄະ​ນະ​ຈັດ​ຕັ້ງ​ແຂວງ ​ໄດ້​ຜ່ານ​ຂໍ້​ຕົກ​ລົງ​ຂອງ​ເຈົ້າ​ແຂວງຜົ້ງສາລີ ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງໃຫ້​ພະ​ນັກ​ງານ​ດຳ​ລົງ​ຕຳ​ແໜ່ງ​ບໍ​ລິ​ຫານຂັ້ນ​ຮອງ​ເຈົ້າ​ເມືອງໆ​ໃໝ່; ເຊີ່ງ​ໄດ້​ຕົກ​ລົງ​ແຕ່ງ​ຕັ້ງ​ ທ່ານ ຄຳ​ເລີດ ອິນ​ແກ້ວກຳ​ ກໍາມະ​ການ​ປະ​ຈຳ​ພັກ​ເມືອງ ເປັນ​ຮອງ​ເຈົ້າ​ເມືອງ, ທ່ານ ປອ ພອນ​ສະ​ຫວັນ ມະ​ນີ​ວົງ​ສີ ກຳ​ມະ​ການ​ພັກ​ເມືອງ ເປັນ​ຮອງ​ເຈົ້າ​ເມືອງ.

ໃນ​ໂອ​ກາດນີ້, ທ່ານ ທອງ​ສີ ເສົາ​ສຸ​ລິ​ພົມ ​ໄດ້​ກ່າວ​ສ​ະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່ໍ່​ຜົນ​ງານ ແລະ ໄຊ​ຊະ​ນະ​ທີ່​ທາງ​ເມືອງ​ໃໝ່​ຍາດ​ມາ​ໄດ້​ໃນ​ໄລ​ຍະ​ທີ່​ຜ່ານ​ມາ; ພ້ອມ​ກັນ​ທັງ​ຮຽກ​ຮ້ອງ​ໃຫ້ຜູ້​ທີ່ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃໝ່ ​ຈົ່ງເພີ່ມທະວີການກໍາແໜ້ນແນວທາງ, ນະໂຍບາຍຂອງພັກ-ລັດ, ມະຕິ, ຄໍາສັ່ງ, ນິຕິກຳຕ່າງໆຂອງຂັ້ນເທິງ ລວມທັງພາລະບົດ ບາດສິດໜ້າທີ່ຂອງແຕ່ລະພາກສ່ວນ, ຄາດໝາຍສູ້ຊົນທີ່ຂັ້ນເທິງກໍຄືຂັ້ນຂອງຕົນວາງອອກ; ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີໃນການຊີ້ນຳ-ນໍາພາວຽກງານຮອບດ້ານໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃຫ້ມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ແລະ ພັດທະນາດີຂຶ້ນເລື້ອຍໆ.

ພາບ-ຂ່າວ: ແສງຄໍາ ສາລີວັນ