ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງອຸດົມໄຊ ນຳຕົວຜູ້ກໍ່ເຫດ 2 ຄົນ ທີ່ຮ່ວມກັນລັກຕູ້ເຊັບຂອງພົນລະເມືອງຢູ່ບ້ານຫຼັກ 32 ເມືອງໄຊ ໃນຕູ້ເຊັບມີເງິນ 559.000.000 ກີບ ໄປເຮັດແຜນປະກອບຄໍາສາລະພາບຢູ່ຈຸດເກີດເຫດໃນ ວັນທີ 29 ພຶດສະພາ ທີ່ຜ່ານມາ, ເພື່ອປະກອບໃສ່ສໍານວນຄະດີ ກ່ອນສະຫຼຸບສົ່ງໃຫ້ໄອຍະການສັ່ງຟ້ອງຂຶ້ນສານຕັດສິນຕາມກົດໝາຍ.

ຜູ້ຖືກຫາທັງ 2 ຄົນຊື່ ທ້າວ ຕູວ່າ ຫຼື ໄຊວ່າ ອາຍຸ 30 ປີ ຢູ່ບ້ານຫຼັກ 32 ແລະ ທ້າວ ເບິງລີ ຫຼື ບຸນລີ ອາຍຸ 16 ປີ ຢູ່ບ້ານຫ້ວຍແພ ທັງ 2 ຢູ່ເມືອງໄຊ ແຂວງອຸດົມໄຊ ກໍ່ເຫດລັກຕູ້ເຊັບຂອງ ທ້າວ ປິງຈາ ເຊັງເຊີນ ອາຍຸ 50 ປີ ຢູ່ບ້ານຫຼັກ 32 ເມືອງໄຊ. ເຫດການດັ່ງກ່າວເກີດຂຶ້ນ ໃນວັນທີ 29 ກັນຍາ 2019 ໂດຍຜູ້ເສຍຫາຍ ໄດ້ເຂົ້າແຈ້ງ ຄວາມຕໍ່ເຈົ້າໜ້າທີ່ວ່າ: ມີຄົນຮ້າຍບໍ່ຊາບຈຳນວນງັດເຂົ້າເຮືອນ ໃນເວລາປະມານ 2-3 ໂມງ ແລະ ໄດ້ລັກເອົາຕູ້ເຊັບ 1 ໜ່ວຍ, ເຊິ່ງໃນຕູ້ເຊັບມີເງິນຈໍານວນ 559.000.000 ກວ່າກີບ. ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດວິຊາສະ ເພາະໄດ້ຈັດກໍາລັງລົງເກັບກຳຂໍ້ມູນກວດກາຊັນນະສູດສະຖານທີ່ເກີດເຫດ ເຫັນວ່າມີມູນຄວາມຈິງແທ້ ພ້ອມທັງຈັດຕັ້ງໜ່ວຍສະເພາະກິດລົງຕິດຕາມເປົ້າໝາຍຢູ່ຈຸດຫຼ່ໍແຫຼມຕ່າງໆ. ຜ່ານການຕິດຕາມຮອດວັນທີ 11 ພະຈິກ 2019, ຈຶ່ງສາມາດນໍາຕົວ ທ້າວ ຕູວ່າ ແລະ ທ້າວ ເນັງລີ ໄປສອບສວນ.

ຜ່ານການສອບສວນ ພວກກ່ຽວຮັບສາລະພາບວ່າ: ໃນໄລຍະເດືອນສິງຫາ 2019, ທ້າວ ຕູວ່າ ຫຼື ໄຊວ່າ ໄດ້ໄປຊື້ນໍ້າດື່ມຢູ່ຮ້ານຂາຍເຄື່ອງຂອງຜູ້ເສຍຫາຍ ແລະ ໄດ້ສັງເກດເຫັນເຈົ້າຂອງຮ້ານນັບເງິນເກັບມ້ຽນຈຳນວນຫຼວງ ຫຼາຍ. ຈາກນັ້ນ, ທ້າວ ຕູວ່າ ຈຶ່ງວາງແຜນໂດຍຊັກຊວນໝູ່ອີກ 3 ຄົນ ເຂົ້າໄປລັກເອົາເງິນຢູ່ໃນຮ້ານດັ່ງກ່າວ; ຮອດທ່ຽງຄືນຂອງວັນທີ 29 ກັນຍາ 2019, ຈຶ່ງພາກັນຂີ່ລົດຈັກໄປທີ່ຮ້ານຂາຍເຄື່ອງຂອງຜູ້ເສຍຫາຍ ( ທ້າວ ປິງຈາ) ແລ້ວນໍາໃຊ້ສານເຄມີ (ຢາສະຫຼົບ) ທີ່ກຽມມາຈູດແລ້ວເປົ່າໃສ່ບ່ອນຄົນຍາມ ແລະ ຫ້ອງນອນຂອງ ທ້າວ ປິງຈາ ເຮັດໃຫ້ຄົນພາຍໃນຫ້ອງນອນ ແລະ ຄົນຍາມໝົດສະຕິ. ພວກກ່ຽວໄດ້ເອົາມີດງັດແງະປະຕູທາງໜ້າຮ້ານເຂົ້າໄປ ແລ້ວພາກັນຫາມເອົາຕູ້ເຊັບທີ່ຜູ້ເສຍຫາຍເກັບມ້ຽນເງິນ ອອກໄປໃສ່ລົດຈັກແລ້ວຂີ່ມຸ່ງໜ້າໄປເບື້ອງເສັ້ນ ທາງເທດສະບານເມືອງໄຊ. ພໍໄປຮອດໄລຍະທາງປະມານ 1 ກິໂລແມັດ, ພວກກ່ຽວໄດ້ເອົາຕູ້ເຊັບຖິ້ມລົງແຄມທາງ ໂດຍໃຫ້ ທ້າວ ຕູວ່າ ເປັນຜູ້ຕິດຕາມເບິ່ງຕົ້ນທາງ ສ່ວນ ທ້າວ ເບິງລີ ພ້ອມໝູ່ພາກັນງັດຕູ້ເຊັບໂດຍອຸປະ ກອນທີ່ກຽມມາ.

ພາຍຫຼັງງັດສຳເລັດເຫັນເງິນຈໍານວນຫຼາຍ ຈຶ່ງເອົາເງິນອອກມາປັນກັນ ຈາກນັ້ນ, ໄດ້ພາກັນໄປຫຼິ້ນການພະນັນຫຼິ້ນເກມອອນລາຍຢູ່ເຂດບ້ານນາເລົາ ເມືອງໄຊ ຈົນໝົດ. ມາວັນທີ 11 ພະຈິກ 2019, ຈຶ່ງຖືກເຈົ້າໜ້າທີ່ຕຳ ຫຼວດ ປກສ ເມືອງໃໝ່ ແຂວງຜົ້ງສາລີ ກັກຕົວໄດ້ໃນຂໍ້ຫາເຄື່ອນໄຫວລັກຊັບພົນລະເມືອງປະເພດລົດຈັກ ພ້ອມທັງສາລະພາບວ່າ ໄດ້ລັກເງິນຢູ່ແຂວງອຸດົມໄຊ. ຈາກນັ້ນ, ປກສ ແຂວງ ຜົ້ງສາລີ ໄດ້ມອບພວກກ່ຽວໃຫ້ ປກສ ແຂວງອຸດົມໄຊ ເພື່ອດໍາເນີນການສອບສວນດໍາເນີນຄະດີຕາມກົດໝາຍ.