ໃນວັນທີ 5 ມິຖຸນານີ້, ເຈົ້າໜ້າທີ່ ປກສ ແຂວງຫຼວງນໍ້າທາ ມອບຜູ້ຖືກຫາຊື່ ນາງ ພອນທິບ ອາຍຸ 24 ປີ ຢູ່ບ້ານເມືອງດອນມູນ ແຂວງຫຼວງນ້ຳທາ ພ້ອມຂອງກາງລົດຈັກ ຈຳນວນ 6 ຄັນ ໃຫ້ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຂໍ້ຫາພົວພັນຮັບຊື້ຊັບຜິດກົດໝາຍຈາກນະຄອນຫຼວງວຽງຈັນ ມາຂາຍຢູ່ແຂວງຫຼວງນໍ້າທາ ຈຳນວນ 11 ຄັ້ງ ເພື່ອໄປດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຮອ ຄຳມະນີ ລືໄຊ ຮອງພະແນກຕຳຫຼວດສືບສວນ-ສອບສວນ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ລົດຈັກທີ່ມອບຄືນໃຫ້ກັບ ປກສ ເມືອງສີໂຄດຕະບອງ ຄັ້ງນີ້ແມ່ນລົດທີ່ເກັບກູ້ໄດ້ຈາກຜູ້ຮັບຊື້ຊັບຜິດກົດໝາຍປະກອບມີ ເວບ 100 ຈຳນວນ 5 ຄັນ ແລະ ຄິຼກໄອ 1 ຄັນ, ກ່ອນເກັບກູ້ລົດຈັກຈຳນວນດັ່ງກ່າວໄດ້ນີ້ ພາຍຫຼັງທີ່ ປກສ ເມືອງສີໂຄດຕະບອງ ໄດ້ປະສານສົມທົບກັບທາງ ປກສ ແຂວງຫຼວງນໍ້າທາ ວ່າ: ນາງ ພອນທິບ ຮັບຊື້ລົດຈັກ ຈາກກຸ່ມແກ້ງທີ່ລັກລົດຢູ່ນະຄອນຫຼວງວຽງຈັນ ນຳໄປຂາຍຢູ່ແຂວງຫຼວງນໍ້າທາ. ເມື່ອຮູ້ແນວນັ້ນ, ຈຶ່ງໄດ້ກວດກາຢ່າງລະອຽດ. ຈົນມາຮອດ ວັນທີ 28 ພຶດສະພາ 2020, ກໍສາມາດກັກຕົວນາງ ພອນທິບ ໄປສອບສວນ.

ນາງ ພອນທິບ ສາລະພາບວ່າ: ຕົນເອງໄດ້ມີການພົວພັນກັບກຸ່ມແກ້ງລັກຊັບພົນລະເມືອງຢູ່ແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ. ນັບແຕ່ເດືອນທັນວາ 2019 ເປັນຕົ້ນມາ, ເມື່ອກຸ່ມແກ້ງລັກໄດ້ລົດໄດ້ແລ້ວ ຕົນຈະເປັນຄົນຮັບຊື້ແລ້ວນຳລົດມາຂາຍຕໍ່ຢູ່ແຂວງຫຼວງນ້ຳທາ. ຜ່ານມາເຄີຍພົວພັນຊື້ມາແລ້ວ 11 ຄັນ; ໃນນັ້ນ, ມີລົດຈັກຍີ່ຫໍ້ຮອນດາເວບ 100 ຈຳ ນວນ 10 ຄັນ ແລະ ລົດຈັກຍີ່ຫໍ້ຮອນດາຄຼິກໄອ 1 ຄັນ.

ມາວັນທີ 1 ມິຖຸນາ ທີ່ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໄດ້ໄປປະສານສົມທົບພະແນກສືບສວນ-ສອບສວນ ປກສ ແຂວງຫຼວງນ້ຳທາ ລົງເກັບກູ້ລົດຈັກຈຳນວນດັ່ງກ່າວ. ຜ່ານການລົງເກັບກູ້ຕົວຈິງໄດ້ ຈຳນວນ 6 ຄັນ ມີລົດຈັກເວບ 100 ຈຳນວນ 5 ຄັນ ແລະ ລົດຈັກຄິກໄອ 1 ຄັນ ພ້ອມທັງມອບລົດຈຳນວນ 6 ຄັນ ແລະ ມອບຜູ້ຖືກຫາໃຫ້ ປກສ ເມືອງສີໂຄດຕະບອງ ນຳໄປຈັດຕັ້ງປະຕິບັດຕາມກົດໝາຍ.