ໃນວັນທີ 4 ມິຖຸນາ 2020, ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ທັງເປັນ ຫົວໜ້າຄະນະຊີ້ນໍາ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຢູ່ໄລຍະນະຄອນຫຼວງວຽງຈັນ ຫາ ແຂວງວຽງຈັນ.

ທ່ານ ຊຽວ ກົວເວິນ ຜູ້ອໍານວຍການໃຫຍ່ ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ລາຍງານກ່ຽວກັບ ຄວາມຄືບໜ້າໃນການກໍ່ສ້າງທາງລົດໄຟ ລາວ-ຈີນ ວ່າ:

ມາຮອດທ້າຍເດືອນພຶດສະພາ 2020 ສາມາດປະຕິບັດໄດ້ສໍາເລັດ 89,43% ຂອງວຽກທັງໝົດ, ການກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ ປະກອບມີ: ການຊີເຈາະອຸມົງ ໄດ້ 75 ອຸມົງ ໃນນີ້ສາມາດເຈາະທະລຸແລ້ວ 65 ອຸມົງ, ກໍ່ສ້າງຂົວໄດ້ 164 ແຫ່ງ ໃນນີ້ສ້າງເສົາຂົວສໍາເລັດເກືອບ 2.000 ເສົາ, ວາງຂາງຂົວໄດ້ 746 ຊ່ວງເສົາ ເຊິ່ງກວມເອົາ 36,60% ຂອງການອອກແບບ; ສ່ວນການວາງລາງລົດໄຟ ແມ່ນເລີ່ມແຕ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ແຂວງຫຼວງພະບາງ ແມ່ນສໍາເລັດເກືອບ 50 ກິໂລແມັດ ຂອງຄວາມຍາວທັງໝົດ 409 ກິໂລແມັດ.

ສໍາລັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄລຍະ 2 ແຕ່ສະຖານີໂດຍສານ ນະຄອນຫຼວງວຽງຈັນ ຫາ ສະຖານີສິນຄ້າວຽງຈັນໃຕ້ (ເຂດທ່ານາແລ້ງ) ແມ່ນ ເຮັດສໍາເລັດການປັກຫຼັກເຂດສະຖານີໂດຍສານ ໃນເນື້ອທີ່ 150 ເຮັກຕາ, ປັກຫຼັກເຂດສະຫງວນທາງລົດໄຟ ຍາວ 17 ກິໂລແມັດ, ປັກຫຼັກເຂດສະຖານີວຽງຈັນໃຕ້ ຈໍານວນ 3 ຈຸດ ໃນນີ້ສາມາດເຮັດສໍາເລັດແລ້ວ 2 ຈຸດ ຄື: ຈຸດສູນເຕັກນິກ ໃນເນື້ອທີ່ 57 ເຮັກຕາ ແລະ ຈຸດສາງພັກສິນຄ້າ 50 ເຮັກຕາ; ສ່ວນຈຸດປ່ຽນຖ່າຍສິນຄ້າ ກໍາລັງຢູ່ໃນຂັ້ນຕອນອອກແບບ ແລະ ວຽກງານອື່ນໆກໍມີຄວາມຄືບໜ້າເຊັ່ນດຽວກັນ ເຊິ່ງຄາດວ່າ ໂຄງການນີ້ຈະໃຫ້ສໍາເລັດທ້າຍປີ 2021.

ທັ້ງນີ້, ທ່ານ ປອ ບຸນທອງ ຈິດມະນີ ໄດ້ເນັ້ນໃຫ້ຄະນະນໍາຂອງບໍລິສັດ ແລະ ຄະນະຮັບຜິດຊອບໂຄງການ ວ່າ:

ໃຫ້ພ້ອມກັນເອົາໃຈໃສ່ສືບຕໍ່ຕິດຕາມ, ກວດກາ ແລະ ຄຸ້ມຄອງວຽກງານໃຫ້ໄປຕາມແຜນ ແລະ ທິດຊີ້ນໍາຂອງຂັ້ນເທິງ; ສືບຕໍ່ປຶກສາຫາລືກັນ ໃນການຍົກຍ້າຍປະຊາຊົນຈໍານວນໜຶ່ງ ໃນ 4 ຈຸດຂອງໂຄງການ ໄລຍະ 2 ໃຫ້ສໍາເລັດໂດຍໄວ, ສ່ວນກິດຈະກໍາຕ່າງໆ ທີ່ທາງບໍລິສັດໄດ້ມອບໃຫ້ແກ່ສັງຄົມ ໃນໄລຍະຜ່ານມາ ໃຫ້ສືບຕໍ່ຈັດຕັ້ງປະຕິບັດຕໍ່.

ທີ່ສໍາຄັນມາຮອດປັດຈຸບັນ ການແພ່ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ແພ່ລະບາດນັ້ນ ໃຫ້ທາງບໍລິສັດສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນຕ່າງໆ ທີ່ລັດຖະບານ ກໍຄື ຄະນະສະເພາະກິດວາງອອກ ໃນແຕ່ລະໄລຍະຢ່າງເຂັ້ມງວດ ເພື່ອປ້ອງກັນການລະບາດຂອງພະຍາດນີ້ ໃນຂອບເຂດຂອງໂຄງການ ເຊັ່ນ: ໃຫ້ພະນັກງານກໍາມະ ກອນໃສ່ຜ້າອັດດັງ, ລ້າງມືດ້ວຍເຈວທີ່ມີທາດເຫຼົ້າ, ກ່ອນຈະເຂົ້າທີ່ພັກ ໃຫ້ອະນາໄມຮ່າງກາຍໃຫ້ສະອາດ ແລະອື່ນໆ.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍຍັງໄດ້ລົງຢ້ຽມຢາມເບິ່ງການກໍ່ສ້າງຢູ່ພາກສະໜາມຂອງ ໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ທີ່ມີຄວາມຍາວ 109 ກິໂລແມັດ ໃນມູນຄ່າການກໍ່ສ້າງທັງໝົດເກືອບ 1,3 ຕື້ໂດລາສະຫະລັດ ຕື່ມອີກ.