ປະກອບຄຳເຫັນໃສ່ແຜນພັດທະນາແຫຼ່ງທ່ອງທ່ຽວ “ສະຫວັນທະເລໝອກ ພູເບ້ຍ”

0
975

ແຂວງໄຊສົມບູນ ຮ່ວມກັບ ກົມພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງ ທ່ຽວ, ບໍລິສັດກຸ່ມຄຳໄພຊະນະຈຳກັດ ຜູ້ດຽວ ແລະ ຊ່ຽວຊານຈາກມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະ ຊຸມເພື່ອປະກອບຄວາມຄິດເຫັນໃສ່ບົດວິພາກເສດຖະກິດ ແລະ ເຕັກນິກຂອງໂຄງການ KPG ພັດທະນາແຫຼ່ງທ່ອງທ່ຽວລະດັບຊາດ ສະຫວັນທະເລໝອກພູເບ້ຍ ທີ່ແຂວງໄຊສົມບູນ ໃນວັນທີ 8 ມິຖຸນາ 2020 ເພື່ອກຽມຢືນສະເໜີຂັ້ນສູນກາງອະນຸມັດພັດທະນາເປີດກິດຈະກຳຄາລະວານປະຊິດຈອມພູເບ້ຍພາຍໃນເດືອນທັນວາປີນີ້; ເປັນປະທານໂດຍ ທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງໆໄຊສົມບູນ ຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໂຄງການ KPG, ມີຕ່າງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາໄພ ສົມຊະນະ ປະທານບໍລິສັດກຸ່ມຄໍາໄພຊະນະ ຈໍາກັດຜູ້ດຽວ ເຊິ່ງເປັນຜູ້ສໍາປະທານພັດທະນາແຫຼ່ງທ່ອງທ່ຽວລະດັບຊາດສະຫວັນທະເລໝອກພູເບ້ຍແຂວງໄຊສົມບູນ ກ່າວວ່າ: ກອງປະ ຊຸມຄັ້ງນີ້ມີຄວາມໝາຍສຳຄັນທີ່ສຸດ ເພື່ອຜ່ານບົດວິພາກເສດຖະກິດຂອງໂຄງການເປັນເທື່ອສຸດທ້າຍຢູ່ຂັ້ນແຂວງ; ເຊິ່ງທາງບໍລິສັດໄດ້ມີຄວາມເອົາໃຈໃສ່ສຶກສາສຳຫຼວດຢ່າງລະອຽດ ດ້ານທີ່ຕັ້ງພູມສັນຖານ ແລະ ຊີວະນາໆພັນ ຜ່ານມາແລ້ວປີກວ່າ. ຖ້າທຸກພາກສ່ວນຂອງແຂວງ ຫາກຢັ້ງຢືນຄວາມຖືກຕ້ອງໃຫ້ກໍຈະໄດ້ນຳຂຶ້ນໄປຫາສູນກາງຄົ້ນຄວ້າຮັບຮອງຕື່ມອີກ; ເຊິ່ງຄາດວ່າຫາກໂຄງການນີ້ເກີດຂຶ້ນກໍຈະກາຍ ເປັນຈຸດທ່ອງທ່ຽວທີ່ສຳຄັນຂອງຊາດ, ອາຊຽນ, ອາຊີ ກໍຄືຂອງໂລກ; ອັນຈະສົ່ງຜົນປະໂຫຍດຢ່າງມະຫາສານໃນການສ້າງອາຊີບ ແລະ ລາຍຮັບທີ່ໝັ້ນຄົງແກ່ພໍ່ແມ່ປະຊາຊົນພາຍໃນທ້ອງຖີ່ນແຂວງໄຊສົມບູນໃຫ້ສາມາດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.

ໂຄງການນີ້ແມ່ນຕັ້ງຢູ່ເມືອງອານຸວົງ ແຊວງໄຊສົມບູນ; ຈະໃຊ້ເງິນລົງທຶນທັງໝົດ 500 ລ້ານໂດລາສະຫະລັດ ເພຶ່ອເນລະມິດໃຫ້ມີຫຼາກຫຼາຍກິດຈະກິດທີ່ທັນສະໄໝ ຕິດພັນກັບການຮັກສາຄວາມອຸດົມສົມບູນຂອງທຳມະ ຊາດ ໂດຍປະຊາຊົນມີສ່ວນຮ່ວມ. ການພັດທະນາຈະແບ່ງອອກເປັນ 2 ໄລຍະ ຄື: ໄລຍະທຳອິດ; ແຕ່ປີ 2020-2025, ໂຄງການຈະສຸມໃສ່ການພັດທະນາຢູ່ເທິງພູເບ້ຍ ແລະ ຕີນພູເບ້ຍບາງສ່ວນ ໂດຍປະກອບມີກິດຈະກໍາຍ່າງປ່າສຶກສາທໍາມະຊາດ ແລະ ຊີວະນາໆພັນ, ການທ່ອງທ່ຽວແບບຜະຈົນໄພຂີ່ສະລິງ, ໄຕ່ຂົວອູ່, ໄຕ່ໜ້າຜາ ແລະ ຂີ່ລົດຖີບຕາມສາຍພູ, ການນອນເຕັ້ນຊົມທະເລໝອກ, ການທ່ອງທ່ຽວດ້ານກະສິກໍາປອດສານພິດ, ການພັກແຮມນໍາເຮືອນປະຊາຊົນ.

ໄລຍະ 2; ແຕ່ປີ 2026-2032, ຈະພັດທະນາການທ່ອງທ່ຽວ ແບບຜະຈົນໄພ ແລະ ທັນສະໄໝ; ໂດຍມີກິດຈະກໍາສວນສະໜຸກ, ທີ່ພັກລະດັບແຮມລະດັບ 5 ດາວ, ກະຕ່າລອຍຟ້າ, ສວນນໍ້າ, ສູນວິໄຈພຶກສາສາດ ແລະ ຈໍາລອງອະລິຍະທໍາຊົນຊາດຊົນເຜົ່າ ຂອງປະເທດອາຊຽ່ນ ແລະ ສະຖານທີ່ອື່ນໆ ທີ່ມີຊື່ສຽງ.