ສະພາບການສັນຈອນໃນໂມງຮີບດ່ວນ (ຕອນເຊົ້າ 7:30-9:00 ແລະ ຕອນແລງ 16:00-18:00 ໂມງ) ຢູ່ ຕາມເສັ້ນທາງຕ່າງໆຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ ສ່ວນຫຼາຍມັກຈະເກີດມີບັນຫາລົດຕິດອັ່ງອໍຍາວຢຽດຫຼາຍກິໂລແມັດ ຍ້ອນເສັ້ນທາງຫຼາຍເສັ້ນ ຍັງບໍ່ສາມາດຮອງຮັບລົດທີ່ມີຈໍານວນຫຼາຍທີ່ຫຼັງໄຫຼໄປ-ມາໃນໂມງຮີບດ່ວນ ບວກໃສ່ຜູ້ຂັບຂີ່ບາງຄົນຍັງລະເມີດກົດລະບຽບຈະລາຈອນເປັນອາຈີນ ຈຶ່ງເຮັດໃຫ້ການເດີນລົດຢູ່ຕາມເສັ້ນທາງບໍ່ມີຄວາມສະດວກ.

ພັຕ ສຸນີ ໄຊຍະວົງ ຫົວໜ້າກອງຮ້ອຍຈະລາຈອນ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ສຳພາດຕໍ່ນັກຂ່າວ ປກສ ໃນວັນທີ 10 ມິຖຸນາ 2020 ວ່າ: ເຖິງແມ່ນວ່າສະພາບລົດຕິດອັງອໍຢູ່ຕາມເສັ້ນທາງຕ່າງໆຂອງເມືອງໃນຊົ່ວໂມງຮີບດ່ວນ ເລີ່ມແຕ່ 7:30 ໂມງ-9:00 ໂມງ ແລະ 16:00 ໂມງ-18:00 ໂມງກໍຕາມ ແຕ່ເຈົ້າໜ້າທີ່ຕໍາຫຼວດກອງຮ້ອຍຈະລາຈອນ ເມືອງໄຊທານີ ຍັງໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງເຂັ້ມງວດ ເພື່ອລະບາຍການສັນຈອນ ແນໃສ່ອໍານວຍຄວາມສະດວກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນໃຫ້ມີຄວາມສະດວກ ແລະ ຄ່ອງຕົວຫຼາຍຂຶ້ນກວ່າເກົ່າ; ແຕ່ເຖິງຢ່າງໃດກໍຕາມ, ບັນຫາລົດຕິດຢູ່ຕາມທ້ອງຖະໜົນຍັງເກີດຂຶ້ນຢູ່ ສາເຫດກໍເນື່ອງມາຈາກ ສະ ພາບເສັ້ນທາງຍັງບໍ່ຕອບສະໜອງກັບພາຫະນະ ເຮັດໃຫ້ຢູ່ຕາມຈຸດ 3 ແຍກ 4 ແຍກ ເກີດບັນຫາລົດຕິດອັ່ງອໍຍ້ອນລົດລົ້ນທາງ ແລະ ອີກຢ່າງກໍເກີດ ຈາກການຝືນດື້ລະເມີດຂອງນັກຂັບຂີ່ເອງທີ່ຈອດລົດຊະຊາຍຕາມແຄມທາງ, ຂັບຂີ່ບໍ່ຖືກຊ່ອງທາງຈະລາຈອນ, ລ່ວງປ້າຍຫ້າມ, ລ່ວງໄຟອຳນາດ ແລະອື່ນໆ ເຮັດໃຫ້ການສັນຈອນບໍ່ເປັນລະບຽບເກີດບັນຫາລົດຕິດຕາມມາ.

ຕໍ່ກັບບັນຫາດັ່ງກ່າວນີ້, ກອງຮ້ອຍຈະລາຈອນເມືອງໄຊທານີ ໄດ້ສຸມກຳ ລັງລົງປະຈໍາການ ເພື່ອອຳນວຍຄວາມ ສະດວກໃຫ້ຜູ້ຂັບຂີ່ ທັງໝົດ 15 ຈຸດ; ໃນນີ້, ຈຸດໂຮງຮຽນມີ 7 ຈຸດ ແລະ ຈຸດ 3 ແຍກ-4 ແຍກມີ 8 ຈຸດ; ສຳ ລັບຈຸດທີສັບສົນທີ່ມີລົດແອອັດແມ່ນມີຢູ່ 4 ຈຸດ ເປັນຕົ້ນແມ່ນຈຸດໄຟອຳນາດດອນໜູນ. ສ່ວນສາເຫດທີ່ເຮັດໃຫ້ຈຸດໄຟອຳນາດດອນໜູນມີລົດຕິດອັ່ງອໍ ກໍຍ້ອນວ່າຈຸດດັ່ງກ່າວເປັນຄໍແກ້ວ ເມື່ອຮອດຈຸດດັ່ງກ່າວແມ່ນສາ ມາດລ້ຽວຂວາ, ຊາຍ, ປ່ຽນທິດທາງກັບ ຫຼື ໄປຊື່ໄດ້ເຮັດໃຫ້ບາງຄົນມັກງ່າຍຂັບຂີ່ລົດບໍ່ຖືກຊ່ອງທາງຈະລາຈອນ ເຮັດໃຫ້ລົດທີ່ຈະໄປຊື່ ຫຼື ລ້ຽວ ນັ້ນກີດຂວາງການສັນຈອນ ແລ້ວເກີດບັນຫາລົດຕິດອັ່ງອໍ, ຈຸດທາງລົງໂຮງຮຽນສາທິດສາທິດທີ່ເປັນທາງ 3 ແຍກ ທີ່ບໍ່ສະເໝີກັນ ເຖິງແມ່ນວ່າຈະມີເຈົ້າໜ້າທີ່ປະຈໍາອຳນວຍຄວາມສະດວກກໍຕາມແຕ່ດ້ວຍຍານພາຫະນະມີຈໍານວນຫຼາຍເສັ້ນທາງພັດນ້ອຍ ຈຶ່ງເຮັດໃຫ້ຈຸດດັ່ງກ່າວແອອັດ. ປັດຈຸ ບັນ, ຍທຂ ກຳລັງກໍ່ສ້າງຂະຫຍາຍທາງອອກຕື່ມ ແລະ ຫວັງວ່າການສັນຈອນຈະສະດວກຂຶ້ນຕື່ມ ຫຼັງສຳເລັດການກໍ່ສ້າງ, ຈຸດບໍລິການທະນາຄານຢູ່ດອນໜູນ, ເຂດຮ້ານຂາຍເຄື່ອງ ແລະ ຕະຫຼາດນ້ອຍຢູ່ດອນໜູນ. ປັດຈຸ ບັນ, ການຈອດລົດຢູ່ຈຸດທະນາຄານ, ຮ້ານຂາຍເຄື່ອງ ແລະ ຕະຫຼາດນ້ອຍດອນໜູນຂອງຜູ້ຂັບຂີ່ຍັງມີລັກສະນະຈອດຕາມແຄມທາງຕັນເອົາເລນທາງທັງສອງຝາກຂ້າງ ເຮັດໃຫ້ລົດທີ່ມາຕາມຫຼັງ ບໍ່ສາມາດໄປໄດ້ຢ່າງສະດວກ
ຈຶ່ງເກີດບັນຫາລົດຕິດຕາມມາໃນໂມງຮີບດ່ວນ.

ເພື່ອແກ້ໄຂສະພາບລົດຕິດອັ່ງອໍຢູ່ບັນດາຈຸດຕ່າງໆຂອງເມືອງ; ຜ່ານມາ, ກອງຮ້ອຍຕໍາຫຼວດຈະລາຈອນ ໄດ້ ເອົາໃຈໃສ່ແກ້ໄຂໂດຍຕະຫຼອດມາ ເປັນຕົ້ນແມ່ນຢູ່ຈຸດໄຟອຳນາດດອນໜູນ ພວກເຮົາໄດ້ສະເໝີໃຫ້ ຍທຂ ເປີດຈຸດລ້ຽວອອກໃຫ້ກວ້າງກວ່າເກົ່າ, ສ່ວນຈຸດລີເທີນ ຫຼື ລ້ຽວກັບນັ້ນ ແມ່ນໄດ້ທົດລອງເອົາຈວຍຈະລາຈອນໄປກັ້ນໄວ້ໃນຊົ່ວໂມງຮີບດ່ວນ ແລ້ວໃຫ້ເຈົ້າໜ້າທີ່ ຊ່ວຍບອກນຳທາງ ເພື່ອບໍ່ໃຫ້ລົດອອກມາຈາກເສັ້ນທາງດົງ ໂດກ-ໜອງວຽງຄໍາ ໄປຊື່ຂຶ້ນໄປທາງນາແຄ ຫຼື ລ້ຽວກັບໄປດອນໜູນ, ສ່ວນລົດຜູ້ທີ່ມາແຕ່ທາງໃນເມືອງກໍບໍ່ສາມາດລ້ຽວກັບໄດ້ ເພາະການໄປຊື່ ຫຼື ລ້ຽວກັບຢູ່ຈຸດດັ່ງກ່າວນັ້ນ ເປັນສາເຫດຫຼັກໆເຮັດໃຫ້ລົດຕິດຂັດອັ່ງອໍ, ຜ່ານການປິດຈຸດລ້ຽວກັບ ແລະ ໄປຊື່ນັ້ນ ເຫັນວ່າສະພາບການສັນຈອນຢູ່ໄຟອຳນາດດອນໝູນແມ່ນມີຄວາມຄ່ອງ ຕົວດີກວ່າທີ່ຜ່ານມາ, ສ່ວນຈຸດດ້ານໜ້າຂອງຮ້ານຂາຍເຄື່ອງ ແລະ ຕະຫຼາດນ້ອຍດອນໜູນ ແລະ ບັນດາທະນາຄານທີ່ເປີດໃຫ້ບໍລິການຢູ່ໃກ້ກັບວົງວຽນດອນໜູນນັ້ນ ພວກເຮົາໄດ້ລົງໄປແກ້ໄຂຫຼາຍຄັ້ງ ໂດຍໃຊ້ກຳລັງຕໍາຫຼວດຈະລາຈອນລົງຈັດສັນຄວາມບໍ່ເປັນລະບຽບ ພ້ອມທັງໂຄສະນາປູກຈິດສຳນຶກໃຫ້ນັກຂັບຂີ່ເຂົ້າໃຈຕໍ່ກັບລະບຽບການສັນຈອນ ແລະ ຫຼັກການຈອດລົດ ແລະ ຍິ່ງໄປກວ່ານັ້ນຍັງໄດ້ເຮັດສັນຍາກັບເຈົ້າຂອງສະຖານທີ່ດັ່ງກ່າວໃຫ້ຂະຫຍາຍສະຖານທີ່ຈອດລົດຕື່ມ ແລະ ຕ້ອງມີຜູ້ບໍລິການຈັດສັນເບີກລົດເຂົ້າ-ອອກ ແລະ ຈອດໃຫ້ເປັນລະບຽບ ເພື່ອຫຼຸດຜ່ອນການສັນຈອນແອອັດຢູ່ຈຸດດັ່ງກ່າວ.

ສະນັ້ນ, ເພື່ອແກ້ໄຂບັນຫາລົດຕິດອັ່ງອໍໃຫ້ຫຼຸດໜ້ອຍຖອຍລົງ ເຮັດໃຫ້ການສັນຈອນມີຄວາມສະດວກສະບາຍດີ ຂຶ້ນໃນຕໍ່ໜ້າ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເມືອງໄຊທານີ ຈະສືບຕໍ່ລະບາຍການສັນຈອນຢູ່ຕາມຈຸດທີ່ກຳນົດໄວ້ໃນຊົ່ວໂມງຮີບດ່ວນ ໂດຍສະເພາະໃນໂມງເຂົ້າການ-ເລີກການ ເພື່ອອໍານວຍຄວາມສະດວກໃຫ້ ພໍ່-ແມ່ປະຊາ ຊົນໄປ-ມາມີຄວາມສະດວກ ແລະ ຄ່ອງຕົວ ຫຼາຍຂຶ້ນກວ່າເກົ່າ; ໄປຄຽງຄູ່ກັນນັ້ນ, ຍັງຈະສຸມໃສ່ກວດກາຍານພາ ຫະນະ ແລະ ບັງຄັບໃຊ້ກົດໝາຍ ໂດຍອອກຕັ້ງ ດ່ານກວດກາ ເພື່ອກວດກາເອກະສານ ລົດ, ລົດບໍ່ຕິດປ້າຍ, ປ້າຍຂາດ, ບໍ່ເສຍຄ່າທໍານຽມທາງ, ເຕັກນິກບໍ່ໄດ້ມາດຕະຖານ, ຈັດສັນລົດທີ່ຈອດລົດຊະຊາຍ, ແລ່ນລົດບໍ່ຖືກທິດທາງການສັນຈອນ, ລ່ວງປ້າຍຫ້າມ; ພ້ອມດຽວກັນນີ້, ຍັງຈະສືບຕໍ່ໂຄສະນາກົດລະບຽບຈະລາຈອນຢູ່ບັນດາໂຮງຮຽນ, ໂຮງຈັກ, ໂຮງງານ, ກຸ່ມບ້ານ ແລະ ສະຖານທີ່ຊຸມຊົນ ຕິດພັນກັບການໂຄສະນາຜ່ານສື່ຕ່າງໆ ເພື່ອເຮັດໃຫ້ນັກຂັບຂີ່ຮັບຮູ້ ແລະ ເຂົ້າໃຈຕໍ່ກົດລະບຽບຈະລາຈອນ ແລ້ວເອົາໄປໝູນໃຊ້ໃນເວລາຂັບຂີ່ຕົວຈິງ.