ວສປ ປະກາດເລື່ອນຊັ້ນໃນນາຍ ແລະ ພົນຕໍາຫຼວດ

0
1552
ວິທະຍາຄານສັນຕິບານປະຊາຊົນ (ວສປ) ໄດ້ຈັດພິທີປະກາດເລື່ອນຊັ້ນ

ວິທະຍາຄານສັນຕິບານປະຊາຊົນ (ວສປ) ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ໃນວັນທີ 9 ມິຖຸນາ 2020, ເປັນປະທານ ແລະ ປະດັບຊັ້ນໂດຍ ພັອ ພູວັນ ນາຊຽງຄຳ ຮອງຫົວໜ້າ ວສປ, ມີພະນັກງານ-ຄູອາຈານ ແລະ ນັກສຶກສາ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ບຸນເພັງ ຈັນທະລືໄຊ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ທີ່ຂຶ້ນກັບ ວິທະຍາຄານສັນຕິບານປະຊາຊົນ ໂດຍໄດ້ຕົກລົງເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຈຳນວນ 56 ສະຫາຍ ຍິງ 6 ສະຫາຍ ດັ່ງນີ້:

  • ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 55 ສະຫາຍ ຍິງ 4 ສະຫາຍ
  • ເລື່ອນຊັ້ນ I ຂຶ້ນ ສິບຕີ 1 ສະຫາຍ ຍິງ 1 ສະຫາຍ
ປະດັບຊັ້ນໂດຍ ພັອ ພູວັນ ນາຊຽງຄຳ ຮອງຫົວໜ້າ ວສປ

ໃນພິທີ, ພັອ ພູວັນ ນາຊຽງຄຳ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ແລະ ໄດ້ເນັ້ນໃຫ້ແຕ່ລະສະຫາຍ ຈົ່ງເພີ່ມທະວີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ ເພາະວ່າ ການເລື່ອນຊັ້ນໃນຄັ້ງນີ້ ແມ່ນເປັນການມອບໝາຍໜ້າທີ່ຂຶ້ນຕື່ມ, ໃຫ້ບັນດາສະຫາຍ ຈົ່ງຝຶກຝົນຫຼ່ໍຫຼອມຕົນເອງໃຫ້ກາຍເປັນພະນັກງານ-ນັກຮົບ ທີ່ມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງ, ມີຄວາມສາມັກຄີແໜ້ນແຟ້ນ, ພ້ອມກັນສືບຕໍ່ປັບປຸງແບບແຜນວິທີເຮັດວຽກໃຫ້ດີຂຶ້ນກວ່າເກົ່າ ແລະ ມີຄວາມບຸກບືນຫ້າວຫັນ ໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.