ທາບທາມບຸກຄະລາກອນສະໝັກເຂົ້າ ອົງຄະນະພັກ ປກສ ແຂວງຄໍາມ່ວນ ຮອບ III

0
1485
ສະຫາຍ ໂອໄດ ສຸດາພອນ ກຳມະການສູນກາງພັກ ເລຂາຄະນະພັກແຂວງ ເຈົ້າແຂວງໆຄຳມ່ວນ

ກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເຂົ້າໃນອົງຄະນະພັກ ກອງບັນຊາການ ປກສ ແຂວງຄຳມ່ວນ ຮອບທີ III ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2020 ໂດຍມີ ສະຫາຍ ໂອໄດ ສຸດາພອນ ກຳມະການສູນກາງພັກ ເລຂາຄະນະພັກແຂວງ ເຈົ້າແຂວງໆຄຳມ່ວນ, ສະຫາຍ ພັອ ຄຳພອນ ສີກຸມພົນ ຮັກສາການ ເລຂາພັກ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີຕາງໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະນະພັກ-ຄະນະກອງບັນຊາການ, ແຂກຮັບເຊີນ ແລະ ສະມາຊິກພັກ ຜູ້ແທນກອງປະຊຸມ ເຂົ້າຮ່ວມ.

ສະຫາຍ ພັອ ຄຳພອນ ສີກຸມພົນ ໄດ້ຜ່ານຮ່າງບົດລາຍງານການເມືອງທີ່ກຽມສະເໜີຕໍ່ ກອງປະຊຸມໃຫຍ່ ຄັ້ງທີ III ຂອງ ອົງຄະນະພັກ ກອງບັນຊາການ ປກສ ແຂວງຄຳມ່ວນ ວ່າ:

ພັອ ຄຳພອນ ສີກຸມພົນ ຜ່ານຮ່າງບົດລາຍງານການເມືອງ

ໄລຍະ 5 ປີຜ່ານມາ, ທາງຄະນະພັກ ປກສ ແຂວງຄຳມ່ວນ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ເປັນວຽກງານສຳຄັນຕົ້ນຕໍ, ໄດ້ເອົາໃຈໃສ່ຊີ້ນຳ-ນຳພາຄົ້ນຄວ້າເຊື່ອມຊຶມ, ກໍາແໜ້ນແນວທາງ, ແຜນນະໂຍບາຍ, ມະຕິຄຳສັ່ງຂອງພັກ, ກົດໝາຍຂອງລັດ, ບັນດານິຕິກຳຕ່າງໆ ດ້ວຍຫຼາຍຮູບ-ຫຼາຍວິທີການຢ່າງເລິກ ເຊິ່ງທົ່ວເຖິງ ແລະ ຕໍ່ເນື່ອງ, ໄດ້ເອົາໃຈໃສ່ນຳພາວຽກງານໂຄສະນາ-ຂ່າວສານ, ໜັງສືພິມ, ຈັດລາຍການ ຜ່ານວິທະຍຸກະຈາຍສຽງຂອງແຂວງ ແລະ ກະຊວງ ເພື່ອເປັນກະບອກສຽງເຜີຍແຜ່ ການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ, ໄດ້ເອົາໃຈໃສ່ນຳພາວຽກງານວິຊາສະເພາະ, ໄດ້ຈັດຕັ້ງປະຕິບັດ 4 ແຜນງານ 26 ໂຄງການຂອງ ປກສ ແຂວງ, ສາມາດແກ້ໄຂເປົ້າໝາຍກໍ່ອາຊະຍະກຳຕ່າງໆ, ໄດ້ປະສານສົມທົບເເລກປ່ຽນຂໍ້ມູນທັງພາຍໃນ ແລະ ປະເທດໃກ້ຄຽງ ເພື່ອສະກັດກັ້ນຕ້ານອາຊະຍາກຳຂ້າມຊາດ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຮັບປະກັນຄວາມຖືກຕ້ອງ, ຍຸຕິທຳຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຫຼັກການວິຊາສະເພາະ.

ການປ່ອນບັດທາບທາມ ໂຄງປະກອບບຸກຄະລາກອນທີ່ຈະສະໝັກເຂົ້າ ຄະນະພັກ ປກສ ແຂວງຄຳມ່ວນ ຊຸດໃໝ່

ຈາກນັ້ນ, ກອງປະຊຸມກໍໄດ້ຮັບຟັງມາດຖານ, ເງື່ອນໄຂຜູ້ທີ່ຈະເລືອກເຟັ້ນເຂົ້າ ໂຄງປະກອບຄະນະພັກ ຊຸດໃໝ່ ແລ້ວສືບຕໍ່ດຳເນີນການປ່ອນບັດທາບທາມ ໂຄງປະກອບບຸກຄະລາກອນທີ່ຈະສະໝັກເຂົ້າເປັນເລຂາ, ຮອງເລຂາພັກ, ຄະນະປະຈຳພັກ, ປະທານ, ຮອງປະທານກວດກາພັກ ແລະ ເຂົ້າເປັນຄະນະພັກ ປກສ ແຂວງຄຳມ່ວນ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກຈຳນວນທັງໝົດ 19 ສະຫາຍ.