ສືບຕໍ່ມອບງົວພັນພື້ນເມືອງໃຫ້ປະຊາຊົນລ້ຽງເປັນສິນຄ້າ

0
557

ໃນທ້າຍອາທິດຜ່ານມາ, ບໍລິສັດກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ ໄດ້ສືບຕໍ່ມອບງົວແມ່ພັນພື້ນເມືອງໃຫ້ຄອບຄົວປະຊາຊົນຜູ້ທຸກຍາກ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ຕາມໂຄງການ KPG ເພື່ອປັບປຸງຊີວິດການເປັນຢູ່-ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍການເຂົ້າຮ່ວມຂອງ ທ່ານ ພິມພາ ນິລາວົງ ເຈົ້າເມືອງໆທ່າໂທມ, ມີການນໍາຂັ້ນເມືອງ, ບ້ານ, ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ຄໍາໄພ ສົມຊະນະ ປະທານບໍລິສັດກຸ່ມຄຳໄພຊະນະຈຳກັດຜູ້ດຽວ ກ່າວວ່າ: ຫຼັງຈາກການລະບາດຂອງພະຍາດ ໂຄວິດ-19 ເບົາບາງລົງ; ທາງບໍລິສັດກໍໄດ້ນໍາເອົາແມ່ງົວພັນພື້ນເມືອງໄປມອບໃຫ້ຄອບຄົວປະຊາຊົນຢູ່ບ້ານທ່າວຽງ, ບ້ານນາຊົງ ຈຳນວນ 208 ໂຕ, ບ້ານຊຽງສະຫວາດ 168 ໂຕ ແລະ ບ້ານຍາມຈະເລີນ 141 ໂຕ.

ນັບແຕ່ເດືອນພະຈິກ 2019 ມາຮອດປັດຈຸບັນ, ທາງບໍລິສັດໄດ້ມອບງົວແມ່ພັນພື້ນເມືອງໃຫ້ຄອບຄົວປະຊົນເປັນຈໍານວນທັງໝົດ 10 ກວ່າບ້ານຂອງເມືອງທ່າໂທມ ແລະ ເມືອງອານຸວົງ ແຂວງໄຊສົມບູນ ເປັນຈໍານວນ 900 ຮ້ອຍກວ່າໂຕ ແລະ ຍັງຈະສືບຕໍ່ມອບໃຫ້ໄດ້ຕາມແຜນທີ່ວາງໄວ້ ຈໍານວນ 1.111 ໂຕ.

ທ່ານ ຄໍາໄພ ກ່າວ.

ງົວທີ່ມອບໃຫ້ຄອບຄົວປະຊາຊົນລ້ຽງທັງໝົດນີ້, ພາຍຫລັງຜົນຜະລິດເຕີບໃຫຍ່ທາງໂຄງການຈະເປັນຜູ້ຮັບຊື້ຄືນທັງໝົດ ໃນລາຄາຍຸຕິທຳທັງສອງຝ່າຍ; ເມື່ອຄົບຮອບ 4 ປີ ປະຊາຊົນຕ້ອງສົ່ງແມ່ພັນທີ່ດີຈຳນວນ 2 ໂຕ ບວກກັບລູກງົວ 2 ໂຕ ລວມເປັນ 4 ໂຕ ກັບຄືນໃຫ້ໂຄງການ ເພື່ອສືບຕໍ່ຫມູນວຽນມອບໃຫ້ແກ່ຄອບຄົວປະຊາຊົນທີ່ທຸກຍາກຕໍ່ໄປ; ໂດຍແຕ່ລະປີທາງໂຄງການຈະໄດ້ປະເມີນຜົນຄືນ ຖ້າຄອບຄົວໃດມີຄວາມດຸໝັ່ນ, ຫ້າວຫັ້ນ ແລະ ສາມາດປະຕິບັດໄດ້ຕາມເງື່ອນໄຂ ກໍຈະກາຍເປັນຄອບຄົວຕົວແບບຂອງໂຄງການ; ພ້ອມທັງໄດ້ຮັບລາງວັນເປັນແມ່ງົວ ແລະ ເງິນອີກຈໍານວນໜຶ່ງ.

ທ່ານ ຄຳໄພ ສົມຊະນະ ກ່າວຕື່ມວ່າ: ນັບຈາກນີ້ໄປໂຄງການແມ່ນຈະໄດ້ຈັດສົ່ງວິຊາການດ້ານການລ້ຽງງົວໂດຍສະເພາະລົງໄປຕິດຕາມຊຸກຍູ້ປະຊາຊົນກ່ຽວກັບວິທີຂັ້ນຕອນການລ້ຽງງົວເພື່ອໃຫ້ປະຊາ ຊົນຮັບຮູ້ແລະເຂົ້າໃຈຮູ້ຮັກ ແລະ ເບີ່ງແຍງງົວຖ້າຫາກຄອບຄົວໃດບໍ່ເອົາໃຈໃສ່ກໍຈະໄດ້ນຳໄປໃຫ້ຄອບຄົວອື່ນທີ່ມີຄວາມຕ້ອງການໄປລ້ຽງ.

ທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກງານກ່ຽວຂ້ອງໂດຍສະເພາະບ້ານ, ກະສິກຳເມືອງ ແລະ ແຂວງ ຈົ່ງຊ່ວຍປະກອບສ່ວນໃຫ້ການຮ່ວມມືໃນດ້ານຕ່າງໆ ແລະ ປະຊາຊົນຜູ້ລ້ຽງເອງ ກໍຕ້ອງມີຄວາມຊື່ສັດແລະ ຈິງໃຈ ເພາະຜົນປະໂຫຍດທີ່ຈະໄດ້ຮັບຈາກການລ້ຽງງົວນີ້ມີເຖິງ 70-80% ສ່ວນໂຄງການແມ່ນໄດ້ພຽງແຕ່ 20% ເທົ່ານັ້ນ.