ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ຖະແຫຼງກ່ຽວກັບ ສະພາບການສະກັດກັ້ນ ແລະ ຕ້ານການແພ່ລະບາດຂອງພະຍາດ COVID-19 ໃນວັນທີ 10 ມິຖຸນາ 2020 ທີ່ຫໍປະຊຸມແຫ່ງຊາດ ເພື່ອແຈ້ງຂ່າວດີໃຫ້ພໍ່ແມ່ພີ່ນ້ອງຊາວລາວ ໃນທົ່ວປະເທດຊາບທົ່ວເຖິງກັນວ່າ:

ມາຮອດວັນທີ 10 ມິຖຸນາ 2020, ຜູ້ຕິດເຊື້ອພະຍາດ COVID-19 ຢູ່ປະເທດເຮົາໄດ້ກາຍເປັນເລກ 0 ແລ້ວ, (ວັນທີ 9 ມິຖຸນາ 2020) ເພາະເປັນມື້ທີ່ກະຊວງສາທາລະນະສຸກ ແລະ ໂຮງໝໍມິດຕະພາບ ໄດ້ປະກາດການອະນຸຍາດໃຫ້ຜູ້ຕິດເຊື້ອທີ່ປິ່ນປົວດີ ແລ້ວໄດ້ອອກໂຮງໝໍເປັນຄົນສຸດທ້າຍ ແລະ ແພດໝໍທີ່ປິ່ນປົວຮັກສາຜູ້ຕິດເຊື້ອ ກໍປອດໄພທັງໝົດ (ບໍ່ມີຜູ້ຕິດເຊື້ອ), ເຊິ່ງເປັນຂ່າວດີ ແລະ ເປັນຄວາມພູມໃຈ, ຄວາມທະນົງໃຈຂອງປະຊາຊົນລາວເຮົາໃນທົ່ວປະເທດ ນັບທັງຄົນເຊື້ອ
ຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດອີກດ້ວຍ.

ທ່ານກ່າວວ່າ: ພະຍາດ COVID-19, ພວກເຮົາໄດ້ເຄີຍໃສ່ຊື່ໃຫ້ມັນວ່າ: “ເປັນສັດຕູທີ່ຮ້າຍກາດ, ເປັນເພັດສະຄາດທີ່ໄຮ້ສຽງ”, ມາຮອດມື້ນີ້ COVID-19 ຍັງສືບຕໍ່ແພ່ເຊື້ອໄປຢ່າງກວ້າງຂວາງເກືອບທຸກປະເທດ ແລະ ເຂດແຄວ້ນຂອງໂລກ, ມີຜູ້ຕິດເຊື້ອ 7.303.477 ຄົນ, ມີຜູ້ເສຍຊີວິດ 412.788 ຄົນ, ນັບທັງປະເທດໃຫຍ່-ນ້ອຍ, ປະເທດທີ່ພັດທະນາແລ້ວ ແລະ ປະເທດກໍາລັງພັດທະນາ.

ການທີ່ປະເທດເຮົາໄດ້ເປັນປະເທດປອດຈາກ COVID-19 ໃນມື້ນີ້ນັ້ນ ກໍໝາຍຄວາມວ່າ: ບັ້ນຮົບທີ 1 ທີ່ໄດ້ເປີດສາກນັບແຕ່ມີຄໍາສັ່ງ 06/ນຍ ທີ່ໄດ້ປະກາດອອກໃນວັນທີ 29 ມີນາ 2020 ແລະ ຄໍາສັ່ງເລກທີ 07/ຄລສພ, ລົງວັນທີ 6 ເມສາ 2020 ຊຶ່ງເປັນຄຳສັ່ງທີ່ທຸກໆຄົນໃນສັງຄົມລາວ ເຂົ້າຮ່ວມຢ່າງເປັນຂະບວນການ ແລະ ມີຄວາມຮັບຜິດຊອບສູງ ໃນການຈັດຕັ້ງປະຕິບັດນັ້ນ ສາມາດເອົາຊະນະສັດຕູໂຕຮ້າຍກາດນີ້ໄດ້ໃນເບື້ອງຕົ້ນ ແລະ ເປັນບາດກ້າວທີ 1 ທີ່ສຳຄັນຍິ່ງ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານຕີລາຄາຜົນສຳເລັດຄັ້ງນີ້ ຄື:

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ

1. ໄດ້ມີມາດຕະການປ້ອງກັນແຕ່ຫົວທີ, ເຫັນຄວາມອັນຕະລາຍໄວ້ລ່ວງໜ້າ ແລະ ເລີ່ມສະກັດກັ້ນໄວ້ກ່ອນ ຄືພວກເຮົາເຄີຍໃຊ້ຄຳເວົ້າວ່າ: ປ້ອງກັນດີກວ່າແກ້ ຫຼື ຕັດໄຟແຕ່ຕົ້ນລົງເປັນຕົ້ນ ຈຶ່ງໄດ້ອອກບັນດາມາດຕະການປ້ອງກັນໄວ້ເປັນໄລຍະໆຢ່າງມີການຄິດໄລ່.

2. ການນຳຂັ້ນສູງສຸດໃຫ້ຄວາມສຳຄັນ ແລະ ມີການຊີ້ນຳເປັນປົກກະຕິ ແລະ ເປັນເອກະພາບສູງ ໃນການປະຕິບັດບັນດາມາດຕະການ ແລະ ໄດ້ຊີ້ນຳຢ່າງຈົດຈໍ່;

3. ທຸກການຈັດຕັ້ງ, ທຸກອົງການຂອງພັກ-ລັດ, ອົງການຈັດຕັ້ງແນວໂຮມ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງສັງຄົມ ໄດ້ເປັນກຳລັງແຮງໃນການຈັດຕັ້ງປະຕິບັດ ບັນດາມາດຕະການທີ່ລັດຖະບານວາງອອກ ຢ່າງເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງແທ້;

4. ປະຊາຊົນທຸກຖ້ວນໜ້າເຂົ້າຮ່ວມຢ່າງມີສະຕິ ດ້ວຍຄວາມເປັນເຈົ້າການ, ດ້ວຍຄວາມຕື່ນຕົວສູງ, ລວມທັງປະ ກອບສ່ວນທາງດ້ານວັດຖຸຸປັດໄຈ, ກຳລັງແຮງທັງກາຍ ແລະ ໃຈຫຼາຍຮູບຫຼາຍວິທີທີ່ກວ້າງຂວາງ, ປະດິດສ້າງທີ່ອຸດົມສົມບູນເຂົ້າໃນການຕໍ່ສູ້ກັບ COVID-19 ນີ້ຢ່າງເປັນຂະບວນຟົດຟື້ນ ດ້ວຍຄວາມເປັນຈິດໜຶ່ງໃຈດຽວ ແລະ ເສຍສະຫຼະ;

5. ບັນດາໜ່ວຍງານທີ່ມີໜ້າທີ່ຮັບຜິດຊອບ ເຊັ່ນ: ຄະນະສະເພາະກິດທຸກຂັ້ນ, ທຸກລະດັບ, ພາຫະນະສື່ມວນຊົນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານສາທາລະນະສຸກທຸກຂັ້ນ ເປັນຕົ້ນ: ແພດໝໍ ທີ່ໄດ້ຂະໜານນາມວ່າ: “ເປັນນັກຮົບເສື້ອຂາວ, ຜູ້ປະຈັນບານ…” ໄດ້ປະຕິບັດໜ້າທີ່ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ແລະ ປະດິດສ້າງ;

6. ໄດ້ຮັບການສະໜັບສະໜູນຢ່າງທັນການ ແລະ ມີປະສິດທິຜົນຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ.

ທັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງພໍ່-ແມ່ພີ່ນ້ອງ, ປະຊາຊົນລາວທຸກຖ້ວນໜ້າ ໃນທົ່ວປະເທດ ຈົ່ງສືບຕໍ່ຕິດຕາມສະພາບການຢ່າງໃກ້ຊິດ, ມີສະຕິລະວັງຕົວຢ່າງສູງ, ປະຕິບັດຖືກຕ້ອງຕາມຂໍ້ກຳນົດ, ຂໍ້ແນະນຳທີ່ທາງການວາງອອກ ແລະ ຈະວາງອອກໃນແຕ່ລະໄລຍະຢ່າງເຄັ່ງຄັດຕໍ່ໄປ.

ພ້ອມກັນນັ້ນ, ກໍໃຫ້ຖືເອົາໂອກາດນີ້ ໃຫ້ແຕ່ລະຄົນ, ແຕ່ລະຄອບຄົວ, ແຕ່ລະການຈັດຕັ້ງແຕ່ເທິງລົງລຸ່ມ ໄດ້ປັບວິຖີຊີວິດ ຫຼື ເວົ້າຢ່າງໜຶ່ງວ່າ ການດໍາລົງຊີວິດແບບໃໝ່ (New Normal) ທີ່ມີສະຕິລະວັງຕົວກວ່າ, ກ້າວໜ້າທັນສະໄໝກວ່າ, ສີວິໄລກວ່າ, ປະຢັດມັດທະຍັດ ແລະ ມີລະບຽບວິໄນກວ່າ ເພື່ອບໍ່ໃຫ້ພະຍາດ COVID-19 ກັບມາສູ່ສັງຄົມເຮົາເປັນຮອບທີ 2 ອີກ ແລະ ທັງຖືເອົາໂອກາດນີ້ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ໃນການປະຕິບັດໜ້າທີ່ວຽກງານ, ການດຳເນີນທຸລະກິດ, ການດຳລົງຊີວິດ ທີ່ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງແຕ່ລະຄອບຄົວ, ແຕ່ລະຄົນດີຂຶ້ນ ເພື່ອເອົາປະເທດຊາດຂອງພວກເຮົາປັບຕົວເຂົ້າກັບສະພາບໃໝ່ຂອງໂລກ, ຂອງພາກພື້ນ ເພື່ອແກ້ໄຂຄວາມຫຍຸ້ງຍາກຕ່າງໆ ໃຫ້ຄ່ອຍໆຕົກໄປ ແລະ ນໍາເອົາປະເທດຊາດຂອງພວກເຮົາ ກ້າວໄປໜ້າຢ່າງບໍ່ຢຸດຢັ້ງ.