ແຂວງຈໍາປາສັກ ປະກາດແຕ່ງຕັ້ງ ຄະນະຄຸ້ມຄອງດ່ານສາກົນ 3 ດ່ານ

0
1933

ແຂວງຈຳປາສັກ ໄດ້ຈັດພິທີປະກາດແຕ່ງຕັ້ງ ຄະນະຄຸ້ມຄອງ ດ່ານສາກົນ ວັງເຕົ່າ, ຊາຍແດນໜອງນົກຂຽນ ແລະ ດ່ານສະໜາມບິນ ປາກເຊ ເພື່ອເປັນການປັບປຸງລະບົບການຈັດຕັ້ງ ໃຫ້ສອດຄ່ອງກັບໜ້າທີ່ການເມືອງ ໃນໄລຍະໃໝ່, ພ້ອມທັງຮັບປະກັນທາງດ້ານໜ້າທີ່ວຽກງານ ໃຫ້ມີຄຸນນະພາບສູງ ແລະ ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້, ເຊິ່ງເຂົ້າຮ່ວມໂດຍ ທ່ານ ຄຳມຸນ ວິພົງໄຊ ຮອງລັດຖະມົນຕີ ກະຊວງພາຍໃນ, ມີ ທ່ານ ເມກສະຫວັນ ພົມພິທັກ ຮອງເຈົ້າແຂວງໆຈຳປາສັກ ທັງເປັນ ປະທານສະພາປະຊາຊົນ ແຂວງຈຳປາສັກ, ມີບັນດາສະຫາຍຈາກພາກສ່ວນທີ່ກ່ຽວຂ້ອງຂອງກະຊວງ, ພະແນກການທີ່ກ່ຽວຂ້ອງຂອງແຂວງ ຕະຫຼອດຮອດພະນັກງານວິຊາການ ເຂົ້າຮ່ວມ ໃນວັນທີ 8 ມິຖຸນາ 2020.

ທ່ານ ຄຳມຸນ ວິພົງໄຊ ຮອງລັດຖະມົນຕີ ກະຊວງພາຍໃນ – ທ່ານ ເມກສະຫວັນ ພົມພິທັກ ຮອງເຈົ້າແຂວງໆຈຳປາສັກ

ທ່ານ ສົມສີ ມະນີນິນ ຫົວໜ້າຄະນະຈັດຕັ້ງ ແຂວງຈຳປາສັກ ໄດ້ຜ່ານບັນດາຂໍ້ຕົກລົງແຕ່ງຕັ້ງ ຄະນະຄຸ້ມຄອງດັ່ງນີ້:

  • ແຕ່ງຕັ້ງ ພັອ ສຸກັນ ໄຕໄຊຍະວົງ ເປັນ ຫົວໜ້າຄະນະຄຸ້ມຄອງ ດ່ານຊາຍແດນສາກົນ ວັງເຕົ່າ
  • ແຕ່ງຕັ້ງ ພັທ ດຳລົງ ບຸນສາຄອນ ເປັນ ຮອງ ທັງເປັນ ຫົວໜ້າຂະແໜງກວດກາຄົນເຂົ້າ-ອອກເມືອງ ປະຈຳດ່ານ
  • ແຕ່ງຕັ້ງ ທ່ານ ວິເລືອງ ວໍລະບຸດ ເປັນ ຮອງຄະນະຄຸ້ມຄອງ ດ່ານຊາຍແດນສາກົນ ວັງເຕົ່າ ທັງເປັນ ຫົວໜ້າຂະແໜງພາສີ ດ່ານຊາຍແດນສາກົນ ວັງເຕົ່າ
  • ແຕ່ງຕັ້ງ ທ່ານ ສູນໃຈ ຊາຕະກຸນ ເປັນ ຮອງຄະນະຄຸ້ມຄອງ ດ່ານຊາຍແດນສາກົນ ວັງເຕົ່າ ທັງເປັນ ຫົວໜ້າຫ້ອງການບໍລິຫານ ດ່ານຊາຍແດນ ວັງເຕົ່າ

ພ້ອມນັ້ນ, ຍັງໄດ້ແຕ່ງຕັ້ງ ຄະນະກຳມະການຄຸ້ມຄອງ ດ່ານຊາຍແດນ ວັງເຕົ່າ ເຊິ່ງປະກອບມີ 2 ທ່ານຄື:

  • ທ່ານ ອິນທະຍາກອນ ສຸກຊະນະ ເປັນ ຫົວໜ້າຂະແໜງກັກກັ້ນພືດ-ສັດ, ອາຫານ, ຢາ ແລະ
  • ຄວບຄຸມພະຍາດຕິດຕໍ່
  • ທ່ານ ດວງປັນຍາ ດ້ວງນວນໄຊ ເປັນ ຫົວໜ້າຂະແໜງພົວພັນຊາຍແດນ

ສຳລັບ ການແຕ່ງຕັ້ງຄະນະຄຸ້ມຄອງ ດ່ານຊາຍແດນສາກົນ ໜອງນົກຂຽນ ປະກອບມີຄື:

  • ພັທ ສຸລິເດດ ວົງສັກເມືອງ ເປັນ ຫົວໜ້າຄະນະຄຸ້ມຄອງດ່ານ
  • ພັຕ ດວງສົມພອນ ເພັງມາລີ ເປັນ ຮອງຫົວໜ້າຄະນະຄຸ້ມຄອງດ່ານ ທັງເປັນ ຫົວໜ້າຂະແໜງກວດກາຄົນເຂົ້າ-ອອກເມືອງ ປະຈໍາດ່ານ
  • ທ່ານ ສາຍຄຳ ດວງມາລາ ເປັນ ຮອງຄະນະຄຸ້ມຄອງດ່ານ ທັງເປັນ ຫົວໜ້າຂະແໜງພາສີ
  • ທ່ານ ບຸດສາກອນ ເກດມາລາ ເປັນ ຮອງ ທັງເປັນ ຫົວໜ້າຫ້ອງການບໍລິຫານ

ແລ້ວຍັງໄດ້ແຕ່ງຕັ້ງ ຄະນະກຳມະການຄຸ້ມຄອງ ດ່ານຊາຍແດນ ໜອງນົກຂຽນ ປະກອບມີ 2 ທ່ານ ຄື:

  • ທ່ານ ຄຳປົນ ສຸລິຍະວົງ ເປັນ ຫົວໜ້າຂະແໜງກັກກັ້ນພືດ-ສັດ, ອາຫານ, ຢາ ແລະ ຄວບຄຸມພະຍາດຕິດຕໍ່
  • ທ່ານ ສະຖາພອນ ສິລາດຊະວົງ ເປັນຫົວໜ້າຂະ ແໜງພົວພັນຊາຍແດນ

ນອກຈາກນີ້, ຍັງໄດ້ມີການແຕ່ງຕັ້ງ ຄະນະຄຸ້ມຄອງ ດ່ານສະໜາມບິນສາກົນ ປາກເຊ ນຳອີກ ເຊິ່ງໃນນີ້ໄດ້ແຕ່ງຕັ້ງດັ່ງນີ້:

  • ແຕ່ງຕັ້ງ ພັຕ ສົມພອນ ສີຫາວົງ ເປັນ ຫົວໜ້າຄະນະຄຸ້ມຄອງດ່ານ
  • ພັຕ ຫຸມແພງ ໜໍ່ແກ້ວ ເປັນ ຮອງ ທັງເປັນ ຫົວໜ້າຂະແໜງກວດກາຄົນເຂົ້າ-ອອກເມືອງ ປະຈໍາສະໜາມບິນສາກົນ ປາກເຊ

ແລ້ວຍັງໄດ້ແຕ່ງຕັ້ງ ຄະນະກໍາມະການຄຸ້ມຄອງ ດ່ານສະໜາມບິນ ປາກເຊ ປະກອບມີ 2 ທ່ານຄື:

  • ແຕ່ງຕັ້ງ ທ່ານ ສຸລິຍາ ແສງວິລາດ ຮັບຜິດຊອບວຽກງານງກັກກັ້ນພືດ-ສັດ, ອາຫານ, ຢາ ແລະ ຄວບຄຸມພະຍາດຕິດຕໍ່
  • ທ່ານ ນາງ ວັນດາລາ ວົງພູທອນ ຮັບຜິດຊອບວຽກງານວິຊາ (Visa)