ພະແນກປະກັນສັງຄົມ ວ.ກ ເຄື່ອນ ໄຫວເຮັດວຽກປະກັນສັງຄົມຢູ່ຫ້ອງ ການອົບຮົມ-ກໍ່ສ້າງ

0
1059

ອາທິດທີ່ຜ່ານມານີ້, ພະແນກປະກັນສັງຄົມ ຫ້ອງການເມືອງ ວິທະຍາຄານກົມມະດໍາ ໄດ້ລົງເຄື່ອນໄຫວເຮັດວຽກງານຢູ່ຫ້ອງການອົບຮົມ-ກໍ່ສ້າງ ເພື່ອແຈ້ງລາຍຊື່ນາຍ ແລະ ພົນທະຫານ ທີ່ບໍ່ສົ່ງປະຫວັດການຂຶ້ນທະບຽນ ປະກັນສັງຄົມກອງທັບ; ໂດຍການເຂົ້າຮ່ວມຂອງ ພັທ ຄໍາໄຊ ອ່ອນມົນແສງ ຮອງຫົວຫນ້າຫ້ອງການອົບຮົມ-ກໍ່ສ້າງ; ພ້ອມດ້ວຍພະ ແນກການ, ຄະນະວິຊາຄູ ກ່ຽວຂ້ອງເຂົ້າຮ່ວມ.

ພັຕ ບຸນສີ ວົງນະຄອນ ຫົວຫນ້າພະແນກປະກັນສັງຄົມ ແຈ້ງລາຍຊື່ນາຍ ແລະ ພົນທະຫານ ທີ່ບໍ່ສົ່ງປະຫວັດ ການຂຶ້ນທະບຽນ ປະກັນສັງຄົມກອງທັບ ແລະ ສະເໜີໃຫ້ຫ້ອງການອົບຮົມ-ກໍ່ສ້າງ ສືບຕໍ່ເກັບກໍລາຍຊື່ຜູ້ປະກັນຕົນ ແຕ່ລະກົມກອງ, ຫ້ອງການທີ່ບໍ່ມີບັດປະກັນສັງຄົມ; ໂດຍໃຫ້ກວດກາລະອຽດຢູ່ບັນດາຫ້ອງການ, ກອງພັນ, ຄະນະວິຊາຄູ, ພະແນກ ການ, ກອງຮ້ອຍ, ຂະແຫນງ, ຫມວດ ແລະ ຫມູ່ ເພື່ອເກັບກໍາຂໍ້ມູນ ແລະ ຂຽນແບບຟອມ ພ້ອມທັງສົ່ງໃຫ້ພະແນກປະກັນສັງຄົມ ບໍ່ໃຫ້ກາຍເດືອນກໍລະກົດ ປີ 2020.

ພ້ອມດຽວກັນນີ້, ຫົວຫນ້າພະແນກປະກັນສັງຄົມຍັງໄດ້ມອບບັດປະກັນສັງຄົມນາຍ ແລະ ພົນທະຫານ ທີ່ເຮັດສໍາເລັດແລ້ວ ຈໍານວນ 145 ບັດ ໃຫ້ຫ້ອງການອົບຮົມ-ກໍ່ສ້າງ; ກ່າວຮັບບັດໂດຍ ພັທ ຄໍາໄຊ ອ່ອນມົນແສງຮອງຫົວຫນ້າຫ້ອງການ ອົບຮົມ-ກໍ່ສ້າງ ວຽກ.