ປະຊາຊົນບ້ານທ່າແວ້ງ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຮ່ວມທຶນ-ຮ່ວມໃຈກັນສ້ອມ ແປງຂົວຂ້າມນໍ້າລະຫວ່າງ ບ້ານທ່າແວ້ງ ຫາບ້ານຊໍາເຕີຍ, ເຊິ່ງນໍາພາໂດຍ ທ່ານ ເຄນສີ ມີລະຕິດ ເລຂາພັກບ້ານ-ນາຍບ້ານທ່າ ແວ້ງ ມີປະຊາຊົນພາຍໃນບ້ານທີ່ເປັນແຮງງານໃນການສ້າງຂົວຄັ້ງນີ້ 200 ກວ່າແຮງງານ ໃນວັນທີ 10 ມິຖຸນາທີ່ຜ່ານມາ.

ການປັບປຸງ-ສ້ອມແປງຂົວໃນຄັ້ງນີ້ ແມ່ນທຶນສົມທົບທີ່ເປັນລາຍຮັບຈາກພາກສ່ວນຕ່າງໆຂອງບ້ານ ລວມມູນຄ່າ 13.500.000 ກີບ, ຂົວດັ່ງກ່າວແມ່ນ ຂົວໄມ້ເສີມເຫຼັກ ມີຄວາມຍາວ 10 ກວ່າ ແມັດ, ແມ່ນໄດ້ຮື້ຖອນໄມ້ເກົ່າອອກ ແລະ ເອົາໄມ້ໃໝ່ມາປ່ຽນແທນທັງໝົດ ໄມ້ທີ່ນໍາມາປ່ຽນນີ້ ລວມທັງໝົດແມ່ນ 7 ຄິວ ແລະ ໄດ້ສໍາເລັດ 100% ໃນວັນດຽວກັນ.

ທັງນີ້ ກໍເພື່ອຄວາມສະດວກສະບາຍຂອງປະຊາຊົນທັງ 2 ບ້ານທີ່ມີການໄປ-ມາຫາສູ່ກັນ ແລະ ຍັງເປັນການສ້າງຄວາມສະດວກໃນການສົ່ງສິນຄ້າ ກໍຄືຜົນຜະລິດກະສິກໍາອອກມາສູ່ທ້ອງຕະຫຼາດໄດ້ທັງສອງລະດູ ເພື່ອສ້າງລາຍຮັບເຂົ້າແຕ່ລະຄອບຄົວ ແລະ ສາມາດເຮັດໃຫ້ຄອບຄົວຂອງຕົນ ມີເສດຖະກິດທີ່ດີກາຍເປັນຄອບຄົວພົ້ນທຸກໃນຕໍ່ໜ້າ.