ວັນທີ 10 ມີຖຸນາ 2020, ພະແນກຊາວຫນຸ່ມ ວິທະຍາຄານກົມມະດໍາ ໄດ້ຈັດພິທິມອບໃບຍ້ອງຍໍໃຫ້ແກ່ສະ ມາຊິກຊາວຫນຸ່ມ 4 ບຸກ; ພາຍໃຕ້ການເປັນປະທານຂອງ ພັທ ບົວໄລ ພັນທະວົງ ຮອງຫົວຫນ້າຫ້ອງການເມືອງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ພັທ ໄມວັນດີ ພອນວິໄລ ຮອງພະແນກຊາວຫນຸ່ມ ວິທະຍາຄານກົມມະດໍາ ພ້ອມດ້ວຍຄະນະຫນ່ວຍຊາວຫນຸ່ມ, ຕະຫຼອດຮອດສະມາຊິກຊາວຫນຸ່ມເຂົ້າຮ່ວມຢ່າງພ້ອມພຽງ.

ສະມາຊິກຊາວຫນຸ່ມ ທີ່ໄດ້ຮັບການຍ້ອງຍໍໃນຄັ້ງນີ້ ມີ ຈໍານວນ 20 ຄົນ; ຄື: ຈາກກອງພັນທີ 1 ຈໍານວນ 12 ຄົນ, ກອງພັນທີ 4 ຈໍານວນ 6 ສະຫາຍ, ກອງພັນທີ 6 ຈໍານວນ 2 ສະຫາຍ; ເຊິ່ງມີຜົນງານດີເດັ່ນໃນການຝຶກຝົນຫຼໍ່ຫຼອມຕົນເອງ, ຮຽນດີ, ຮຽນເກັ່ງ, ປະຕິບັດກົດລະບຽບຂອງກົມກອງຢ່າງເຂັ້ມງວດ, ປະກອບສ່ວນສ້າງກົມກອງ, ເປັນແບບຢ່າງທີ່ດີໃຫ້ຫມູ່ຄູ່ ຕື່ນຕົວຫ້າວຫັນດຸຫມັ່ນຂະຫຍັນພຽນ ຕໍ່ຫນ້າທີ່ວຽກງານວິຊາສະເພາະທີ່ຂັ້ນເທິງມອບຫມາຍໃຫ້ໄດ້ສໍາເລັດ.

ໃຫ້ກຽດມອບໃບຍ້ອງຍໍໂດຍ ພັທ ບົວໄລ ພັນທະວົງ ຮອງຫົວຫນ້າຫ້ອງການເມືອງ ວິທະຍາຄານກົມມະດໍາ.

ພາບ-ຂ່າວ: ດວງມະລາ ວັນທານຸວົງ