ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ຕັດສິນຄະດີອາຍາ ເລກທີ 032/ຂຕ.ອ, ຈຳເລີຍ 1. ຊື່ ທ້າວ ດັງ ອາຍຸ 42 ປີ ຢູ່ບ້ານນໍ້າຕອງ ເມືອງນາໝໍ້ ຈໍາຄຸກ 7 ປີ ປັບໃໝ 11 ລ້ານກີບ ແລະ ຈຳເລີຍ 2. ຊື່ ທ້າວ ກູມົວ ອາຍຸ 19 ປີ ຢູ່ບ້ານປາງທອງ ເມືອງນາໝໍ້ ຈໍາຄຸກ 5 ປີ ປັບໃໝ 10 ລ້ານກີບ. ໃນສະຖານຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ຄອບຄອງ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານຢ່າງລະອຽດຖີ່ຖ້ວນ ເຫັນວ່າການກະທໍາຂອງ ທ້າວ ດັງ ( ຈຳເລີຍ 1 ) ແລະ ທ້າວ ກູມົວ ( ຈໍາເລີຍ 2 ) ໃນຄັ້ງນີ້ ແມ່ນມີຄວາມຜິດຕາມຂໍ້ກ່າວຫາແທ້, ເຊິ່ງໄດ້ສະແດງອອກຜ່ານການກັກຕົວ ທ້າວ ດັງ ແລະ ກວດຄົ້ນເຮືອນ ພົບເຫັນຢາບ້ານ ຈໍານວນ 584 ເມັດ ແລະ ຝິ່ນຈໍານວນ 1 ກ້ອນ. ສໍາລັບ ( ຈໍາເລີຍ 2 ) ໄດ້ຊື້ຢາບ້າຈໍານວນ 1 ຖົງນໍາຄົນບໍ່ຮູ້ຊື່. ຈາກນັ້ນ, ໄດ້ເອົາມາຂາຍໃຫ້ ( ຈໍາເລີຍ 1 ). ໃນວັນ ທີ 24 ທັນວາ 2018, ໄດ້ຊື້ຢາບ້ານໍາຄົນບໍ່ຮູ້ຊື່ ຢູ່ບ້ານຊົງຈາ ເມືອງນໍ້າບາກ ແຂວງຫຼວງພະບາງ ຈໍານວນ 2 ຖົງ ແຕ່ທ້າວ ກູມົວ ບໍ່ມີເງິນຊື້ ຈິ່ງໄປຂາຍໃຫ້ ທ້າວ ດັງ, ຕໍ່ມາໃນວັນ ທີ 25 ທັນວາ 2018 ທ້າວ ດັງ ໄດ້ເອົາຢາບ້າຈໍານວນ 1 ມັດ ໄປຂາຍໃຫ້ຊາຍຄົນໜຶ່ງ. ແຕ່ໃນເວລານັ້ນ, ຜູ້ທີ່ມາຊື້ບໍ່ທັນມີເງິນ ຈຶ່ງໄດ້ຕົກລົງນັດຊື້ຂາຍກັນໃໝ່ຢູ່ທີ່ເຂດຂົວນໍ້າແຊ. ໃນຂະນະທີ່ນັດສົ່ງໃຫ້ຜູ້ທີ່ມາຊື້ຢູ່ຈຸດນັດໝາຍ ຖືກເຈົ້າໜ້າທີ່ກັກຕົວໄວ້ໄດ້ກ່ອນ.

ໃນຫ້ອງປະຊຸມສານ ໄດ້ພິຈາລະນາສຳນວນເອກະສານຢ່າງລະອຽດຖີ່ຖ້ວນ ເຫັນວ່າ: ຈໍາເລີຍ 1 ຄ້າຂາຍຢາເສບຕິດ ແລະ ມີຝິ່ນໄວ້ໃນຄອບຄອງ ປະເພດຢາບ້າ ຈຳນວນ 3 ຖົງ, ມີ 582 ເມັດ,ນ້ຳໜັກ 60,5 ກຼາມ ແລະ ຝິ່ນ ຈຳນວນ 1 ກ້ອນ, ນ້ຳໜັກ 196,1 ກຼາມ, ເຊິ່ງການກະທໍາດັ່ງກ່າວ ເປັນການກະທໍາຜິດທີ່ແຕະຕ້ອງຕໍ່ປະ ມວນກົດໝາຍອາຍາ ໃນໝວດ 8 ການກະທໍາຜິດກ່ຽວກັບ ຢາເສບຕິດ. ເຊິ່ງການກະທໍາຂອງຈໍາເລີຍ 1 ເປັນການກະທໍາຜິດ ຕໍ່ປະມວນກົດໝາຍອາຍາ ມາດຕາ 315 ວັກ 1 , ການຄ້າຂາຍ ຢາບ້າ ແລະ ມີໄວ້ຄອບຄອງ ເຊິ່ງມາດຕາດັ່ງກ່າວ ໄດ້ກໍານົດໄວ້ວ່າ: ບຸກຄົນໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ຄອບຄອງ ຫຼື ນໍາເຂົ້າ, ຂົນສົ່ງອອກ ຫຼື ນໍາຢາອີ, ຢາບ້າ, ຢາໄອສ໌ ຫຼື ມີວັດຖູອອກລິດຕໍ່ຈິດປະສາດຜ່ານ ສປປ ລາວ ຈະຖືກລົງໂທດຕັດອິດສະລະພາບຈໍາຄຸກ 5 ປີ ຫາ 10 ປີ ປັບໃໝແຕ່ 5 ລ້ານ ຫາ 10 ລ້ານກີບ ແລະ ມີຝິ່ນໄວ້ຄອບຄອງ ຈະຖືກລົງໂທດຕັດອິດສະລະພາບ 2-5 ປີ ແລະ ປັບໃໝ 1 ລ້ານກີບ ສານຈຶ່ງລົງໂທດຕັດອິດສະລະພາບຈໍາຄຸກ 7 ປີ ແລະ ປັບໃໝ 11 ລ້ານກີບ.

ສໍາລັບ, ຈໍາເລີຍ 2 ເປັນການກະທໍາຜິດຕໍ່ປະມວນກົດໝາຍອາຍາ ມາດຕາ 315 ວັກ 1, ການຄ້າຂາຍຢາບ້າ ແລະ ມີໄວ້ຄອບຄອງ; ເຊິ່ງມາດຕາດັ່ງກ່າວ ໄດ້ກໍານົດໄວ້ວ່າ: ບຸກຄົນໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ຄອບຄອງ ຫຼື ນໍາເຂົ້າ, ຂົນສົ່ງອອກ ຫຼື ນໍາຢາອີ, ຢາບ້າ, ຢາໄອສ໌ ຫຼື ມີວັດຖູອອກລິດ ຕໍ່ຈິດປະສາດຜ່ານ ສປປ ລາວ ຈະຖືກລົງ ໂທດຕັດອິດສະລະພາບຈໍາຄຸກ 5 ປີ ຫາ 10 ປີ ປັບໃໝແຕ່ 5 ລ້ານ ຫາ 10 ລ້ານກີບ, ຈໍາເລີຍ 2 ແມ່ນ ລົງໂທດຕັດອິດສະລະພາບ 5 ປີ ປັບໃໝ 10 ລ້ານກີບ.

ໃນສໍານວນຄະດີລະບຸວ່າ: ວັນທີ 25 ທັນວາ 2018, ເຈົ້າໜ້າທີ່ ປກສ ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ກັບຕົວ ທ້າວ ດັງ ພົບເຫັນຢາບ້າຕິດໂຕ ຈໍານວນ 1 ຖົງ ມີ 200 ເມັດ. ຈາກນັ້ນ; ໄດ້ນໍາຕົວໄປກວດຄົ້ນເຮືອນພົບຢາບ້າອີກ ຈໍານວນ 384 ເມັດ ແລະ ຝິ່ນ 1 ກ້ອນ, ຜ່ານການເກັບກໍາຂໍ້ມູນຂອງເຈົ້າໜ້າທີ່ ຢາບ້າຈໍານວນດັ່ງກ່າວ ແມ່ນຊື້ນໍາ ທ້າວ ກຸມົວ ຢູ່ບ້ານປາງທອງ ເມືອງນາໝໍ້.

ໃນສໍານວນຄະດີ, ທ້າວ ດັງ ຖືກກັກຕົວໃນວັນທີ 25 ທັນວາ 2018, ແລະ ຈຳເລີຍ 2 ວັນທີ 26 ທັນວາ 2018 ຖືກ ຫາວ່າ: ທ້າວ ກູມົວ (ຈຳເລີຍ2) ມີລົດຈັກ ຍີ່ຫໍ້ HONDA CLICK ( ຮອນດາຄິກ ) ສີເຫຼືອງ ບໍ່ມີໝາຍເລກທະບຽນ ຈຳນວນ 01 ຄັນ, ສານໄດ້ພິຈາລະນາຕັດອິດສະລະພາບ ທ້າວ ດັງ (ຈຳເລີຍ1) ໃນການຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ 5 ປີ, ປັບໃໝ 10 ລ້ານກີບ, ມີຝິ່ນໄວ້ໃນຄອບຄອງ 2 ປີ ແລະ ປັບໃໝ 1.000.000 ກີບ, ລວມໂທດ 7 ປີ, ລົງໂທດຕັດອິດສະລະພາບ ທ້າວ ກູມົວ (ຈຳເລີຍ2) ໃນການຄ້າຂາຍຢາບ້າ 5 ປີ, ປັບໃໝ 10 ລ້ານກີບ ແລະ ຮິບຢາບ້າ ຈຳນວນ 3 ຖົງ, ມີ 582 ເມັດ,ນ້ຳໜັກ 60,5 ກຼາມ ແລະ ຝິ່ນ ຈຳນວນ 1 ກ້ອນ, ນ້ຳໜັກ 196,1 ກຣາມ ມາທຳລາຍຖິ້ມ ແລະ ຮິບໂທລະສັບ 1 ເຄື່ອງຂອງ ທ້າວ ດັງ ( ຈຳເລີຍ1); ຮິບລົງຈັກ ຍີ່ຫໍ້ HONDA CLICK ( ຮອນດາຄິກ ) ສີເຫຼືອງ ບໍ່ມີໝາຍເລກທະບຽນຂອງ ທ້າວ ກູມົວ (ຈຳເລີຍ2) ມາເປັນຂອງລັດ.