ທ້າຍເດືອນທີ່ຜ່ານມາ, ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ສະຫຼຸບ ບັ້ນລົງຝຶກຫັດ ນັກຮຽນຮຸ່ນທີ I ໂຮງຮຽນ ປກສ ຊັ້ນສູງເລກ 2 ແຂວງຫຼວງພະບາງ; ເຂົ້າຮ່ວມໂດຍ ພັທ ຄໍາ ສິນ ຜີວວັນນາ ຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີບັນດາຄະນະພັກ-ຄະ ນະບັນຊາ, ຄະນະຮັບຜິດຊອບ, ພ້ອມ ດ້ວຍອາຈານຊີ້ນໍາ ແລະ ນັກຮຽນລົງຝຶກ ຫັດ ເຂົ້າຮ່ວມ.

ສະຫຼຸບ ບັ້ນລົງຝຶກຫັດ ນັກຮຽນຮຸ່ນທີ I ໂຮງຮຽນ ປກສ ຊັ້ນສູງເລກ 2 ແຂວງຫຼວງພະບາງ
ສະຫຼຸບ ບັ້ນລົງຝຶກຫັດ ນັກຮຽນຮຸ່ນທີ I ໂຮງຮຽນ ປກສ ຊັ້ນສູງເລກ 2 ແຂວງຫຼວງພະບາງ

ພັຕ ດວງເດດ ສຸກສະໄໝ ອາຈານ ຜູ້ຊີ້ນໍາລວມບັ້ນລົງຝຶກຫັດ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແຜນການລົງຝຶກຫັດນັກຮຽນລະບົບກໍ່ສ້າງ ຮຸ່ນທີ I ຂອງໂຮງຮຽນ ປກສ ຊັ້ນສູງເລກ 2 ແຂວງຫຼວງພະບາງ ປະຈໍາສົກປີ 2020 ທີ່ໄດ້ລົງ ຝຶກຫັດຢູ່ກອງບັນຊາການ ປກສ ແຂວງ ໄຊຍະບູລີ; ໄດ້ໃຊ້ເວລາລົງຝຶກຫັດຕົວຈິງ 1 ເດືອນ, ເລີ່ມແຕ່ວັນທີ 8 ມິຖຸນາ 2020 ຫາ ວັນທີ 1 ກໍລະກົດ 2020 ໃນນີ້; ລົງຢູ່ຫ້ອງຕໍາຫຼວດ ມີ 2 ຂະ ແໜງການ ຄື: ຂະແໜງສືບສວນ- ສອບ ສວນຄະດີອາຍາ ແລະ ຂະແໜງສືບຂ່າວອາຍາ, ຫ້ອງສັນຕິບານ ມີ 3 ຂະແໜງການ ຄື: ຂະແໜງຕ້ານປະຕິການ, ຂະແໜງຕ້ານນັກສືບ ແລະ ຂະແໜງປ້ອງກັນພາຍໃນ.

ຕະຫຼອດໄລຍະການລົງຝຶກຫັດເປັນເວລາ 1 ເດືອນ; ຄະນະຮັບຜິບຊອບ, ຄູ- ອາຈານນໍາພາໄດ້ເອົາໃຈໃສ່ສຶກສາອົບ ຮົມການເມືອງ-ແນວຄິດໃຫ້ແຕ່ລະສະ ຫາຍມີຄວາມອຸ່ນອຽນທຸ່ນທ່ຽງ, ຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ໂດຍສຸມໃສ່ຄົ້ນຄວ້າ, ຖອດຖອນບົດຮຽນຈາກພຶດຕິກໍາ ຕົວຈິງນໍາກົມກອງວິຊາສະເພາະ ໃນນີ້ ໄດ້ເຂົ້າຮ່ວມເກັບກໍາສະພາບການໜັງ ຕີງຂອງພົນລະເມືອງ, ປັບປຸງສໍາມະໂນ ຄົວ, ປັບປຸງ ປກສ ບ້ານ, ປ້າຍເຮືອນ; ເຂົ້າຮ່ວມການແກ້ໄຂເປົ້າໝາຍເສບຢາ ເສບຕິດ ແລະ ຄ້າຂາຍຢາເສບຕິດ; ເຂົ້າຮ່ວມການເຄື່ອນໄຫວວຽກງານວິຊາສະເພາະຕາມການມອບໝາຍ ໂດຍຜ່ານ ການຄັດເລືອກປະເພດບຸກຄົນ ແລະ ການໃຫ້ຄະແນນຝຶກຫັດ ປະເພດ I ມີ 79 ສະຫາຍ, ປະເພດຄະແນນ 9 ມີ 24 ສະຫາຍ ແລະ ຄະແນນ 8 ມີ 55 ສະຫາຍ.

ໂອກາດນີ້, ພັທ ຄໍາສິນ ຜີວວັນນາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດການລົງຝຶກຫັດຂອງນັກຮຽນໃນຊຸດນີ້ ທີ່ໄດ້ພ້ອມກັນອົດທົນຜ່ານຜ່າຂໍ້ຫຍຸ້ງຍາກເຮັດສໍາເລັດໜ້າທີ່ຕາມການມອບໝາຍ ແລະ ຮຽກ ຮ້ອງໃຫ້ບັນດາສະຫາຍ ຈົ່ງນໍາເອົາບົດຮຽນຈາກພຶດຕິກໍາຕົວຈິງໄປໜູນໃຊ້ເຂົ້າໃນການຄົ້ນຄວ້າຮໍ່າຮຽນ ເພື່ອຍົກລະ ດັບຄວາມຮູ້, ຄວາມສາມມາດຂອງຕົນໃຫ້ສູງຂຶ້ນຕື່ມ ແລະ ປະສົບຜົນສໍາເລັດຕາມໂຄງການຫຼັກສູດການຮຽນ-ການ ສອນ ທີ່ໂຮງຮຽນວາງອອກຢ່າງມີປະສິດທິຜົນ.