ກະຊວງ ປກສ ໄດ້ຈັດພິທີວາງສີລາລຶກ ໂຄງການສະກັດກັ້ນ, ຕ້ານອັກຄີໄພ, ກູ້ໄພ ແລະ ບັນຊາການ ແຫ່ງຊາດ (ໄລຍະທີ I) ໃນວັນທີ 3 ກໍລະກົດ 2020 ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມໂດຍ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ, ມີຮອງລັດຖະມົນຕີ, ຜູ້ຊ່ວຍຄະນະລັດຖະມົນຕີ, ຫົວໜ້າຫ້ອງວ່າການກະຊວງ, ຫົວໜ້າກົມໃຫຍ່, ທ່ານ ຫວັງຊອງ ຫົວໜ້າຫ້ອງການ ແລະ ທ່ານ ມາຕານ ຕາງໜ້າບໍລິສັດ CEIEC ປະຈໍາ ສປປ ລາວ ພ້ອມດ້ວຍຜູ້ຮັບຜິດຊອບໂຄງການ ເຂົ້າຮ່ວມ.

ພົຈວ ໜູດີ ມີໄຊຍະລາດ ຫົວໜ້າກົມໃຫຍ່ພະລາທິການ ກ່າວວ່າ:

ພົຈວ ໜູດີ ມີໄຊຍະລາດ ຫົວໜ້າກົມໃຫຍ່ພະລາທິການ

ໂຄງການດັ່ງກ່າວ ເປັນໂຄງການໜຶ່ງທີ່ມີຄວາມສຳຄັນ ແລະ ຈຳເປັນຕໍ່ກຳລັງປ້ອງກັນຄວາມສະຫງົບ ໂດຍມີຈຸດປະສົງ ແມ່ນເພື່ອແນໃສ່ການພັດທະນາພື້ນຖານໂຄງລ່າງ ແລະ ພັດທະນາບຸກຄະລາກອນຂອງກຳລັງຕ້ານອັກຄີໄພ ແລະ ກູ້ໄພ.

ເຊິ່ງໂຄງການນີ້ຈະເປັນຫ້ອງການເຮັດວຽກ, ບ່ອນຈອດລົດມອດໄຟສຸກເສີນ, ບ່ອນຈອດລົດມອດໄຟສຳຮອງ, ສູນຝຶກ, ສູນບັນຊາຂອງວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ.

ໂຄງການດັ່ງກ່າວ ແມ່ນ ລັດຖະບານໄດ້ອະນຸມັດແຫຼ່ງທຶນເປັນເງິນກູ້ຢືມຈາກ ສປ ຈີນ ແລະ ໄດ້ຮັບແຈ້ງການ ສະບັບເລກທີ 201/ຫລບ.ກລຂ, ລົງວັນທີ 19 ກຸມພາ 2016 ເຫັນດີໃຫ້ຮັບຮອງຜົນຂອງການເຈລະຈາ ແລະ ເນື້ອໃນສັນຍາເງິນກູ້ຢືມ ຈາກບໍລິສັດ CEIEC ສປ ຈີນ. ສໍາລັບການກໍ່ສ້າງພື້ນຖານຂອງໂຄງການສະກັດກັ້ນ, ຕ້ານອັກຄີໄພ, ກູ້ໄພ ແລະ ບັນຊາການ ແຫ່ງຊາດ (ໄລຍະທີ I) ນີ້ ມີມູນຄ່າ 76.480.000 ໂດລາສະຫະລັດ.

ທ່ານ ຫວັງຊອງ ຫົວໜ້າຫ້ອງການຜູ້ຕາງໜ້າບໍລິສັດ CEIEC ປະຈຳ ສປປ ລາວ ກ່າວວ່າ:

ໂຄງການດັ່ງກ່າວ ແມ່ນ ກໍ່ສ້າງລະບົບບັນຊາການຮູບແບບສື່ສານເຂົ້າໃນການຕ້ານອັກຄີໄພ ແລະ ກູ້ໄພ, ຍົກລະດັບລະບຽບການຄຸ້ມຄອງການຕ້ານອັກຄີໄພ ແລະ ກູ້ໄພຂອງລັດ, ປັບປຸງມາດຕະຖານ ແລະ ຍົກສູງຄວາມສາມາດໃນການສະກັດກັ້ນ, ຕ້ານອັກຄີໄພ ແລະ ກູ້ໄພຂອງ ສປປ ລາວ.

ມາເຖິງປັດຈຸບັນ, ບໍລິສັດ CEIEC ໄດ້ສໍາເລັດການຈັດຊື້ ແລະ ສົ່ງມອບພາຫະນະລົດມອດໄຟ ຈຳນວນ 76 ຄັນ, ຫຸ່ນຍົນມອດໄຟຈຳນວນ 2 ເຄື່ອງ ແລະ ອຸປະກອນມອດໄຟຕ່າງໆໃຫ້ຝ່າຍລາວ ພ້ອມທັງສຳເລັດໃນລະດັບເບື້ອງຕົ້ນກ່ຽວກັບ ວຽກງານການອອກແບບລະບົບສູນບັນຊາ ແລະ ການພັດທະນາຊອບແວຂອງໂຄງການ.