ເຈົ້າໜ້າທີ່ຕໍາຫຼວດ ປກສ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຈັບຄູ່ຜົວ-ເມຍຄ້າຢາເສບຕິດກ່ອນຂະຫຍາຍຜົນຈັບຜູ້ຖືກຊັດທອດເພີ່ມອີກ 2 ຄົນ ລວມຂອງກາງຢາບ້າ 419.000 ເມັດ; ພ້ອມຢຶດລົດໃຫຍ່ 2 ຄັນ ແລະ ລົດຈັກ 3 ຄັນ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນວັນທີ 27 ມິຖຸນາ 2020, ເຈົ້າໜ້າທີ່ ປກສ ກຸ່ມບ້ານທີ 7 ນະຄອນໄກສອນພົມວິຫານ ໄດ້ຈັບຕົວ ນາງ ຂັນທະລີ ຫຼື ແອ້ວ ອາຍຸ 45 ປີ ແລະ ທ້າວ ວົງພະຈັນ ຫຼື ຫຳ ອາຍຸ 45 ປີ, ເຊິ່ງທັງສອງເປັນຜົວ-ເມຍ ຢູ່ບ້ານຫ້ວຍໄຜ່ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ພ້ອມຢາບ້າ 4.000 ເມັດ. ຈາກນັ້ນ, ໄດ້ຂະຫຍາຍຜົນໂດຍຜູ້ຖືກຫາໄດ້ຊັດທອດເຖິງທ້າວ ສຸລິກາ ຫຼື ກາ ອາຍຸ 57 ປີ ຢູ່ບ້ານໜອງບົວທອງທ່າ ເມືອງສອງຄອນ. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນໍາກໍາລັງ ໄປຈັບຕົວຜູ້ກ່ຽວໃນວັນທີ 28 ມິຖຸນາ 2020 ຢູ່ເຂດຕະຫຼາດສາມັກຄີໄຊ ແຕ່ຜ່ານການກວດຄົ້ນບໍ່ພົບເຫັນຂອງກາງຄະດີ.

ຢ່າງໃດກໍຕາມ, ຜ່ານການສອບສວນຂອງເຈົ້າໜ້າທີ່, ສອບທ້າວ ສາລິກາ ສາລະພາບວ່າ: ໄດ້ເຄື່ອນໄຫວຄ້າຂາຍຢາບ້າແທ້ ໂດຍຊື້ມາຈາກ ນາງ ບຸນເພັງ ຫຼື ຫຼ້ານ້ອຍ. ພໍຕົກມາຮອດເວລາປະມານ 17:30 ໂມງຂອງວັນດຽວກັນ, ຈຶ່ງໄດ້ນໍາກໍາລັງເຂົ້າຈັບກຸມ ນາງ ບຸນເພັງ ຫຼື ຫຼ້ານ້ອຍ ພ້ອມຂອງກາງຢາບ້າຈຳນວນ 206 ມັດ 15 ຖົງ ເທົ່າກັບ 415.000 ເມັດ ໂດຍຜູ້ກ່ຽວຮັບສາລະພາບວ່າ ເຄີຍສົ່ງຢາບ້າໃຫ້ກັບ ທ້າວ ສຸລິກາ ຈໍານວນ 4 ຄັ້ງ.