ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ແລະ ກຸ່ມບໍລິສັດ ເອັກດີດີ ແລະ ບໍລິສັດ ທັນເດີ ຈຳກັດ ໄດ້ມອບເງິນໃຫ້ກະຊວງ ປກສ ລວມ ຈຳນວນ 700 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ກໍຄື ຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ ທີ່ຈະຈັດຂຶ້ນໃນມໍ່ໆນີ້.

ໃນນີ້, ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ມອບເງິນ 500 ລ້ານກີບ ມອບໂດຍ ທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະທານບໍລິສັດດັ່ງກ່າວ; ກຸ່ມບໍລິສັດ ເອັກດີດີ ແລະ ບໍລິສັດທັນເດີ ຈຳກັດ ມອບເງິນຈຳນວນ 200 ລ້ານກີບ, ມອບໂດຍ ທ່ານ ຄອນສະຫວັນ ແກ້ວມຸນຕີ ປະທານກຸ່ມບໍລິສັດດັ່ງກ່າວ; ກ່າວຮັບໂດຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກະຊວງ ປກສ, ມີບັນດາຄະນະພັກ-ຄະນະບັນຊາ ແລະ ພະນັກງານທັງສອງບໍລິສັດ ເຂົ້າຮ່ວມ ໃນວັນທີ 3 ກໍລະກົດ 2020.

ໂອກາດດັ່ງກ່າວ, ພົທ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຂອບໃຈຕໍ່ສອງບໍລິສັດທີ່ໄດ້ປະກອບສ່ວນມອບເງິນຊຸກຍູ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ກໍຄື ການນຳໃຊ້ເຂົ້າໃນການຈັດກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ປກສ ຄັ້ງນີ້, ເຊິ່ງຜ່ານມາຍາມໃດທັງສອງບໍລິສັດກໍເຫັນໄດ້ຄວາມໜາຍຄວາມສຳຄັນຂອງວຽກງານປ້ອງກັນຄວາມສະຫງົບ ແລະ ຈະເອົາເງິນຈຳນວນດັ່ງກ່າວໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ພ້ອມທັງອວຍພອນໃຫ້ປະທານບໍລິສັດທັງສອງ ຕະຫຼອດຮອດພະນັກງານພາຍໃນ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ສືບຕໍ່ດຳເນີນທຸລະກິດໃຫ້ຈະເລີນຮຸ່ງເຮືອງ.