ໃນວັນທີ 4 ກໍລະກົດ 2020, ເວລາ 19:00 ໂມງ, ໄດ້ເກີດເຫດລົດກະບະທີ່ບັນທຸກຜູ້ໂດຍສາຍ 7 ຄົນ ທີ່ກັບຈາກການໄປສູ່ຂໍເມຍໃຫ້ລູກຊາຍ ( ລູກໃພ້ ) ຕໍາກັບລົດເມໂດຍສານຢູ່ເສັ້ນທາງ 13 ໃຕ້ ເຂດບ້ານຫຼັກ 35 ເມືອງຈຳພອນ ແຂວງສະຫວັນນະເຂດ; ເຮັດໃຫ້ຜູ້ຂັບຂີ່ລົດກະບະເສຍຊີວິດຄາທີ່ 2 ຄົນ.

ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ລົດກະບະເຊບໂລເລດ, ໂຄໂລນາໂດ້ ສີປອນເງິນ ໝາຍເລກທະບຽນ ກພ 6450 ກໍາແພງນະຄອນ ຂັບຂີ່ໂດຍທ້າວ ສົມພັນ ອາຍຸ 62 ປີ,ອາຊີບຄ້າຂາຍ ຢູ່ບ້ານນໍ້າອຸ່ນ ເມືອງຮຸນ ແຂວງອຸດົມໄຊ ພ້ອມຍາດຕິພີ່ນ້ອງທີ່ມາກັບລົດລວມ 7 ຄົນ ໄດ້ກັບຈາກສູ່ຂໍເມຍໃຫ້ລູກຊາຍ ຢູ່ປາກຊ່ອງ ແຂວງຈໍາປາສັກ ໂດຍຜ່ານສາຍທາງເລກທີ 13 ໃຕ້ ມຸ່ງໜ້າໄປນະຄອນຫຼວງວຽງຈັນ. ພໍຮອດເຂດບ້ານຫຼັກ 35 ເມືອງຈໍາພອນ ແຂວງສະຫວັນນະເຂດ ໄດ້ຕໍາກັບລົດເມໂດຍສານ 45 ບ່ອນນັ່ງວຽງຈັນ-ປາກເຊ ໝາຍເລກທະບຽນ ບກ 1919 ກໍາແພງນະຄອນ, ເຊິ່ງຂັບຂີ່ໂດຍ ທ້າວ ຕູ່ໄຊຊະນະ ອາຍຸ 23 ປີຢູ່ບ້ານກາງເມືອງ ເມືອງ ແລະ ແຂວງຈໍາປາສັກ.

ອຸບັດຕິເຫດຄັ້ງນີ້ ໄດ້ເຮັດໃຫ້ ທ້າວ ສົມພັນ ແລະ ນາງ ຕີບຈິນດາ ອາຍຸ 26 ປີ ເສຍຊີວິດຄາທີ່, ນາງ ສຸກສະຫວັນ ອາຍຸ 50 ປີ ແລະ ທ້າວ ຄໍາຫຼ້າ ອາຍຸ 55 ປີ ຢູ່ບ້ານໂພນໄຊ ເມືອງ ແລະ ແຂວງໄຊຍະບູລີ ບາດເຈັບສາຫັດ; ສ່ວນອີກ 3 ຄົນ ບາດເຈັບເລັກໜ້ອຍ; ໃນນີ້, ມີເດັກນ້ອຍອາຍຸ 6 ເດືອນ ຮ່ວມຢູ່ນໍາ. ພາຍຫຼັງເກີດເຫດ, ຜູ້ຂັບຂີ່ລົດເມໄດ້ເອົາຕົວຫຼົບໜີ, ເຊິ່ງປັດຈຸບັນເຈົ້າໜ້າທີ່ໄດ້ຕິດຕາມຜູ້ກ່ຽວມາສອບສວນ.