ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ນໍາຕົວ ທ້າວ ມົວວາງ ອາຍຸ 17 ປີ ຢູ່ບ້ານໄຊພັດທະນາ ເມືອງເມີງ ແຂວງບໍ່ແກ້ວ ໄປສາທິດຄືນຄະດີລັກຊັບພົນລະເມືອງ ປະເພດລົດຈັກ ໃນວັນທີ 30 ມິຖຸນາ 2020.

ເຈົ້າໜ້າທີ່ ເປີດເຜີຍວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງ ຄວາມໃນວັນທີ 18 ມິຖຸນາ 2020 ວ່າ: ຈະມີກຸ່ມ ແກ້ງນັດຊື້ຂາຍລົດຈັກບໍ່ມີເອກະສານ ຢູ່ເຂດບ້ານນາໂຮມ ເມືອງນາໝໍ້ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງພິສູດແຫຼ່ງຂ່າວ; ເຫັນວ່າມີຄວາມຈິງແທ້. ຮອດເວລາ 10:00 ໂມງ ຂອງວັນດຽວກັນ, ຈຶ່ງສາມາດກັກຕົວເປົ້າໝາຍໄດ້ 3 ຄົນຊື່: ທ້າວ ມົວວາງ, ທ້າວ ຈີຮາ ອາຍຸ 17 ປີ ບ້ານໄຊພັດທະນາ ເມືອງເມີງ ແລະ ທ້າວ ບຸນຍົກ ອາຍຸ 24 ປີ ບ້ານດອນຄູນ ເມືອງ-ແຂວງຫຼວງນໍ້າທາ ພ້ອມດ້ວຍເຄື່ອງຂອງກາງລົດຈັກ 7 ຄັນ ຄື: ລົດຈັກເວບ 100 ສີຟ້າ-ດໍາ 3 ຄັນ, ສີແດງ-ດໍາ 3 ຄັນ ແລະ ສີໝາກຄໍ້ 1 ຄັນ.

ຜ່ານການສອບສວນ, ທ້າວ ມົວວາງ ສາລະພາບວ່າ: ຕົ້ນເດືອນພຶດສະພາ 2020, ຜູ້ກ່ຽວໄດ້ອອກຈາກເຮືອນພັກແຫ່ງໜຶ່ງຢູ່ເມືອງນາໝໍ້ ແລະ ມຸ່ງໜ້າໄປທາງເມືອງຫຼວງນໍ້າທາ; ແລ້ວໄດ້ຍ່າງເຂົ້າໄປທາງຮ່ອມ ພົບເຫັນລົດຈັກເວບ 100 ສີແດງ-ດໍາ ຈອດປະໄວ້ຢູ່ກ້ອງລ່າງເຮືອນ ຈຶ່ງຍ່າງກັບມາພັກຢູ່ແຄມທາງ. ຈົນຮອດເວລາ 24:00 ໂມງ ຂອງວັນດຽວກັນ, ກໍຍ່າງກັບໄປເບິ່ງລົດຈັກຄັນດັ່ງກ່າວ ແລ້ວລົງມືລັກ ໂດຍໃຊ້ມືທັງ 2 ເບື້ອງ ຈັບຕີນໜ້າລົດຈັກລາກອອກຈາກເຮືອນໄດ້ປະມານ 50 ແມັດ ກໍຫັກລ໋ອກຄໍ ແລະ ໃຊ້ມີດຕັດສາຍກະແຈ ແລ້ວຂີ່ລົດຈັກໄປທາງເມືອງຫຼວງນໍ້າ ທາ. ຮອດເວລາ 8:00 ໂມງ ຂອງມື້ຕໍ່ມາ, ໄດ້ໂທລະສັບຫາ ທ້າວ ບຸນຍົກ ມາຮັບເອົາລົດຈັກນໍາຜູ້ກ່ຽວຢູ່ຕະຫຼາດໃນລາ ຄາ 4.000.000 ກີບ. ຈາກນັ້ນ, ໄດ້ຂີ່ລົດໂດຍສານຈາກເມືອງຫຼວງນໍ້າທາ ເພື່ອຈະໄປຊອກລັກລົດຈັກຢູ່ເມືອງນາໝໍ້. ພໍຮອດເມືອງດັ່ງກ່າວ, ກໍໄດ້ເຊົາຫ້ອງຢູ່ເຮືອນພັກ ຈົນຮອດເວລາ 18:00 ໂມງ ຂອງວັນດຽວກັນ ຈຶ່ງໄດ້ຍ່າງເລາະຕາມແຄມທາງ ເມື່ອຮອດສະຖານີໄຟຟ້າ ພົບເຫັນລົດຈັກເວບ 100 ສີຟ້າ-ດໍາຈອດປະໄວ້ຢູ່ເຮືອນ; ຮອດເວລາ 2:00 ໂມງ ຈຶ່ງລົງມືລັກ ດ້ວຍຮູບການລາກອອກມາຈາກເຮືອນ ແລ້ວຫັກລ໋ອກຄໍ ໃຊ້ມີດຕັດສາຍກະແຈ ແລ້ວໂທລະສັບຫາ ທ້າວ ບຸນຍົກ ໃຫ້ໄປຮັບເອົາລົດຈັກຢູ່ຂົວນໍ້າທາ. ເມື່ອ ທ້າວ ບຸນຍົກ ມາຮອດ ກໍໄດ້ຂີ່ລົດທີ່ຕົນລັກມາໄປທາງເມືອງຫຼວງນໍ້າທາ ແລະ ໄດ້ໂທບອກຕົນໄປເອົາເງິນຄ່າລົດຈັກຢູ່ໜ້າຕະຫຼາດ ຈໍານວນ 3.000.000 ກີບ.

ເດືອນມິຖຸນາ 2020, ທ້າວ ມົວວາງ ກັບ ທ້າວ ເນັ່ງວື ໄດ້ກໍ່ເຫດລັກລົດຈັກຮ່ວມກັນ 2 ຄັ້ງ ໄດ້ລົດຈັກ 2 ຄັນ ດ້ວຍຮູບການໄດ້ຂັບຂີ່ລົດຈັກເລາະຕາມແຄມທາງເຂດເມືອງນາໝໍ້; ເມື່ອພົບແລ້ວກໍເຂົ້າໄປຈູງອອກມາຫ່າງຈາກເຮືອນຂອງຜູ້ຖືກເສຍຫາຍປະມານ 20-50 ແມັດ ແລ້ວຫັກລ໋ອກຄໍ ໃຊ້ມີດຕັດສາຍກະແຈ. ພາຍຫຼັງທີ່ໄດ້ ລົດແລ້ວ ກໍນໍາໄປຂາຍໃຫ້ ທ້າວ ບຸນຍົກ ລວມທັງ 2 ຄັນ ໄດ້ເງິນ 4.500.000 ກີບ. ເວລາ 8:00 ໂມງຂອງວັນທີ 17 ມິຖຸນາ, ທ້າວ ມົວວາງ ກັບ ທ້າວ ຈີຮາ ໄດ້ພາກັນຂີ່ລົດໄປຊອກລັກລົດຈັກຢູ່ສວນກ້ວຍ ເຂດເມືອງນາໝໍ້. ເມື່ອໄປຮອດ, ກໍເຫັນລົດຈັກເວບ 100 ສີຟ້າ-ດໍາ ຈອດປະໄວ້ຢູ່ເຮືອນ ຈຶ່ງລົງມືລັກ ໂດຍຕົນເອງເອົາມືຍົກຕີນໜ້າ ສ່ວນ ທ້າວ ຈີຮາ ແມ່ນເອົາມືຈັບເຂົາລົດແລ້ວຍູ້ອອກມາໄດ້ປະມານ 15 ແມັດ ຈຶ່ງຫັກລ໋ອກຄໍ ໃຊ້ມີດຕັດສາຍກະແຈ ແລ້ວຂີ່ໄປຂາຍໃຫ້ ທ້າວ ບຸນຍົກ; ໃນຂະນະນັ້ນ, ກໍຖືກເຈົ້າໜ້າທີ່ເຂົ້າຈັບຕົວ ພ້ອມກັບລົດຄັນດັ່ງກ່າວ.

ສ່ວນລົດຈັກເວບ 100 ສີແດງ-ດໍາ ທີ່ເຈົ້າໜ້າທີ່ ປກສ ເມືອງນາໝໍ້ ກັກໄດ້ຢູ່ຫ້ອງພັກບ້ານທາອໍ້ ເມືອງຫຼວງນໍ້າທາ. ໃນວັນທີ 18 ມິຖຸນາ 2020, ທ້າວ ມົວວາງ ກັບ ທ້າວ ຕົງດູ ຢູ່ບ້ານປາກມອງ ເມືອງນໍ້າບາກ ແຂວຫຼວງພະບາງ ໄດ້ພາກັນໄປລັກລົດຈັກຢູ່ສວນຢາງພາລາ ເມືອງນໍ້າທາ ໂດຍ ທ້າວ ຕົງດູ ເປັນຜູ້ໃຊ້ມີດຕັດສາຍກະແຈ; ພາຍຫຼັງລັກໄດ້ແລ້ວ ໄດ້ເອົາເງິນໃຫ້ ທ້າວ ຕົງດູ ຈໍານວນ 3.000.000 ກີບ ສ່ວນລົດຈັກແມ່ນ ທ້າວ ມົວວາງ ເອົາໄປນໍາໃຊ້ເອງ.

ທ້າວ ບຸນຍົກ ຜູ້ຮັບຊື້ລົດຈັກ ໃຫ້ການວ່າ: ໄລຍະຜ່ານມາ, ທ້າວ ມົວວາງ ໄດ້ສົ່ງຮູບລົດຈັກເວບ 100 ມາໃຫ້ຜູ້ກ່ຽວເບິ່ງແລ້ວຖາມວ່າ: ຕ້ອງ ການຊື້ບໍ່ ? ຕົນເອງຈຶ່ງໄດ້ສົ່ງໃຫ້ທ້າວ ສອນຄໍາ ແລະ ບອກໃຫ້ເອົາລົດຈັກມາເບິ່ງຕົວຈິງ. ທ້າວ ບຸນຍົກ ຈຶ່ງຮັບເອົາລົດຈັກນໍາ ທ້າວ ມົວວາງ ແລ້ວຂີ່ໄປຫາ ທ້າວ ສອນຄໍາ ຢູ່ເຮືອນບ້ານດອນມຸນ ເມືອງຫຼວງນໍ້າທາ ແລະ ຂາຍໃຫ້ໃນລາຄາ 5.000.000 ກີບ. ນອກນັ້ນ, ທ້າວ ມົວວາງ ຍັງໄດ້ເອົາລົດຈັກເວບ 100 ມາຂາຍໃຫ້ຜູ້ກ່ຽວ ຈໍານວນ 5 ຄັນ ແລະ ແຕ່ລະຄັນແມ່ນນໍາໄປຂາຍໃຫ້ ທ້າວ ສອນຄໍາ ເມື່ອໄດ້ເງິນແລ້ວ ກໍຈະໄປແບ່ງໃຫ້ ທ້າວ ມົວວາງ.


ທ້າວ ຈີຮາ ສາລະພາບວ່າ: ວັນທີ 17 ມິຖຸນາ 2020, ຜູ້ກ່ຽວກັບ ທ້າວ ມົວວາງ ໄດ້ຂີ່ລົດຈັກຈາກ ແຂວງບໍ່ແກ້ວ ໄປເມືອງນາໝໍ້ ເວລາ 12:00 ໂມງ ຂອງວັນດຽວກັນ ໄດ້ພາກັນໄປນອນຢູ່ຖຽງສວນຢາງພາລາ ຈົນຮອດເວລາ 2:00 ໂມງ ຂອງວັນທີ 18 ມິຖຸນາ ຈຶ່ງພາກັນຍ່າງໄປສວນກ້ວຍຢູ່ກ້ອງ ເຫັນລົດຈັກເວບ 100 ສີຟ້າ-ດໍາ ຈອດປະໄວ້ ຈຶ່ງພາກັນລົງມືລັກ.

ສໍາລັບລົດຈັກຄັນ ຈໍານວນ 8 ຄັນ ທີ່ເຈົ້າໜ້າທີ່ເກັບກູ້ຄືນໄດ້ແມ່ນໄດ້ນໍາໄປມອບຄືນໃຫ້ ເຈົ້າຂອງເດີມ, ມອບໂດຍ ພັທ ບຸນເສີດ ສີນວນ ທອງ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາໝໍ້.