ປກສ ເມືອງ ທ່າປາງທອງ ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບແກ້ໄຂຄວາມບໍ່ສະຫງົບທາງດ້ານການເມືອງ ແລະ ຄວາມບໍ່ເປັນລະບຽນຮຽບຮ້ອຍຢູ່ເມືອງທ່າປາງທອງ ໃນວັນທີ 1 ກໍລະກົດ 2020, ໂດຍມີ ທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງໆທ່າປາງທອງ, ມີ ພັທ ວຽງທອງ ຫຼ້າບົວພອນ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ມີຄະນະກອງບັນຊາການ ປກສ ເມືອງ, ມີບັນດາຂະແໜງການອ້ອມຂ້າງແຂວງ, ຫົວໜ້າພະແນກ, ຮອງພະແນກ, ປກສ ກຸ່ມບ້ານ, ນາຍບ້ານ ພ້ອມດ້ວຍພະນັກງານກໍ່່ສ້າງຮາກຖານ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພັຕ ຖາວອນ ແສນບຸດຕະລາດ ຄະນະກໍ່ສ້າງຮາກຖານ ປກສ ແຂວງ ທີ່ລົງປະຕິບັດວຽກງານຕົວຈິງຢູ່ເມືອງທ່າປາງທອງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບ ການແກ້ໄຂຄວາມບໍ່ສະຫງົບທາງດ້ານການເມືອງ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນໄລຍະ 1 ປີ ຜ່ານມາ ເປັນຕົ້ນແມ່ນ ວຽກງານຮັກສາຄວາມສະຫງົບທາງດ້ານການເມືອງ, ວຽກງານແກ້ໄຂສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ, ວຽກງານຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ວຽກງານປະສານສົມທົບກັບພາກສ່ວນກ່ຽວຂ້ອງ.

ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ແຂວງ, ປກສ ເມືອງ ຕະຫຼອດພະນັກງານ-ນັກຮົບ ແມ່ນໄດ້ເອົາໃຈໃສ່ເຮັດວຽກການເມືອງ-ແນວຄິດ ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮອບດ້ານຂອງພັກ ເພື່ອເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງ.

ເມືອງທ່າປາງທອງ ພາຍໃນ 3 ກຸ່ມບ້ານປະກອບມີ 16 ບ້ານ, ມີ 229 ໜ່ວຍ, ມີ 3.626 ຫຼັງຄາເຮືອນ, ມີ 13.910 ຄອບຄົວ, ມີພົນລະເມືອງທັງໝົດ 16.463 ຄົນ ຍິງ 8.172 ຄົນ ໄດ້ເກັບກຳບັນດາຂໍ້ມູນແຫຼ່ງຂ່າວຕ່າງໆທີ່ແຕະຕ້ອງເຖິງຄວາມບໍ່ສະຫງົບ ແລ້ວລາຍງານໃຫ້ພະແນກສັນຕິບານໄດ້ 15 ຄັ້ງ.

ນອກນີ້, ກໍໄດ້ນຳເອົາບັນດາເອກະສານ, ນິຕິກຳຕ່າງໆ ເປັນຕົ້ນແມ່ນ ເອກະສານຕ້ານອາຊະຍາກຳ, ເອກະສານຜົນຮ້າຍຂອງຢາເສບຕິດ, ເອກະສານຕ້ານການຄ້າມະນຸດ ແລະ ເອກະສານການສັນຈອນຕາມທ້ອງຖະໜົນຫຼວງ, ລົງໂຄສະນາໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ, ເຊື່ອມຊຶມບັນດາແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ເວົ້າລວມ, ເວົ້າສະເພາະແມ່ນ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຫັນວ່າມີຄວາມຮູ້ ແລະ ເຂົ້າໃຈຕື່ມອີກບາດກ້າວໜຶ່ງ. 

ຈາກນັ້ນ, ຜູ້ເຂົ້າຮ່ວມຍັງປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບວຽກງານກໍ່ສ້າງຮາກຖານ ປະຈຳປີ 2019, ກ່ຽວກັບຈຸດດີ, ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ທີ່ຈະພ້ອມກັນແກ້ໄຂໃນຊຸມປີຕໍ່ໜ້າ ແລະ ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ອຳນາດການປົກຄອງບ້ານ, ປະຊາຊົນບັນດາເຜົ່າຢູ່ຮາກຖານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສືບຕໍ່ຄຸ້ມຄອງການເຄື່ອນໄຫວຂອງເປົ້າໝາຍທີ່ພົວພັນເຖິງຄວາມບໍ່ສະຫງົບທາງດ້ານການເມືອງທຸກຮູບແບບຢ່າງເປັນປົກກະຕິ, ສືບຕໍ່ຕິດຕາມກວດກາການເໜັງຕີງຂອງພົນລະເມືອງໃຫ້ເປັນປົກກະຕິ ເຊັ່ນ: ຄົນຫຼຸດ, ຄົນເພີ່ມ, ຄົນພັກເຊົາຊົ່ວຄາວ, ຄົນບໍ່ມີໜ້າ-ຄົນມີໜ້າຊົ່ວຄາວ ແລະອື່ນໆ; ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ຈັດພິທີມອບໃບສັນລະເສີນຂອງທ່ານເຈົ້າເມືອງໆທ່າປາງທອງ ໃຫ້ແກ່ຜູ້ປະກອບສ່ວນໃນວຽກງານກໍ່ສ້າງຮາກຖານຂັ້ນບ້ານ ແລະ ເມືອງ ຕື່ມອີກ.