ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງ ອົງຄະນະພັກ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ 2020 ໂດຍການເປັນປະທານຂອງ ສະຫາຍ ພົຈວ ສີພອນ ຈັນສົມວົງ ຄະນະປະຈຳພັກ ເລຂາຄະນະພັກ ຫົວໜ້າກອງບັນຊາການທະຫານ ນວ ແລະ ເຂົ້າຮ່ວມໂດຍ ສະຫາຍ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ ເຈົ້າຄອງ ນວ, ມີຄະນະພັກ-ຄະນະບັນຊາ ຈາກກະຊວງປ້ອງກັນປະເທດ, ກອງບັນຊາການ, ສະມາຊິກພັກສົມບູນ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ສະຫາຍ ພົຈວ ສີພອນ ຈັນສົມວົງ ໄດ້ຕີລາຄາຄືນການຈັດຕັ້ງນໍາພາວຽກງານ ໃນຊຸມປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນວ່າ:

ສະຫາຍ ພົຈວ ສີພອນ ຈັນສົມວົງ ຄະນະປະຈຳພັກ ເລຂາຄະນະພັກ ຫົວໜ້າກອງບັນຊາການທະຫານ ນວ

ຄະນະພັກ ກອງບັນຊາການທະຫານ ນວ ໄດ້ເອົາໃຈໃສ່ນໍາພາຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບ ວຽກງານ 3 ສ້າງ ແລະ ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ສຸມໃສ່ຮາກຖານການເມືອງຕາມມະຕິ 03 ຂອງກົມການເມືອງສູນກາງພັກ, ສ້າງຄອບຄົວ ແລະ ສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 36 ບ້ານ, ປະກາດຢັ້ງຢຶນຮັບຮອງແລ້ວ 30 ບ້ານ, ມີຄອບຄົວປ້ອງກັນຊາດເຂັ້ມແຂງ 6.556 ຄອບຄົວ.

ສຳລັບວຽກງານກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດ ໄດ້ຈັດຕັ້ງກຳລັງປະຈຳການກຽມພ້ອມສູ້ຮົບ 24 ຊົ່ວໂມງ, ປ້ອງກັນບຸນປະເພນີ ແລະ ງານສຳຄັນຕ່າງໆຂອງພັກ-ຂອງຊາດ 222 ຄັ້ງ, ປ້ອງກັນຊາຍແດນແຕ່ເມືອງສັງທອງ ຫາ ເມືອງປາກງື່ມ ຍາວ 187 ກິໂລແມັດ, ປ້ອງກັນແລວຂຶ້ນ-ລົງຂອງຍົນ, ປ້ອງກັນເສັ້ນທາງໂຄງການລົດໄຟ ລາວ-ຈີນ ຂອບເຂດທີ່ນະຄອນຫຼວງວຽງຈັນ ຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ.

ໃນຕໍ່ໜ້າ, ຄະນະພັກ-ຄະນະນໍາ ກອງບັນຊາການທະຫານ ນວ ຈະສືບຕໍ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ ໃຫ້ເປັນປົກກະຕິຕາມແຜນການ, ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໃຫ້ໄດ້ຄາມຄາດໝາຍ ໂດຍເລັ່ງໃສ່ບ້ານລຽບຕາມຊາຍແດນ; ສືບຕໍ່ຊີ້ນໍາອົງການ-ກົມກອງ ໃນການປະຕິບັດລະບອບປະຈໍາການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວ ໂມງ ໃຫ້ມີຄວາມປອດໄພ, ສ້າງແຜນຝຶກອົບຮົມວຽກງານປ້ອງກັນຊາດ, ຄວບຄຸມໄພພິບັດ, ກໍາແໜ້ນຂໍ້ມູນຂ່າວສານພະຍາກອນອາກາດ, ອຸທົກກະສາດ ແລະ ໄພທໍາມະຊາດທີ່ເກີດຂຶ້ນໃນແຕ່ລະໄລຍະ ເພື່ອກຽມພ້ອມຊ່ວຍເຫຼືອປະຊາຊົນໃຫ້ທັນການ ພ້ອມກັບການຍົກສູງຄຸນນະພາບ ແລະ ປະສິດທິພາບວຽກງານນໍາພາ-ແນວຄິດ, ສ້າງຄວາມຮັບຮູ້ເປັນເອກະພາບພາຍໃນພັກ-ພາຍໃນກໍາລັງ ໃຫ້ເຂັ້ມແຂງຮອບດ້ານ ຄຽງຄູ່ກັບ ການປັບປຸງແບບແຜນວິທີເຮັດວຽກ, ປັບປຸງການຈັດຕັ້ງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງຄະນະພັກແຕ່ລະຂັ້ນ ແລະ ສະມາຊິກຢ່າງເຂັ້ມງວດ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ.

ໃນຕອນທ້າຍ, ກອງປະຊຸມ ໄດ້ປ່ອນບັດເລືອກເອົາ ຄະນະພັກຊຸດໃໝ່; ໃນນັ້ນ, ມີຜູ້ລົງສະໝັກ 13 ສະຫາຍ ເລືອກເອົາ 11 ສະຫາຍ ແລະ ຜ່ານການປ່ອນບັດສາມາດເລືອກໄດ້ດັ່ງນີ້:

  • ສະຫາຍ ພົຈວ ສີພອນ ຈັນສົມວົງ ເປັນເລຂາ
  • ສະຫາຍ ພັອ ບຸນວອນ ພົມມະວົງ ເປັນຮອງເລຂາ
  • ສະຫາຍ ພັອ ບົວເງິນ ຫົງໄຂຄໍາ ເປັນປະທານກວດກາ ສ່ວນອີກ 8 ສະຫາຍ ເປັນຄະນະ