ເຊັນສັນຍາຮ່ວມດໍາເນີນ ທຸລະກິດການຕິດຕັ້ງລະບົບເຕືອນໄພທັນສະໄໝ

0
1261

ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບ ບໍລິສັດ ຄອງຊັບ ກໍ່ສ້າງຂົວ-ທາງ ແລະ ເຄຫາສະຖານ ຈຳກັດຜູ້ດຽວ ໄດ້ຈັດພິທີເຊັນສັນຍາຮ່ວມດໍາເນີນ ທຸລະກິດການຕິດຕັ້ງລະບົບເຕືອນໄພທັນສະໄໝ ທີ່ໂຮງແຮມຄຣາວພາຊ່າ, ໂດຍມີ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ, ມີພະແນກການທີ່ກ່ຽວຂ້ອງ ແລະ ຄະນະອຳນວຍການ ບໍລິສັດ ຄອງຊັບ ກໍ່ສ້າງຂົວ-ທາງ ແລະ ເຄຫາສະຖານ ເຂົ້າຮ່ວມ ໃນວັນທີ 3 ກໍລະກົດ 2020.

ໃນພິທີ, ພົຈວ ໜູດີ ມີໄຊຍະລາດ ຫົວໜ້າກົມໃຫຍ່ພະລາທິການ ປກສ ໄດ້ລາຍງານຫຍໍ້ຂອງໂຄງການດັ່ງກ່າວ ວ່າ:

ໂດຍປະຕິບັດຕາມຂໍ້ຕົກລົງຂອງ ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1163/ປກສ, ລົງວັນທີ 15 ມິຖຸນາ 2020 ວ່າດ້ວຍ ການເຫັນດີໃຫ້ ກົມໃຫຍ່ພະລາທິການ ປກສ ເຊັນສັນຍາຮ່ວມກັບ ບໍລິສັດ ຄອງຊັບ ກໍ່ສ້າງ-ຂົວທາງ ແລະ ເຄຫາສະຖານ ຈຳກັດຜູ້ດຽວ ເພື່ອຕິດຕັ້ງລະບົບເຕືອນໄພທັນສະໄໝ.

ເຊິ່ງໂຄງການດັ່ງກ່າວ ເປັນໂຄງການຮ່ວມທຶນລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແລະ ນັກທຸລະກິດລາວ, ມີມູນຄ່າການລົງທຶນ 10.000.000 ໂດລາສະຫະລັດ, ໄລຍະເວລາໃນການລົງທຶນ 35 ປີ ໂດຍແມ່ນຝ່າຍກະຊວງປ້ອງກັນຄວາມສະຫງົບ ຖືຮຸ້ນ 20%, ບໍລິສັດຖືຮຸ້ນ 80%, ຈຸດປະສົງກໍເພື່ອເປັນການຕິດຕັ້ງລະບົບເຕືອນໄພທັນສະໄໝ ຮັບໃຊ້ໃຫ້ແກ່ກໍາລັງ ປກສ ແລະ ສັງຄົມທົ່ວໄປ ໂດຍສະເພາະແມ່ນ ບັນດາທະນາຄານ, ສະຖາບັນການເງິນ, ຫົວໜ່ວຍທຸລະກິດ ແລະອື່ນໆ ເພື່ອແຈ້ງເຫດສຸກເສີນທີ່ເກີດຂຶ້ນ ຄື: ການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ທີ່ຈະເກີດຂຶ້ນໃນສັງຄົມ ແລະ ຮັບປະກັນໃຫ້ເຈົ້າໜ້າທີ່ປະຕິບັດໜ້າທີ່ຢ່າງມີປະສິດທິຜົນ ໃນການອອກເຄື່ອນໄຫວປະຕິບັດໜ້າທີ່ ແລະ ແກ້ໄຂຄວາມບໍ່ສະຫງົບໄດ້ທັນເວລາ.

ຈາກນັ້ນ, ພົຈວ ໜູດີ ມີໄຊຍະລາດ ຫົວໜ້າກົມໃຫຍ່ພະລາທິການ ປກສ ແລະ ທ່ານ ສູນທອນ ຊາບັນດິດ ອໍານວຍການ ບໍລິສັດ ຄອງຊັບ ກໍ່ສ້າງຂົວ-ທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວ ກໍໄດ້ພ້ອມກັນລົງນາມເຊັນສັນຍາຢ່າງເປັນທາງການ.