ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 5 ເປີດຊຸດຮຽນນາຍສິບ ຮຸ່ນທີ 13

0
1265

ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 5 ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ເປີດຊຸດຮຽນໃຫ້ກຳລັງປ້ອງກັນຄວາມສະຫງົບ ນາຍສິບ ຮຸ່ນທີ 13 ສົກປີ 2020-2021 ໃນວັນທີ 3 ກໍລະກົດ 2020, ໂດຍມີ ທ່ານ ໂອໃດ ສຸດາພອນ ເຈົ້າແຂວງໆຄຳມ່ວນ, ພັອ ຄຳພອນ ສີກຸມພົນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ, ແຂກຮັບເຊີນຈາກກົມກໍ່ສ້າງກຳລັງ, ພະນັກງານຫຼັກແຫຼ່ງ ແລະ ນັກຮຽນນາຍສິບ ເຂົ້າຮ່ວມ.

ພັທ ກຽນຕາ ວົງປະເສີດ ຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນຕົ້ນ ເລກ 5 ປກສ ແຂວງຄຳມ່ວນ ກ່າວວ່າ:

ການເປີດຊຸດຮຽນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ ໃຫ້ກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ທັນສະໄໝຂຶ້ນເທື່ອລະກ້າວ ເພື່ອຕອບສະໜອງກັບໜ້າທີ່ການເມືອງຂອງພັກ-ລັດ ໃນໄລຍະໃໜ່ ແລະ ເພື່ອສ້າງໃຫ້ມີຄວາມຮູ້ພື້ນຖານ, ສາມາດກຳແໜ້ນແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ກຳແໜ້ນທິດສະດີວິຊາສະເພາະ, ສາມາດໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃນການປະຕິດບັດໜ້າທີ່ວິຊາສະເພາະໃນສະເພາະໜ້າ ແລະ ຍາວນານ, ເຮັດໃຫ້ກຳລັງມີຄຸນນະພາບ, ຈາລິຍະທຳ,ຈັນຍາບັນ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ສັງຄົມມີຄວາມສະຫງົບຍຸຕິທຳ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນ ແລະ ນຳເອົາບົດຮຽນວິຊາສະເພາະໄປໝູນໃຊ້ໃນກົມກອງ ແລະ ຊີວິດຕົວຈິງ.

ໃນສົກຮຽນ 2020-2021, ມີນັກຮຽນ 292 ສະຫາຍ ຍິງ 116 ສະຫາຍ ເຊິ່ງນັກຮຽນແມ່ນມາຈາກກົມໃຫຍ່ການເມືອງ ປກສ, ກົມໃຫຍ່ພະລາທິການ, ກອງບັນຊາການ ປກສ ແຂວງຄຳມ່ວນ ແລະ ກອງບັນຊາການ ປກສ ແຂວງສະຫວັນນະເຂດ; ສ່ວນຫຼັກສູດການຮຽນ-ການສອນ ລະບົບກໍ່ສ້າງ ວິຊາສະເພາະທົ່ວໄປ ລະບົບ 12 ເດືອນ ຫຼັກສູດທົ່ວໄປ ປະກອບມີ 4 ໝວດ ຄື: ໝວດທີ I ວິຊາເບື້ອງຕົ້ນກຳລັງ, ໝວດທີ II ວິຊາພື້ນຖານຂອງວິຊາສະເພາະ, ໝວດທີ III ຄວາມຮູ້ທົ່ວໄປ, ໝວດທີ IV ວິຊາສະເພາະປ້ອງກັນຄວາມສະຫງົບ ມີ 12 ວິຊາຮຽນ ແລະ ມີເວລາຮຽນຕົວຈິງ 246 ວັນ, ມີ 1.813 ຊົ່ວໂມງ.