ຫ້ອງການຄຸ້ມຄອງ ແລະ ບໍລິການ ຕົວເມືອງ ( ຄບຕ ) ພວມເລັ່ງແກ້ໄຂບັນຫາທໍ່ລະບາຍນໍ້າຕາມເສັ້ນທາງຫຼັກອຸດຕັນ ແລະ ນໍ້າຖ້ວມຂັງທີ່ສ້າງຄວາມຫຍຸ້ງຍາກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນໃນລະດູຝົນນີ້.

ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການ ຄບຕ ໃຫ້ຮູ້ວ່າ: ໃນເວລາຝົນຕົກແຮງຖະໜົນສາຍຫຼັກຈໍານວນໜຶ່ງເກີດນໍ້າຖ້ວມຂັງບັນຫາໜຶ່ງມີສາເຫດມາຈາກໃບໄມ້, ງ່າໄມ້, ເສດຂີ້ເຫຍື້ອອຸດຕັນທໍ່ລະບາຍນໍ້າ ເຮັດໃຫ້ນໍ້າໄຫຼບໍ່ທັນ ແລະ ເກີດມີນໍ້າຖ້ວມຂັງ, ເຊິ່ງເຮັດໃຫ້ການສັນຈອນພົບຄວາມຫຍຸ້ງຍາກ ເຮັດໃຫ້ເກີດມີສຽງສະທ້ອນຈົ່ມວ່າຈາກສັງຄົມ.

ເພື່ອແກ້ໄຂບັນຫາດັ່ງກ່າວ, ຫ້ອງການ ຄບຕ ຈຶ່ງໄດ້ຈັດຕັ້ງພະນັກງານເຮັດໜ້າທີ່ອະນາໄມຕາມເສັ້ນທາງ, ຕັດກິ່ງໄມ້, ຊ້ວນດິນ, ປັດກວາດຂີ້ເຫຍື້ອ, ລວງ ທໍ່ລະບາຍນໍ້າ ເພື່ອເຮັດໃຫ້ນໍ້າໄຫຼສະດວກສະບາຍ. ນອກນັ້ນ, ກໍຍັງໄດ້ແຕ່ງຕັ້ງພະນັກງານແກ້ໄຂເຫດສຸກເສີນໃນເວລາຝົນຕົກແຮງມີນໍ້າຖ້ວມຂັງ ໂດຍກະກຽມເຄື່ອງຈັກດູດນໍ້າ, ກຽມຕັດງ່າໄມ້ຫັກທັບເສັ້ນທາງ ແລະ ປັດກວາດຂີ້ເຫຍື້ອທີ່ອຸດຕັນທໍ່ລະບາຍນໍ້າ ເພື່ອເຮັດໃຫ້ການລະບາຍນໍ້າບົກແຫ້ງໃຫ້ໄວ້.

ໃນວັນທີ 29 ມີຖຸນາ – 4 ກໍລະກົດ 2020 ຫ້ອງການ ຄບຕ ໄດ້ຕັດຮອນງ່າໄມ້ຕາມຖະໜົນທ່າເດື່ອ, ຊ້ວນດີນຕາມຖະໜົນກຳແພງເມືອງ, ຖະໜົນໂພນຕ້ອງ, ຖະໜົນທ່າເດື່ອ, ຖະໜົນໜອງບອນ, ຕັດຫຍ້າຕາມຖະໜົນ 450 ປີ, ຖະໜົນຄູວຽງ. ໃນວັນທີ 3 ກໍລະກົດ 2020, ກໍແກ້ໄຂນໍ້າອັ່ງຂັງຕາມເສັ້ນທາງສາຍຫຼັກໃນຕົວເມືອງຍ້ອນມີຝົນຕົກໜັກນອກນັ້ນ, ຍັງໄດ້ຈັດຕັ້ງການອະນາໄມວັນເສົາແດງ ໂດຍສົມທົບກັບອໍານາດການປົກຄອງບ້ານແຫ່ງຕ່າງໆ.

ໂອກາດນີ້, ຫ້ອງການ ຄບຕ ກໍຮຽກ ຮ້ອງມາຍັງພໍ່-ແມ່ປະຊາຊົນ ໂດຍສະເພາະ ຜູ້ທີ່ມີບ້ານເຮືອນແຄມທາງຂໍໃຫ້ເປັນເຈົ້າການຊ່ວຍກັນກວດກາ, ອະນາໄມໃບໄມ້, ຂີ້ເຫຍື້ອທີ່ອຸດຕັນທາງນໍ້າໄຫຼເປັນປະຈຳ ເມື່ອຝົນຕົກໜັກນໍ້າຈະໄດ້ລະບາຍໄດ້ສະດວກວ່ອງໄວ.